ຄວາມສັນໂດດ

ໜ້າ/ 65

ບົທນຳ

ພິກຂຸທັງຫລາຍ! ປັຈຈັຍ ໔ ຢ່າງນີ້ ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ (ຈັຕຕາຣີມານິ ພິກຂະເວ ອັປປານິ ຈະ ສຸລະພານິ ຈະ ຕານິ ຈະ ອະນະວັຊຊານິ), ປັຈຈັຍ ໔ ຢ່າງເປັນຢ່າງໃດ?

ພິກຂຸທັງຫລາຍ! ບັນດາຈີວອຣ ບັງສຸກຸລຈີວອຣ (ປັງສຸກູລັງ) ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ.

ພິກຂຸທັງຫລາຍ! ບັນດາໂພຊະນະ ຄຳເຂົ້າທີ່ຫາໄດ້ດ້ວຍບີແຂັ່ງ (ປິນດິຍາໂລໂປ) ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ.

ພິກຂຸທັງຫລາຍ! ບັນດາເສນາສະນະ ເຫງົ້າໄມ້ (ຣຸກຂະມູລັງ) ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ.

ພິກຂຸທັງຫລາຍ! ບັນດາເພສັຊ ມູຕເນົ່າ(ປູຕິມຸຕຕັງ) ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ. ພິກຂຸທັງຫລາຍ ປັຈຈັຍ ໔ ຢ່າງນີ້ແລ ທັງນ້ອຍ ຫາໄດ້ງ່າຍ ແລະບໍ່ມີໂທສ.

ພິກຂຸທັງຫລາຍ! ເພາະເຫຕທີ່ພິກຂຸເປັນຜູ້ສັນໂດດດ້ວຍປັຈຈັຍອັນນ້ອຍແລະຫາໄດ້ງ່າຍ ເຮົາຈຶ່ງກ່າວຂໍ້ນີ້ວ່າ ເປັນອົງຄ໌ແຫ່ງຄວາມເປັນສະມະນະຢ່າງໜຶ່ງຂອງເຂົາ.

ເມື່ອພິກຂຸສັນໂດດດ້ວຍປັຈຈັຍອັນຫາໂທສບໍ່ໄດ້ ທັງນ້ອຍ ແລະຫາໄດ້ງ່າຍ ປຣາຣົພເສນາສະນະ ຈີວອຣ ປານະ ແລະໂພຊະນະ ຈິຕຂອງເຂົາກໍບໍ່ຄັບແຄ້ນ ບໍ່ກະທົບກະເທືອນທຸກທິສ ແລະທັມເຫລົ່າໃດອັນພິກຂຸນັ້ນກ່າວແລ້ວ ອະນຸໂລມແກ່ສະມະນະທັມ ທັມເຫລົ່ານັ້ນອັນພິກຂຸຜູ້ບໍ່ປະມາທ ມີຄວາມສັນໂດດຖືເອົາໂດຍຍິ່ງ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໖/໒໗

ສາຣະບານ

4. ບົທນຳ

8. ສາຣະບານ

15. ບົທທັມທີ່ຄວນຊາບກ່ອນ

39. ພຣະຜູ້ມີພຣະພາຄຊົງປຣາຣົພເຖິງທ່ານພຣະມະຫາກັສສະປະທີ່ທ່ານເປັນຜູ້ສັນໂດດ

46. ອະຣິຍະວົງສ໌ ໔ ທີ່ວິນຍູຊົນສັນລະເສີນ

ວ່າເປັນເລີດ

53. ພຣະຜູ້ມີພຣະພາຄຊົງແນະນຳໃຫ້ທ່ານພຣະມະຫາ

ກັສສະປະຊົງຄະຫະບໍດີຈີວອຣ

64. ພິກຂຸປະກອບດ້ວຍທັມ ໕ ປະກາຣ

ບໍ່ຄວນຫລີກອອກຈາກໝູ່ຢູ່ຜູ້ດຽວ

67. ຄວາມທຸກຂ໌ ຄວາມສຸຂຂອງສະມະນະ

໕ ປະກາຣ

70. ອາສະວະທີ່ຈະລະໄດ້ເພາະກາຣພິຈາຣະນາເສພ

74. ພິກຂຸຜູ້ເປັນເຖຣະປະກອບດ້ວຍທັມ ໕ ປະກາຣ

ຍ່ອມເປັນຜູ້ປະຕິບັຕເພື່ອສິ່ງບໍ່ເປັນປະໂຍຊນ໌

ແກ່ພະຫຸຊົນ

82. ເຣື່ອງພິກຂຸຊາວຣັຖອາລະວີ

101. ພິກຂຸປະກອບດ້ວຍທັມ ໖ ປະກາຣ ຍ່ອມຫວັງໄດ້ຄວາມເສື່ອມໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມຈະເຣີນເລີຍ ຕລອດຄືນຫລືວັນທີ່ຜ່ານໄປ

105. ພຣະຜູ້ມີພຣະພາຄຊົງສັນລະເສີນກາຣຍິນດີດ້ວຍປັຈຈັຍຕາມມີຕາມໄດ້

115. ພິກຂຸປະກອບດ້ວຍທັມ ໕ ປະກາຣ ເສພອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ

118. ພິກຂຸປະກອບດ້ວຍທັມ ໕ ປະກາຣ ຈະເຣີນອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ

121. ພິກຂຸປະກອບດ້ວຍທັມ ໕ ປະກາຣ ກະທຳໃຫ້ຫລາຍເຊິ່ງອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ

124. ພິກຂຸເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ

ຍ່ອມຫວັງໄດ້ເຊິ່ງຄວາມສັນໂດດ

135. ພິກຂຸຊາວຊາຕິພູມຍົກຍ້ອງທ່ານພຣະປຸນນະ

ມັນຕານີບຸຕວ່າ ເປັນຜູ້ມັກນ້ອຍ ສັນໂດດ...

155. ຄວາມສັນໂດດເປັນໜຶ່ງໃນທັມທີ່ກະທຳທີ່ເພິ່ງ

161. ຄວາມສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ເປັນໜຶ່ງໃນທັມອັນເປັນທີ່ຕັ້ງແຫ່ງຄວາມເຫລື້ອມໃສ

185. ພິກຂຸຜູ້ປະກອບດ້ວຍອົງຄ໌ ໕ ເສພ ອາສັຍຢູ່ເຊິ່ງເສນາສະນະທີ່ປະກອບດ້ວຍອົງຄ໌ ໕ ບໍ່ນານຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາ ອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ

190. ພິກຂຸທັງຫລາຍບໍ່ຄວນກີດກັ້ນເສນາສະນະຂອງສົງຄ໌ຕາມລຳດັບພັນສາ ອົງຄ໌ໃດກີດກັ້ນຕ້ອງອາບັຕທຸກກົຕ

202. ພັຍໃນອະນາຄົຕ ໕ ປະກາຣ

207. ເຫຕທີ່ເຮັດໃຫ້ຕັນຫາເກີດຂຶ້ນແກ່ພິກຂຸ

212. ທັມ ໓ ປະກາຣທີ່ເປັນໄປເພື່ອຄວາມເສື່ອມ

ແກ່ພິກຂຸຜູ້ເປັນເສຂະ

216. ທັມ ໕ ປະກາຣທີ່ເປັນໄປເພື່ອຄວາມເສື່ອມ

ແກ່ພິກຂຸຜູ້ເປັນເສຂະ (1)

219. ທັມ ໕ ປະກາຣທີ່ເປັນໄປເພື່ອຄວາມເສື່ອມ

ແກ່ພິກຂຸຜູ້ເປັນເສຂະ (2)

225. ທັມ ໖ ປະກາຣທີ່ເປັນໄປເພື່ອຄວາມເສື່ອມ

ແກ່ພິກຂຸຜູ້ເປັນເສຂະ

228. ທັມ ໗ ປະກາຣທີ່ເປັນໄປເພື່ອຄວາມເສື່ອມ

ແກ່ພິກຂຸຜູ້ເປັນເສຂະ

232. ທັມ ໘ ປະກາຣທີ່ເປັນໄປເພື່ອຄວາມເສື່ອມ

ແກ່ພິກຂຸຜູ້ເປັນເສຂະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ