ຄວາມສັນໂດດ
ໜ້າ/ 65
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງເປັນຜູ້ບໍ່ຄຸກຄີດ້ວຍໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມບໍ່ຄຸກຄີດ້ວຍໝູ່ຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ບໍ່ຄຸກຄີດ້ວຍໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມບໍ່ຄຸກຄີດ້ວຍໝູ່ ຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງເປັນຜູ້ບໍ່ຄຸກຄີດ້ວຍໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມບໍ່ຄຸກຄີດ້ວຍໝູ່ຕລອດກາລະນານ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງເປັນຜູ້ປຣາຣົພຄວາມພຽນ ແລະກ່າວສັນລະເສີນຄຸນແຫ່ງກາຣປຣາຣົພຄວາມພຽນຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ປຣາຣົພຄວາມພຽນ ແລະກ່າວສັນລະເສີນຄຸນແຫ່ງກາຣປຣາຣົພຄວາມພຽນຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງເປັນຜູ້ປຣາຣົພຄວາມພຽນ ແລະກ່າວສັນລະເສີນຄຸນແຫ່ງກາຣປຣາຣົພຄວາມພຽນຕລອດກາລະນານ.
ສາທຸ ສາທຸ ກັສສະປະ! ເມື່ອໄດ້ຍິນວ່າ ເຈົ້າປະຕິບັຕເພື່ອປະໂຍຊນ໌ແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ ເພື່ອເກື້ອກູນ ເພື່ອຄວາມສຸຂແກ່ເທວະດາແລະມະນຸສທັງຫລາຍ.
ກັສສະປະ! ເພາະເຫຕນັ້ນ ເຈົ້າຈົ່ງຊົງຜ້າປ່ານບັງສຸກຸລ ອັນບໍ່ໜ້ານຸ່ງຫົ່ມ ຈົ່ງທ່ຽວບິນທະບາຕ ແລະຈົ່ງຢູ່ໃນປ່າເຖີດ.
ສັງຍຸຕຕະນິກາຍ ນິທານະວັຄ ໑໖/໑໙໙/໔໗໘
ພິກຂຸປະກອບດ້ວຍທັມ ໕ ປະກາຣ
ບໍ່ຄວນຫລີກອອກຈາກໝູ່ຢູ່ຜູ້ດຽວ
ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໕ ປະກາຣ ບໍ່ຄວນຫລີກອອກຈາກໝູ່ຢູ່ຜູ້ດຽວ ທັມ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ບໍ່ສັນໂດດດ້ວຍຈີວອຣຕາມມີຕາມໄດ້,
ເປັນຜູ້ບໍ່ສັນໂດດດ້ວຍບິນທະບາຕຕາມມີຕາມໄດ້,
ເປັນຜູ້ບໍ່ສັນໂດດດ້ວຍເສນາສະນະຕາມມີຕາມໄດ້,
ເປັນຜູ້ບໍ່ສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້,
ເປັນຜູ້ມາກດ້ວຍຄວາມດຳຣິໃນກາມ
(ກາມະສັງກັປປະພະຫຸໂລ ຈະ ວິຫະຣະຕິ).
ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໕ ປະກາຣນີ້ແລ
ບໍ່ຄວນຫລີກອອກຈາກໝູ່ຢູ່ຜູ້ດຽວ.
ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໕ ປະກາຣນີ້ ຍ່ອມຄວນເພື່ອຫລີກອອກຈາກໝູ່ຢູ່ຜູ້ດຽວ ທັມ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ສັນໂດດດ້ວຍຈີວອຣຕາມມີຕາມໄດ້,
ເປັນຜູ້ສັນໂດດດ້ວຍບິນທະບາຕຕາມມີຕາມໄດ້,
ເປັນຜູ້ສັນໂດດດ້ວຍເສນາສະນະຕາມມີຕາມໄດ້,
ເປັນຜູ້ສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້,
ເປັນຜູ້ມາກດ້ວຍຄວາມດຳຣິໃນເນກຂັມມະ
(ເນກຂັມມະສັງກັປປະພະຫຸໂລ ຈະ ວິຫະຣະຕິ).
ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໕ ປະກາຣນີ້ແລ
ຍ່ອມຄວນເພື່ອຫລີກອອກຈາກໝູ່ຢູ່ຜູ້ດຽວ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໓໑/໑໒໗
ຄວາມທຸກຂ໌ ຄວາມສຸຂຂອງສະມະນະ
໕ ປະກາຣ
ພິກຂຸທັງຫລາຍ! ທຸກຂ໌ຂອງສະມະນະ ໕ ປະກາຣນີ້ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ບໍ່ສັນໂດດດ້ວຍຈີວອຣຕາມມີຕາມໄດ້,
ເປັນຜູ້ບໍ່ສັນໂດດດ້ວຍບິນທະບາຕຕາມມີຕາມໄດ້,
ເປັນຜູ້ບໍ່ສັນໂດດດ້ວຍເສນາສະນະຕາມມີຕາມໄດ້,
ເປັນຜູ້ບໍ່ສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້,
ບໍ່ຍິນດີປະພຶຕພຣົມມະຈັນຍ໌.








