ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງຣະນຶກເຖິງຊາຕກ່ອນໄດ້ເປັນອະເນກປະກາຣຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສະເຫວີຍສຸຂສະເຫວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້ເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ ດັ່ງນີ້. ເຂົາຍ່ອມເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້ເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ຄຳທີ່ເຮົາກ່າວແລ້ວວ່າ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຈົ່ງເປັນຜູ້ມີສີລສົມບູນ ມີປາຕິໂມກຂ໌ອັນສົມບູນຢູ່ເຖີດ ຈົ່ງເປັນຜູ້ສັງຣວມຣະວັງໃນປາຕິໂມກຂ໌ ເຖິງພ້ອມດ້ວຍອາຈາຣະແລະໂຄຈອຣຢູ່ເຖີດ ຈົ່ງເປັນຜູ້ມີປົກກະຕິເຫັນພັຍໃນໂທສທັງຫລາຍແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍເຖີດ ດັ່ງນີ້, ຄຳນັ້ນ ເຮົາອາສັຍອຳນາຈປະໂຍຊນ໌ນີ້ແລ ກ່າວແລ້ວ.

ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ແລ້ວ ພິກຂຸເຫລົ່ານັ້ນມີໃຈຊົມຊື່ນຍິນດີພຣະພາສິຕຂອງພຣະຜູ້ມີພຣະພາຄແລ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໔໓/໗໓

ມະຫາປຸຣິສະວິຕົກ ໘

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ປ່າເພສະກະລາມິຄະທາຍະວັນ ເຂຕພຣະນະຄອຣສຸງສຸມາຣະຄິຣະ ແຄວ້ນພັຄຄະຊົນບົທ. ໃນສມັຍນັ້ນ ທ່ານພຣະອະນຸຣຸທທະຢູ່ທີ່ວິຫາຣປາຈີນະວັງສະທາຍະວັນ ແຄວ້ນເຈຕິຍະ, ຄັ້ງນັ້ນ ທ່ານພຣະອະນຸຣຸທທະຫລີກເຣັ້ນຢູ່ໃນທີ່ລັບ ເກີດຄວາມປະຣິວິຕົກທາງໃຈຢ່າງນີ້ວ່າ:

ທັມນີ້ເປັນຂອງບຸຄຄົລຜູ້ມີຄວາມປາຖນານ້ອຍ ບໍ່ແມ່ນຂອງບຸຄຄົລຜູ້ມີຄວາມປາຖນາມາກ,

ທັມນີ້ເປັນຂອງບຸຄຄົລຜູ້ສັນໂດດ ບໍ່ແມ່ນຂອງບຸຄຄົລຜູ້ບໍ່ສັນໂດດ,

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ