ຄວາມສັນໂດດ
ໜ້າ/ 65
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ໃນອະນາຄົຕ ພິກຂຸທັງຫລາຍຈັກເປັນຜູ້ຢູ່ຄຸກຄີດ້ວຍອາຣາມິກະບຸຣຸສ ແລະສະມະນຸທເທສ ເມື່ອມີກາຣຢູ່ຄຸກຄີດ້ວຍອາຣາມິກະບຸຣຸສ ແລະສະມະນຸທເທສ ຍ່ອມຫວັງຂໍ້ນີ້ໄດ້ວ່າ ເຂົາເຫລົ່ານັ້ນຈັກເປັນຜູ້ປະກອບກາຣບໍຣິໂພຄຂອງທີ່ສະສົມໄວ້ມີປະກາຣຕ່າງໆ ຈັກກະທຳນິມິຕອັນຫຍາບທີ່ແຜ່ນດິນແດ່ ທີ່ປາຍຂອງຂຽວແດ່. ພິກຂຸທັງຫລາຍ ພັຍໃນອະນາຄົຕຂໍ້ທີ ໕ ນີ້ ເຊິ່ງຍັງບໍ່ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍນັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍນັ້ນ.
ພິກຂຸທັງຫລາຍ! ພັຍໃນອະນາຄົຕ ໕ ປະກາຣນີ້ແລ ເຊິ່ງຍັງບໍ່ເກີດຂຶ້ນໃນບັດນີ້ ແຕ່ຈັກເກີດຂຶ້ນໃນກາລຕໍ່ໄປ ພັຍເຫລົ່ານັ້ນອັນພວກເຈົ້າທັງຫລາຍຄວນຮູ້ໄວ້ສະເພາະ ຄັນແລ້ວຄວນພະຍາຍາມເພື່ອລະພັຍເຫລົ່ານັ້ນ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໙໑/໘໐
ເຫຕທີ່ເຮັດໃຫ້ຕັນຫາເກີດຂຶ້ນແກ່ພິກຂຸ
ພິກຂຸທັງຫລາຍ! ຄວາມເກີດຂຶ້ນແຫ່ງຕັນຫາທີ່ມີແກ່ພິກຂຸ ໔ ປະກາຣນີ້ ເຊິ່ງເປັນເຫຕໃຫ້ຕັນຫາເກີດຂຶ້ນໄດ້, ໔ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ຕັນຫາເມື່ອຈະເກີດແກ່ພິກຂຸ ຍ່ອມເກີດຂຶ້ນເພາະເຫຕແຫ່ງຈີວອຣ (ຈີວະຣະເຫຕຸ ວາ ພິກຂະເວ ພິກຂຸໂນ ຕັນຫາ ອຸປປັຊຊະມານາ ອຸປປັຊຊະຕິ).
ພິກຂຸທັງຫລາຍ! ຕັນຫາເມື່ອຈະເກີດແກ່ພິກຂຸ ຍ່ອມເກີດຂຶ້ນເພາະເຫຕແຫ່ງບິນທະບາຕ.
ພິກຂຸທັງຫລາຍ! ຕັນຫາເມື່ອຈະເກີດແກ່ພິກຂຸ ຍ່ອມເກີດຂຶ້ນເພາະເຫຕແຫ່ງເສນາສະນະ.
ພິກຂຸທັງຫລາຍ! ຕັນຫາເມື່ອຈະເກີດແກ່ພິກຂຸ ຍ່ອມເກີດຂຶ້ນເພາະເຫຕແຫ່ງເພສັຊອັນປະນີຕແລະປະນີຕກວ່າ.
ພິກຂຸທັງຫລາຍ! ຄວາມເກີດຂຶ້ນແຫ່ງຕັນຫາທີ່ມີແກ່ພິກຂຸ ໔ ປະກາຣນີ້ແລ ເຊິ່ງເປັນເຫຕໃຫ້ຕັນຫາເກີດຂຶ້ນໄດ້.
ບຸຣຸສຜູ້ມີຕັນຫາເປັນເພື່ອນສອງ
ທ່ອງທ່ຽວໄປຕລອດກາລຍືດຍາວນານ
ຍ່ອມບໍ່ລ່ວງພົ້ນສົງສາຣອັນມີຄວາມເປັນຢ່າງນີ້
ແລະຄວາມເປັນຢ່າງອື່ນ.
ພິກຂຸຮູ້ໂທສນີ້ ຮູ້ຕັນຫາເປັນທີ່ເກີດແຫ່ງທຸກຂ໌
ຄວນເປັນຜູ້ບໍ່ມີຕັນຫາ ບໍ່ມີຄວາມຖືໝັ້ນ
ມີສະຕິສັມປະຊັນຍະຢູ່.
“Bhikkhus, there are these four ways in which craving arises in a bhikkhu. What four? Craving arises in a bhikkhu because of robes, almsfood, lodgings, or for the sake of life here or elsewhere. These are the four ways in which craving arises in a bhikkhu.”
With craving as companion
a person wanders during this long time.
Going from one state to another,
he does not overcome saṁsāra.
Having known this danger—
that craving is the origin of suffering—
free from craving, devoid of grasping,
a bhikkhu should wander mindfully.
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໘/໙
Taṇhuppādasutta AN 4.9 https://suttacentral.net/an4.9
ທັມ ໓ ປະກາຣທີ່ເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ
ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.
ທັມ ໓ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸຜູ້ເປັນເສຂະໃນທັມວິນັຍນີ້ ເປັນຜູ້ມີກາຣງານເປັນທີ່ມາຍິນດີ ຍິນດີໃນກາຣງານ ຂົນຂວາຍໃນຄວາມເປັນຜູ້ມີກາຣງານເປັນທີ່ມາຍິນດີ ໑
ເປັນຜູ້ມັກເວົ້າ ຍິນດີໃນກາຣເວົ້າ ຂົນຂວາຍໃນຄວາມເປັນຜູ້ມັກເວົ້າ ໑
ເປັນຜູ້ມັກນອນ ຍິນດີໃນກາຣນອນ ຂົນຂວາຍໃນຄວາມເປັນຜູ້ມັກນອນ ໑
ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.
ພິກຂຸທັງຫລາຍ! ທັມ ໓ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ທັມ ໓ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸຜູ້ເປັນເສຂະໃນທັມວິນັຍນີ້ ເປັນຜູ້ບໍ່ມີກາຣງານເປັນທີ່ມາຍິນດີ ບໍ່ຍິນດີໃນກາຣງານ ບໍ່ຂົນຂວາຍໃນຄວາມເປັນຜູ້ມີກາຣງານເປັນທີ່ມາຍິນດີ ໑
ເປັນຜູ້ບໍ່ມັກເວົ້າ ບໍ່ຍິນດີໃນກາຣເວົ້າ ບໍ່ຂົນຂວາຍໃນຄວາມເປັນຜູ້ມັກເວົ້າ ໑
ເປັນຜູ້ບໍ່ມັກນອນ ບໍ່ຍິນດີໃນກາຣນອນ ບໍ່ຂົນຂວາຍໃນຄວາມເປັນຜູ້ມັກນອນ ໑








