ຄວາມສັນໂດດ
ໜ້າ/ 65
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທັມຂອງພວກຂ້ານ້ອຍທັງຫລາຍມີພຣະຜູ້ມີພຣະພາຄເປັນມູລ ມີພຣະຜູ້ມີພຣະພາຄເປັນຜູ້ນຳ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງອາສັຍ ຂໍປະທານໂອກາສ ຂໍເນື້ອຄວາມແຫ່ງພາສິຕນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາຄເຖີດ ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາຄແລ້ວຈັກຊົງຈຳໄວ້.
ອານົນທ໌! ສາວົກບໍ່ຄວນຕິດຕາມສາສດາພຽງເພື່ອຟັງສຸຕຕະ ເຄີຍຍະ ເວີຍຍາກະຣະນະເລີຍ ນັ້ນເພາະເຫຕໃດ? ເພາະທັມທັງຫລາຍອັນພວກເຈົ້າທັງຫລາຍສະດັບແລ້ວ ຊົງຈຳແລ້ວ ຄ່ອງປາກແລ້ວ ເພັ່ງຕາມດ້ວຍໃຈແລ້ວ ແທງຕລອດດີແລ້ວດ້ວຍຄວາມເຫັນເປັນເວລານານ.
ອານົນທ໌! ແຕ່ສາວົກຄວນຈະໃກ້ຊິດຕິດຕາມສາສດາເພື່ອຟັງເຣື່ອງຣາວເຫັນປານນີ້ຄື ອັປປິຈສະກະຖາ ສັນຕຸຕຖິກະຖາ ປະວິເວກະກະຖາ ອະສັງສັຄຄະກະຖາ ວິຣິຍາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານທັສສະນະກະຖາ ເຊິ່ງເປັນເຣື່ອງຂັດເກົາກິເລສຢ່າງຍິ່ງ ເປັນທີ່ສະບາຍແກ່ກາຣພິຈາຣະນາທາງຈິຕ ເປັນໄປເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກຳນັດ ເພື່ອຄວາມດັບ ເພື່ອຄວາມສງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ອານົນທ໌! ເມື່ອເປັນເຊັ່ນນັ້ນ ອຸປັທທະວະຂອງອາຈາຣຍ໌ຈຶ່ງມີໄດ້; ເມື່ອເປັນເຊັ່ນນັ້ນ ອຸປັທທະວະຂອງສິສຈຶ່ງມີໄດ້; ເມື່ອເປັນເຊັ່ນນັ້ນ ອຸປັທທະວະຂອງຜູ້ປະພຶຕພຣົມມະຈັນຍ໌ຈຶ່ງມີໄດ້;
ອານົນທ໌! ອຸປັທທະວະຂອງອາຈາຣຍ໌ຍ່ອມມີໄດ້ຢ່າງໃດ?
ອານົນທ໌! ສາສດາບາງຄົນໃນໂລກນີ້ ຍ່ອມພໍໃຈໃນເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູເຂົາ ຮ່ອມພູ ຖ້ຳ ປ່າຊ້າ ປ່າທຶບ ທີ່ແຈ້ງ ແລະປ່າເລົ່າ ເມື່ອສາສດານັ້ນຫລີກອອກຢູ່ຢ່າງນັ້ນ, ພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທຈະພາກັນເຂົ້າໄປຫາ, ເມື່ອພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທພາກັນເຂົ້າໄປຫາແລ້ວ ສາສດານັ້ນຍ່ອມຍິນດີໃນຄວາມໝົກມົ່ນ ເຖິງຄວາມຢາກໄດ້ ຈະວຽນມາເພື່ອຄວາມເປັນຜູ້ມັກມາກ. ອານົນທ໌ ສາສດານີ້ຮຽກວ່າ ອາຈາຣຍ໌ມີອຸປັທທະວະດ້ວຍອຸປັທທະວະຂອງອາຈາຣຍ໌ ອະກຸສົລທັມອັນເປັນບາບ ເສົ້າໝອງ ເປັນເຫຕເກີດໃນພົພໃໝ່ ມີຄວາມກະວົນກະວາຍ ມີທຸກຂ໌ເປັນວິບາກ ເປັນທີ່ຕັ້ງແຫ່ງຊາຕ ຊະຣາ ມະຣະນະຕໍ່ໄປ ໄດ້ຂ້າສາສດານັ້ນເສຍແລ້ວ. ອານົນທ໌ ອຸປັທທະວະຂອງອາຈາຣຍ໌ຍ່ອມມີໄດ້ຢ່າງນີ້ແລ.
ອານົນທ໌! ອຸປັທທະວະຂອງສິສຍ່ອມມີໄດ້ຢ່າງໃດ?
ອານົນທ໌! ສາວົກຂອງສາສດານັ້ນແລ ເມື່ອເພີ່ມພູນວິເວກຕາມສາສດານັ້ນ ຍ່ອມພໍໃຈໃນເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູເຂົາ ຮ່ອມພູ ຖ້ຳ ປ່າຊ້າ ປ່າທຶບ ທີ່ແຈ້ງ ແລະປ່າເລົ່າ ເມື່ອສາວົກນັ້ນຫລີກອອກຢູ່ຢ່າງນັ້ນ, ພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທຈະພາກັນເຂົ້າໄປຫາ, ເມື່ອພວກພຣາມນ໌ແລະຄະຫະບໍດີ ຊາວນິຄົມແລະຊາວຊົນບົທພາກັນເຂົ້າໄປຫາແລ້ວ ສາວົກນັ້ນຍ່ອມຍິນດີໃນຄວາມໝົກມົ່ນ ເຖິງຄວາມຢາກໄດ້ ຈະວຽນມາເພື່ອຄວາມເປັນຜູ້ມັກມາກ. ອານົນທ໌ ສາວົກນີ້ຮຽກວ່າ ສິສມີອຸປັທທະວະດ້ວຍອຸປັທທະວະຂອງສິສ ອະກຸສົລທັມອັນເປັນບາບ ເສົ້າໝອງ ເປັນເຫຕເກີດໃນພົພໃໝ່ ມີຄວາມກະວົນກະວາຍ ມີທຸກຂ໌ເປັນວິບາກ ເປັນທີ່ຕັ້ງແຫ່ງຊາຕ ຊະຣາ ມະຣະນະຕໍ່ໄປ ໄດ້ຂ້າສາວົກນັ້ນເສຍແລ້ວ. ອານົນທ໌ ອຸປັທທະວະຂອງສິສຍ່ອມມີໄດ້ຢ່າງນີ້ແລ.








