ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງເປັນໂສດາບັນ ເພາະຄວາມສິ້ນໄປແຫ່ງສັງໂຍຊນ໌ ໓ ມີຄວາມບໍ່ຕົກຕ່ຳເປັນທັມມະດາ ເປັນຜູ້ທ່ຽງທີ່ຈະຕຣັສຮູ້ໃນເບື້ອງໜ້າເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງເປັນສະກະທາຄາມີ ເພາະຄວາມສິ້ນໄປແຫ່ງສັງໂຍຊນ໌ ໓ ແລະເພາະຣາຄະ ໂທສະ ໂມຫະ ເບົາບາງ ຍ່ອມມາສູ່ໂລກນີ້ອີກພຽງຄາວດຽວ ແລ້ວກະທຳທີ່ສຸດແຫ່ງທຸກຂ໌ໄດ້ເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງເປັນອຸປປາຕິກະສັຕ ເພາະຄວາມສິ້ນໄປແຫ່ງໂອຣັມພາຄິຍະສັງໂຍຊນ໌ ໕ ຈັກປະຣິນິພພານໃນພົພນັ້ນ ມີກາຣບໍ່ກັບມາຈາກໂລກນັ້ນເປັນທັມມະດາເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງບັນລຸອິທທິວິທີຫລາຍປະກາຣຄື:

ຄົນດຽວເຮັດເປັນຫລາຍຄົນກໍໄດ້;

ຫລາຍຄົນເປັນຄົນດຽວກໍໄດ້;

ຫາຍໂຕໄປນອກຝາ ນອກກຳແພງ ນອກພູເຂົາໄດ້ໂດຍບໍ່ຕິດຂັດເໝືອນໄປໃນທີ່ວ່າງກໍໄດ້;

ກະທຳກາຣຜຸດຂຶ້ນຫລືມຸດລົງໃນແຜ່ນດິນເໝືອນໃນນ້ຳກໍໄດ້;

ເດີນເທິງນ້ຳບໍ່ແຕກເໝືອນເດີນເທິງແຜ່ນດິນກໍໄດ້;

ເຫາະໄປໃນອາກາສທັງໆທີ່ຍັງນັ່ງຄູ້ບັນລັງເໝືອນນົກກໍໄດ້; ລູບຄຳດວງຈັນທ໌ ດວງອາທິຕເຊິ່ງມີລິທຫລາຍ ມີອານຸພາບຫລາຍດ້ວຍຝາມືກໍໄດ້;

ໃຊ້ອຳນາຈທາງກາຍໄປຕລອດພຣົມມະໂລກກໍໄດ້ເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງໄດ້ຍິນສຽງທັງ ໒ ຄື ສຽງທິພຍ໌ແລະສຽງມະນຸສທັງໃນທີ່ໄກແລະໃນທີ່ໃກ້ ດ້ວຍທິພພະໂສຕະ(ຫູທິບ) ອັນບໍຣິສຸທ ລ່ວງໂສຕະຂອງມະນຸສເຖີດ ດັ່ງນີ້, ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພິກຂຸທັງຫລາຍ! ຖ້າພິກຂຸມີຄວາມຫວັງວ່າ ຂໍເຮົາຈົ່ງກຳນົດຮູ້ໃຈຂອງສັຕອື່ນ ແລະບຸຄຄົລອື່ນໄດ້ດ້ວຍໃຈຄື:

ຈິຕມີຣາຄະ ກໍຮູ້ວ່າ ຈິຕມີຣາຄະ;

ຈິຕປາສະຈາກຣາຄະ ກໍຮູ້ວ່າ ຈິຕປາສະຈາກຣາຄະ;

ຈິຕມີໂທສະ ກໍຮູ້ວ່າ ຈິຕມີໂທສະ;

ຈິຕປາສະຈາກໂທສະ ກໍຮູ້ວ່າ ຈິຕປາສະຈາກໂທສະ;

ຈິຕມີໂມຫະ ກໍຮູ້ວ່າ ຈິຕມີໂມຫະ;

ຈິຕປາສະຈາກໂມຫະ ກໍຮູ້ວ່າ ຈິຕປາສະຈາກໂມຫະ;

ຈິຕຫົດຫູ່ ກໍຮູ້ວ່າ ຈິຕຫົດຫູ່;

ຈິຕຟຸ້ງຊ່ານ ກໍຮູ້ວ່າ ຈິຕຟຸ້ງຊ່ານ;

ຈິຕເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕເປັນມະຫັຄຄະຕະ;

ຈິຕບໍ່ເປັນມະຫັຄຄະຕະ ກໍຮູ້ວ່າ ຈິຕບໍ່ເປັນມະຫັຄຄະຕະ;

ຈິຕມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕມີຈິຕອື່ນຍິ່ງກວ່າ;

ຈິຕບໍ່ມີຈິຕອື່ນຍິ່ງກວ່າ ກໍຮູ້ວ່າ ຈິຕບໍ່ມີຈິຕອື່ນຍິ່ງກວ່າ;

ຈິຕຕັ້ງໝັ້ນ ກໍຮູ້ວ່າ ຈິຕຕັ້ງໝັ້ນ;

ຈິຕບໍ່ຕັ້ງໝັ້ນ ກໍຮູ້ວ່າ ຈິຕບໍ່ຕັ້ງໝັ້ນ;

ຈິຕຫລຸດພົ້ນ ກໍຮູ້ວ່າ ຈິຕຫລຸດພົ້ນ;

ຈິຕບໍ່ຫລຸດພົ້ນ ກໍຮູ້ວ່າ ຈິຕບໍ່ຫລຸດພົ້ນເຖີດ ດັ່ງນີ້,

ພິກຂຸນັ້ນຄວນກະທຳໃຫ້ບໍຣິບູນໃນສີລ ໝັ່ນປະກອບເນື່ອງໆເຊິ່ງຄວາມສງົບຈິຕໃນພາຍໃນ ບໍ່ກະທຳຊານໃຫ້ເຫີນຫ່າງ ປະກອບດ້ວຍວິປັສສນາ ພອກພູນສຸນຍາຄາຣ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ