ຄວາມສັນໂດດ
ໜ້າ/ 65
ອານົນທ໌! ຖ້າພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ພຣະຣາຊາ ມະຫາອະມາຕຂອງພຣະຣາຊາ ເດຍຣະຖີຍ໌ ສາວົກຂອງເດຍຣະຖີຍ໌ເຂົ້າໄປຫາຕະຖາຄົຕຜູ້ຢູ່ດ້ວຍວິຫາຣະທັມນີ້ໃນທີ່ນັ້ນໆ ຕະຖາຄົຕຍ່ອມມີຈິຕນ້ອມໄປໃນວິເວກ ໂນ້ມໄປໃນວິເວກ ໂອນໄປໃນວິເວກ ຫລືຫລີກອອກແລ້ວ ຍິນດີຍິ່ງໃນເນກຂັມມະ ມີພາຍໃນປາສະຈາກທັມອັນເປັນທີ່ຕັ້ງແຫ່ງອາສະວະໂດຍປະກາຣທັງປວງ ຈະເປັນຜູ້ທຳກາຣເຈຣະຈາສະເພາະແຕ່ທີ່ຊັກຊວນໃຫ້ອອກເທົ່ານັ້ນ ໃນບໍຣິສັທນັ້ນໆໂດຍແທ້. ອານົນທ໌ ເພາະສະນັ້ນແລ ຖ້າພິກຂຸມີຄວາມຫວັງວ່າ ຈະບັນລຸສຸນຍະຕະສະມາບັຕພາຍໃນຢູ່ ເຂົາຄວນດຳຣົງຈິຕໄວ້ໃນພາຍໃນ ໃຫ້ຈິຕພາຍໃນສງົບ ກະທຳຈິຕພາຍໃນໃຫ້ເປັນທັມອັນເອກຜຸດຂຶ້ນ ຕັ້ງຈິຕພາຍໃນໃຫ້ໝັ້ນເຖີດ.
ອານົນທ໌! ກໍພິກຂຸຈະດຳຣົງຈິຕໄວ້ໃນພາຍໃນ ໃຫ້ຈິຕພາຍໃນສງົບ ກະທຳຈິຕພາຍໃນໃຫ້ເປັນທັມອັນເອກຜຸດຂຶ້ນ ຕັ້ງຈິຕພາຍໃນໃຫ້ໝັ້ນເປັນຢ່າງໃດ?
ອານົນທ໌! ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;
ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;
ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.
ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.
ອານົນທ໌! ຢ່າງນີ້ແລ ພິກຂຸຊື່ວ່າຍ່ອມດຳຣົງຈິຕໄວ້ໃນພາຍໃນ ໃຫ້ຈິຕພາຍໃນສງົບ ກະທຳຈິຕພາຍໃນໃຫ້ເປັນທັມອັນເອກຜຸດຂຶ້ນ ຕັ້ງຈິຕພາຍໃນໃຫ້ໝັ້ນ.
ອານົນທ໌! ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງພາຍໃນ ເມື່ອເຂົາໃສ່ໃຈໃນຄວາມວ່າງພາຍໃນ ຈິຕຍັງບໍ່ແລ່ນໄປ ຍັງບໍ່ເຫລື້ອມໃສ ຍັງບໍ່ຕັ້ງໝັ້ນ ຍັງບໍ່ນຶກນ້ອມໄປໃນຄວາມວ່າງພາຍໃນ ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ເມື່ອເຮົາກຳລັງໃສ່ໃຈໃນຄວາມວ່າງພາຍໃນ ຈິຕຍັງບໍ່ແລ່ນໄປ ຍັງບໍ່ເຫລື້ອມໃສ ຍັງບໍ່ຕັ້ງໝັ້ນ ຍັງບໍ່ນຶກນ້ອມໄປໃນຄວາມວ່າງພາຍໃນ ດ້ວຍອາກາຣນີ້ແລ ຍ່ອມເປັນອັນເຂົາຮູ້ສຶກໂຕໃນເຣື່ອງຄວາມວ່າງພາຍໃນນັ້ນໄດ້.
ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງພາຍນອກ...ໆລໆ
ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງທັງພາຍໃນແລະພາຍນອກ...ໆລໆ
ພິກຂຸນັ້ນຍ່ອມໃສ່ໃຈໃນອາເນນຊະສະມາບັຕ ຈິຕຍັງບໍ່ແລ່ນໄປ ຍັງບໍ່ເຫລື້ອມໃສ ຍັງບໍ່ຕັ້ງໝັ້ນ ຍັງບໍ່ນຶກນ້ອມໄປໃນອາເນນຊະສະມາບັຕ ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ເມື່ອເຮົາກຳລັງໃສ່ໃຈໃນອາເນນຊະສະມາບັຕ ຈິຕຍັງບໍ່ແລ່ນໄປ ຍັງບໍ່ເຫລື້ອມໃສ ຍັງບໍ່ຕັ້ງໝັ້ນ ຍັງບໍ່ນຶກນ້ອມໄປໃນອາເນນຊະສະມາບັຕ ດ້ວຍອາກາຣນີ້ແລ ຍ່ອມເປັນອັນເຂົາຮູ້ສຶກໂຕໃນເຣື່ອງອາເນນຊະສະມາບັຕນັ້ນໄດ້.
ອານົນທ໌! ພິກຂຸຄວນດຳຣົງຈິຕໄວ້ໃນພາຍໃນ ໃຫ້ຈິຕພາຍໃນສງົບ ກະທຳຈິຕພາຍໃນໃຫ້ເປັນທັມອັນເອກຜຸດຂຶ້ນ ຕັ້ງຈິຕພາຍໃນໃຫ້ໝັ້ນໃນສະມາທິນິມິຕຂ້າງຕົ້ນນັ້ນແລ ເຂົາຍ່ອມໃສ່ໃຈໃນຄວາມວ່າງພາຍໃນ ເມື່ອເຂົາໃສ່ໃຈໃນຄວາມວ່າງພາຍໃນ ຈິຕຍ່ອມແລ່ນໄປ ຍ່ອມເຫລື້ອມໃສ ຍ່ອມຕັ້ງໝັ້ນ ຍ່ອມນຶກນ້ອມໄປໃນຄວາມວ່າງພາຍໃນ ເມື່ອເປັນເຊັ່ນນັ້ນ ພິກຂຸນັ້ນຍ່ອມຮູ້ຊັດຢ່າງນີ້ວ່າ ເມື່ອເຮົາກຳລັງໃສ່ໃຈໃນຄວາມວ່າງພາຍໃນ ຈິຕຍ່ອມແລ່ນໄປ ຍ່ອມເຫລື້ອມໃສ ຍ່ອມຕັ້ງ ໝັ້ນ ຍ່ອມນຶກນ້ອມໄປໃນຄວາມວ່າງພາຍໃນ ດ້ວຍອາກາຣນີ້ແລ ຍ່ອມເປັນອັນເຂົາຮູ້ສຶກໂຕໃນເຣື່ອງຄວາມວ່າງພາຍໃນນັ້ນໄດ້.
ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງພາຍນອກ...ໆລໆ
ພິກຂຸນັ້ນຍ່ອມໃສ່ໃຈໃນຄວາມວ່າງທັງພາຍໃນແລະພາຍນອກ...ໆລໆ








