ຄວາມສັນໂດດ
ໜ້າ/ 65
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ເປັນເສຂະຍ່ອມບໍ່ປ່ອຍໃຫ້ວັນເວລາລ່ວງໄປເພາະກາຣງານເລັກນ້ອຍ ບໍ່ລະກາຣຫລີກເຣັ້ນ ປະກອບຄວາມສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໒ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ເປັນເສຂະຍ່ອມບໍ່ຄຸກຄີດ້ວຍຄະຣືຫັສຖ໌ແລະບັນພະຊິຕ ດ້ວຍກາຣຄຸກຄີກັບຄະຣືຫັສຖ໌ອັນບໍ່ສົມຄວນ ບໍ່ລະກາຣຫລີກເຣັ້ນ ປະກອບຄວາມສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໓ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ເປັນເສຂະຍ່ອມບໍ່ເຂົ້າໄປໃນບ້ານໃນເວລາເຊົ້າຫລາຍ ບໍ່ກັບມາໃນເວລາສວາຍຫລາຍ ບໍ່ລະກາຣຫລີກເຣັ້ນ ປະກອບຄວາມສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໔ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸຜູ້ເປັນເສຂະຍ່ອມໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງກະຖາອັນເປັນໄປເພື່ອກາຣຂັດເກົາກິເລສ ເປັນທີ່ສະບາຍແກ່ທັມເຄື່ອງເປີດໂປ່ງຈິຕຄື ອັປປິຈສະກະຖາ ສັນຕຸຕຖິກະຖາ ປະວິເວກະກະຖາ ອະສັງສັຄຄະກະຖາ ວິຣິຍາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານທັສສະນະກະຖາ ບໍ່ລະກາຣຫລີກເຣັ້ນ ປະກອບຄວາມ ສງົບໃຈໃນພາຍໃນ. ພິກຂຸທັງຫລາຍ ນີ້ເປັນທັມປະກາຣທີ ໕ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ພິກຂຸທັງຫລາຍ! ທັມ ໕ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໐໑/໙໐
ທັມ ໖ ປະກາຣທີ່ເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ
ພິກຂຸທັງຫລາຍ! ທັມ ໖ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໖ ປະກາຣເປັນຢ່າງໃດ? ຄື
ຄວາມເປັນຜູ້ຍິນດີໃນກາຣງານ (ກັມມາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣເວົ້າ (ພັສສາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣນອນ (ນິທທາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ
(ສັງຄະນິກາຣາມະຕາ),
ຄວາມເປັນຜູ້ບໍ່ຄຸ້ມຄອງທະວາຣໃນອິນຊີທັງຫລາຍ
(ອິນທະຣິເຍສຸ ອະຄຸຕຕັທວາຣະຕາ),
ຄວາມເປັນຜູ້ບໍ່ຮູ້ປະມານໃນໂພຊະນະ
(ໂພຊະເນ ອະມັຕຕັນຍຸຕາ).
ພິກຂຸທັງຫລາຍ! ທັມ ໖ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ.
ພິກຂຸທັງຫລາຍ! ທັມ ໖ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໖ ປະກາຣເປັນຢ່າງໃດ? ຄື
ຄວາມເປັນຜູ້ບໍ່ຍິນດີໃນກາຣງານ,
ຄວາມເປັນຜູ້ບໍ່ຍິນດີໃນກາຣເວົ້າ,
ຄວາມເປັນຜູ້ບໍ່ຍິນດີໃນກາຣນອນ,
ຄວາມເປັນຜູ້ບໍ່ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ,
ຄວາມເປັນຜູ້ຄຸ້ມຄອງທະວາຣໃນອິນຊີທັງຫລາຍ,
ຄວາມເປັນຜູ້ຮູ້ປະມານໃນໂພຊະນະ.
ພິກຂຸທັງຫລາຍ! ທັມ ໖ ປະກາຣນີ້ແລ ຍ່ອມເປັນໄປເພື່ອຄວາມບໍ່ເສື່ອມແກ່ພິກຂຸຜູ້ເປັນເສຂະ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໐໐/໓໐໒
ທັມ ໗ ປະກາຣທີ່ເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ
ພິກຂຸທັງຫລາຍ! ທັມ ໗ ປະກາຣນີ້ ຍ່ອມເປັນໄປເພື່ອຄວາມເສື່ອມແກ່ພິກຂຸຜູ້ເປັນເສຂະ. ທັມ ໗ ປະກາຣເປັນຢ່າງໃດ? ຄື
ຄວາມເປັນຜູ້ຍິນດີໃນກາຣງານ (ກັມມາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣເວົ້າ (ພັສສາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣນອນ (ນິທທາຣາມະຕາ),
ຄວາມເປັນຜູ້ຍິນດີໃນກາຣຄຸກຄີດ້ວຍໝູ່ຄະນະ
(ສັງຄະນິກາຣາມະຕາ),
ຄວາມເປັນຜູ້ບໍ່ຄຸ້ມຄອງທະວາຣໃນອິນຊີທັງຫລາຍ
(ອິນທະຣິເຍສຸ ອະຄຸຕຕັທວາຣະຕາ),
ຄວາມເປັນຜູ້ບໍ່ຮູ້ປະມານໃນໂພຊະນະ
(ໂພຊະເນ ອະມັຕຕັນຍຸຕາ),








