ຄວາມສັນໂດດ
ໜ້າ/ 65
235. ທັມ ໘ ປະກາຣທີ່ເປັນໄປເພື່ອຄວາມບໍ່ເສື່ອມ
ແກ່ພິກຂຸຜູ້ເປັນເສຂະ
238. ກຸສິຕະວັຕຖຸ ໘ ປະກາຣ
243. ອາຣັພພະວັຕຖຸ ໘ ປະກາຣ
250. ທຸດົງຄະວັຕ
(ຂໍ້ປະຕິບັຕເພື່ອກາຣຂັດເກົາກິເລສ)
257. ວ່າດ້ວຍສິ່ງທີ່ເປັນພັຍແລະໜ້າຢ້ານກົວ
280. ຂໍ້ທີ່ຄວນຫວັງໄດ້ ໑໗ ປະກາຣ
293. ມະຫາປຸຣິສະວິຕົກ ໘
311. ທີ່ນັ່ງທີ່ນອນອັນສູງໃຫຍ່ ໓ ຊະນິດ
324. ກິຈທີ່ຮີບດ່ວນຂອງພິກຂຸ
ບົທທັມທີ່ຄວນຊາບກ່ອນ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣນິໂຄທາຣາມ ເຂຕພຣະນະຄອຣກະບິລພັສ ໃນສັກກະຊົນບົທ. ຄັ້ງນັ້ນແລ ພຣະຜູ້ມີພຣະພາຄຊົງນຸ່ງແລ້ວ ຖືບາຕແລະຈີວອຣ ສະເດັຈເຂົ້າໄປບິນທະບາຕຍັງພຣະນະຄອຣກະບິລພັສໃນເວລາເຊົ້າ ຄັນສະເດັຈກັບຈາກບິນທະບາຕໃນເວລາປັຈສາພັຕ ໄດ້ສະເດັຈເຂົ້າໄປຍັງວິຫາຣຂອງເຈົ້າກາລະເຂມະກະສາກະຍະ ເພື່ອພັກຜ່ອນໃນເວລາທ່ຽງວັນ.
ສມັຍນັ້ນແລ ໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະມີເສນາສະນະທີ່ແຕ່ງຕັ້ງໄວ້ມາກມາຍ ພຣະຜູ້ມີພຣະພາຄທອດພຣະເນຕເຫັນເສນາສະນະທີ່ແຕ່ງຕັ້ງໄວ້ມາກມາຍນັ້ນແລ້ວ ຈຶ່ງມີພຣະດຳຣິດັ່ງນີ້ວ່າ ໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະມີເສນາສະນະທີ່ແຕ່ງຕັ້ງໄວ້ມາກມາຍ ທີ່ນີ້ມີພິກຂຸມາກມາຍຫລືໜໍ?
ສມັຍນັ້ນແລ ທ່ານພຣະອານົນທ໌ກັບພິກຂຸຫລາຍອົງຄ໌ ກະທຳຈີວອຣກັມຢູ່ໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະ. ຄັນໃນເວລາແລງ ພຣະຜູ້ມີພຣະພາຄຊົງສະເດັຈອອກຈາກທີ່ຫລີກເຣັ້ນແລ້ວ ໄດ້ສະເດັຈເຂົ້າໄປໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະ ແລ້ວປະທັບນັ່ງເທິງອາສະນະທີ່ເຂົາແຕ່ງຕັ້ງໄວ້ ພໍປະທັບນັ່ງຮຽບຮ້ອຍແລ້ວ ຈຶ່ງຕຣັສຖາມທ່ານພຣະອານົນທ໌ວ່າ:
ອານົນທ໌! ໃນວິຫາຣຂອງເຈົ້າກາລະເຂມະກະສາກະຍະມີເສນາສະນະທີ່ແຕ່ງຕັ້ງໄວ້ມາກມາຍ ທີ່ນັ້ນມີພິກຂຸຢູ່ມາກມາຍຫລື?
ທ່ານພຣະອານົນທ໌ກຣາບທູລວ່າ:
ມາກມາຍ ພຣະອົງຄ໌ຜູ້ຈະເຣີນ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຈີວອຣກາລຂອງພວກຂ້ານ້ອຍກຳລັງດຳເນີນຢູ່.
ອານົນທ໌! ພິກຂຸຜູ້ຊອບຄຸກຄີກັນ ຍິນດີໃນກາຣຄຸກຄີກັນ ປະກອບເນື່ອງໆເຊິ່ງຄວາມຊອບຄຸກຄີກັນ ຊອບເປັນໝູ່ ຍິນດີໃນໝູ່ ບັນເທີງຮ່ວມໝູ່ ຍ່ອມບໍ່ງາມເລີຍ.
ອານົນທ໌! ຂໍ້ທີ່ພິກຂຸຊອບຄຸກຄີກັນ ຍິນດີໃນກາຣຄຸກຄີກັນ ປະກອບເນື່ອງໆເຊິ່ງຄວາມຊອບຄຸກຄີກັນ ຊອບເປັນໝູ່ ຍິນດີໃນໝູ່ ບັນເທີງຮ່ວມໝູ່ນັ້ນຫລືໜໍ ຈັກເປັນຜູ້ໄດ້ຕາມຄວາມ ປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງສຸຂອັນເກີດແຕ່ເນກຂັມມະ ສຸຂອັນເກີດແຕ່ຄວາມສງັດ ສຸຂອັນເກີດແຕ່ຄວາມເຂົ້າໄປສງົບ ສຸຂອັນເກີດແຕ່ຄວາມຕຣັສຮູ້ ນັ້ນບໍ່ເປັນຖານະທີ່ມີໄດ້.
ອານົນທ໌! ສ່ວນຂໍ້ທີ່ພິກຂຸເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ຍ່ອມຫວັງໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງສຸຂອັນເກີດແຕ່ເນກຂັມມະ ສຸຂອັນເກີດແຕ່ຄວາມສງັດ ສຸຂອັນເກີດແຕ່ຄວາມເຂົ້າໄປສງົບ ສຸຂອັນເກີດແຕ່ຄວາມຕຣັສຮູ້ ນັ້ນເປັນຖານະທີ່ມີໄດ້.
ອານົນທ໌! ຂໍ້ທີ່ພິກຂຸຊອບຄຸກຄີກັນ ຍິນດີໃນກາຣຄຸກຄີກັນ ປະກອບເນື່ອງໆເຊິ່ງຄວາມຊອບຄຸກຄີກັນ ຊອບເປັນໝູ່ ຍິນດີໃນໝູ່ ບັນເທີງຮ່ວມໝູ່ນັ້ນຫລືໜໍ ຈັກບັນລຸເຈໂຕວິມຸຕອັນ ປາຖນາພຽງຊົ່ວສມັຍ ຫລືເຈໂຕວິມຸຕອັນບໍ່ກຳເຣີບທີ່ບໍ່ແມ່ນພຽງຊົ່ວສມັຍຢູ່ ນັ້ນບໍ່ເປັນຖານະທີ່ມີໄດ້.
ອານົນທ໌! ສ່ວນຂໍ້ທີ່ພິກຂຸເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ຍ່ອມຫວັງຄວາມບັນລຸເຈໂຕວິມຸຕອັນປາຖນາພຽງຊົ່ວສມັຍ ຫລືເຈໂຕວິມຸຕອັນບໍ່ກຳເຣີບທີ່ບໍ່ແມ່ນພຽງຊົ່ວສມັຍຢູ່ ນັ້ນເປັນຖານະທີ່ມີໄດ້.
ອານົນທ໌! ເຮົາຍ່ອມບໍ່ພິຈາຣະນາເຫັນຣູປແມ່ນແຕ່ຢ່າງດຽວເຊິ່ງເປັນທີ່ບໍ່ເກີດໂສກະ ປະຣິເທວະ ທຸກຂ໌ ໂທມະມັສ ອຸປາຍາສະ ເພາະຄວາມປ່ຽນແປງແລະຄວາມເປັນຢ່າງອື່ນຂອງຣູປຕາມທີ່ເຂົາກຳນັດກັນຢ່າງຍິ່ງເຊິ່ງບຸຄຄົລກຳນັດແລ້ວ.
ອານົນທ໌! ວິຫາຣະທັມອັນຕະຖາຄົຕຕຣັສຮູ້ໃນທີ່ນັ້ນໆ ນີ້ແລ ຄືຕະຖາຄົຕບັນລຸສຸນຍະຕະສະມາບັຕພາຍໃນ ເພາະບໍ່ໃສ່ໃຈໃນນິມິຕທັງປວງຢູ່.








