ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.

ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໒໒໐/໒໕໗

ທັມ ໕ ປະກາຣທີ່ເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ (1)

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໕ ປະກາຣເປັນຢ່າງໃດ? ຄື

ຄວາມເປັນຜູ້ຍິນດີໃນກາຣງານ (ກັມມາຣາມະຕາ),

ຄວາມເປັນຜູ້ຍິນດີໃນກາຣເວົ້າ (ພັສສາຣາມະຕາ),

ຄວາມເປັນຜູ້ຍິນດີໃນກາຣນອນ (ນິທທາຣາມະຕາ),

ຄວາມເປັນຜູ້ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ

(ສັງຄະນິກາຣາມະຕາ),

ບໍ່ພິຈາຣະນາຈິຕຕາມທີ່ຫລຸດພົ້ນແລ້ວ

(ຍະຖາວິມຸຕຕັງ ຈິຕຕັງ ນະ ປັຈຈະເວກຂະຕິ).

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໕ ປະກາຣເປັນຢ່າງໃດ? ຄື

ຄວາມເປັນຜູ້ບໍ່ຍິນດີໃນກາຣງານ,

ຄວາມເປັນຜູ້ບໍ່ຍິນດີໃນກາຣເວົ້າ,

ຄວາມເປັນຜູ້ບໍ່ຍິນດີໃນກາຣນອນ,

ຄວາມເປັນຜູ້ບໍ່ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ,

ພິຈາຣະນາຈິຕຕາມທີ່ຫລຸດພົ້ນແລ້ວ.

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໐໐/໘໙

ທັມ ໕ ປະກາຣທີ່ເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ (2)

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸຜູ້ເປັນເສຂະໃນທັມວິນັຍນີ້ ເປັນຜູ້ມີກິຈຫລາຍ ມີກະຣະນີຍະຫລາຍ ບໍ່ສລາດໃນກິຈນ້ອຍກິຈໃຫຍ່ ລະກາຣຫລີກເຣັ້ນ ບໍ່ປະກອບຄວາມສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໑ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ເປັນເສຂະຍ່ອມປ່ອຍໃຫ້ວັນເວລາລ່ວງໄປເພາະກາຣງານເລັກນ້ອຍ ລະກາຣຫລີກເຣັ້ນ ບໍ່ປະກອບຄວາມສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໒ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ເປັນເສຂະຍ່ອມຄຸກຄີດ້ວຍຄະຣືຫັສຖ໌ແລະບັນພະຊິຕ ດ້ວຍກາຣຄຸກຄີກັບຄະຣືຫັສຖ໌ອັນບໍ່ສົມຄວນ ລະກາຣຫລີກເຣັ້ນ ບໍ່ປະກອບຄວາມສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໓ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ເປັນເສຂະຍ່ອມເຂົ້າໄປໃນບ້ານໃນເວລາເຊົ້າຫລາຍ ກັບມາໃນເວລາສວາຍຫລາຍ ລະກາຣຫລີກເຣັ້ນ ບໍ່ປະກອບຄວາມສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໔ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ເປັນເສຂະຍ່ອມບໍ່ໄດ້ຕາມຄວາມປາຖນາ ໄດ້ໂດຍຍາກ ໄດ້ໂດຍລຳບາກເຊິ່ງກະຖາອັນເປັນໄປເພື່ອກາຣຂັດເກົາກິເລສ ເປັນທີ່ສະບາຍແກ່ທັມເຄື່ອງເປີດໂປ່ງຈິຕຄື ອັປປິຈສະກະຖາ ສັນຕຸຕຖິກະຖາ ປະວິເວກະກະຖາ ອະສັງສັຄຄະກະຖາ ວິຣິຍາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານທັສສະນະກະຖາ ລະກາຣຫລີກເຣັ້ນ ບໍ່ປະກອບຄວາມ ສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໕ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.

ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໕ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸຜູ້ເປັນເສຂະໃນທັມວິນັຍນີ້ ເປັນຜູ້ບໍ່ມີກິຈຫລາຍ ບໍ່ມີກະຣະນີຍະຫລາຍ ສລາດໃນກິຈນ້ອຍກິຈໃຫຍ່ ບໍ່ລະກາຣຫລີກເຣັ້ນ ປະກອບຄວາມສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໑ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ