ຄວາມສັນໂດດ

ໜ້າ/ 65

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງຊົງໄຕຣຈີວອຣເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງໄຕຣຈີວອຣເປັນວັຕຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ຊົງໄຕຣຈີວອຣເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງໄຕຣຈີວອຣເປັນວັຕຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງຊົງໄຕຣຈີວອຣເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງໄຕຣຈີວອຣເປັນວັຕຕລອດກາລະນານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງເປັນຜູ້ມີຄວາມປາຖນານ້ອຍ ແລະກ່າວສັນລະເສີນຄຸນແຫ່ງຄວາມປາຖນານ້ອຍຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ມີຄວາມປາຖນານ້ອຍ ແລະກ່າວສັນລະເສີນຄຸນແຫ່ງຄວາມ ປາຖນານ້ອຍຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງເປັນຜູ້ມີຄວາມປາຖນານ້ອຍ ແລະກ່າວສັນລະເສີນຄຸນແຫ່ງຄວາມປາຖນານ້ອຍຕລອດກາລະນານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງເປັນຜູ້ສັນໂດດ ແລະກ່າວສັນລະເສີນຄຸນແຫ່ງຄວາມສັນໂດດຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ສັນໂດດ ແລະກ່າວສັນລະເສີນຄຸນແຫ່ງຄວາມສັນໂດດຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງເປັນຜູ້ສັນໂດດ ແລະກ່າວສັນລະເສີນຄຸນແຫ່ງຄວາມສັນໂດດຕລອດກາລະນານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງເປັນຜູ້ສງັດຈາກໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມສງັດຈາກໝູ່ຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ສງັດຈາກໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມສງັດຈາກໝູ່ ຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງເປັນຜູ້ສງັດຈາກໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມສງັດຈາກໝູ່ຕລອດກາລະນານ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ