ຄວາມສັນໂດດ
ໜ້າ/ 65
ພິກຂຸທັງຫລາຍ! ທຸກຂ໌ຂອງສະມະນະ ໕ ປະກາຣນີ້ແລ
ພິກຂຸທັງຫລາຍ! ສຸຂຂອງສະມະນະ ໕ ປະກາຣນີ້ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ສັນໂດດດ້ວຍຈີວອຣຕາມມີຕາມໄດ້,
ເປັນຜູ້ສັນໂດດດ້ວຍບິນທະບາຕຕາມມີຕາມໄດ້,
ເປັນຜູ້ສັນໂດດດ້ວຍເສນາສະນະຕາມມີຕາມໄດ້,
ເປັນຜູ້ສັນໂດດດ້ວຍຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້,
ຍິນດີປະພຶຕພຣົມມະຈັນຍ໌.
ພິກຂຸທັງຫລາຍ! ສຸຂຂອງສະມະນະ ໕ ປະກາຣນີ້ແລ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໓໒/໑໒໘
ອາສະວະທີ່ຈະລະໄດ້ເພາະກາຣພິຈາຣະນາເສພ
ພິກຂຸທັງຫລາຍ! ກໍອາສະວະເຫລົ່າໃດ ທີ່ຈະລະໄດ້ເພາະກາຣພິຈາຣະນາເສພ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ພິຈາຣະນາໂດຍລະອຽດແລ້ວ ເສພຈີວອຣພຽງເພື່ອກຳຈັດຄວາມໜາວ ຄວາມຮ້ອນ ກາຣສັມຜັສແຫ່ງເຫລືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫລາຍ ພຽງເພື່ອປົກປິດອະວັຍວະທີ່ກໍ່ໃຫ້ເກີດຄວາມລະອາຍ.
ພິຈາຣະນາໂດຍລະອຽດແລ້ວ ເສພບິນທະບາຕ ບໍ່ແມ່ນເພື່ອຫລິ້ນ ບໍ່ແມ່ນເພື່ອມົວເມົາ ບໍ່ແມ່ນເພື່ອປະດັບ ບໍ່ແມ່ນເພື່ອຕົບແຕ່ງ ແຕ່ພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້ ເພື່ອຊີວິຕເປັນໄປ ເພື່ອປ້ອງກັນຄວາມລຳບາກ ເພື່ອອະນຸເຄາະພຣົມມະຈັນຍ໌ ດ້ວຍຄິດວ່າ ເຮົາຈັກກຳຈັດເວທະນາເກົ່າເສຍ ແລະບໍ່ກະທຳເວທະນາໃໝ່ໃຫ້ເກີດຂຶ້ນ ຄວາມທີ່ອາຍຸດຳເນີນໄປໄດ້ ຄວາມບໍ່ມີໂທສເພາະອາຫາຣ ແລະຄວາມຢູ່ຜາສຸກສຳຣານຈັກມີແກ່ເຮົາ ດັ່ງນີ້.
ພິຈາຣະນາໂດຍລະອຽດແລ້ວ ເສພເສນາສະນະ ພຽງເພື່ອກຳຈັດຄວາມຮ້ອນ ກາຣສັມຜັສແຫ່ງເຫລືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫລາຍ ພຽງເພື່ອບັນເທົາອັນຕຣາຍອັນເກີດແຕ່ລະດູ ເພື່ອເປັນທີ່ສະບາຍໃນກາຣຫລີກເຣັ້ນ.
ພິຈາຣະນາໂດຍລະອຽດແລ້ວ ເສພຄິລານະປັຈຈັຍເພສັຊບໍຣິຂາຣ ພຽງເພື່ອກຳຈັດເວທະນາອັນເກີດແຕ່ອາພາທຕ່າງໆທີ່ເກີດຂຶ້ນແລ້ວ ເພື່ອຄວາມເປັນຜູ້ບໍ່ມີອາພາທບຽດບຽນເປັນຢ່າງຍິ່ງ.
ພິກຂຸທັງຫລາຍ! ອາສະວະທັງຫລາຍແລະຄວາມຮ້ອນຮົນອັນກະທຳຄວາມຄັບແຄ້ນເຫລົ່າໃດ ຍ່ອມເກີດຂຶ້ນແກ່ພິກຂຸຜູ້ບໍ່ພິຈາຣະນາເສພປັຈຈັຍອັນໃດອັນໜຶ່ງ ອາສະວະທັງຫລາຍແລະຄວາມຮ້ອນຮົນອັນກະທຳຄວາມຄັບແຄ້ນເຫລົ່ານັ້ນ ຍ່ອມບໍ່ມີແກ່ພິກຂຸນັ້ນ ຜູ້ພິຈາຣະນາເສພຢູ່ຢ່າງນີ້.
ພິກຂຸທັງຫລາຍ! ອາສະວະເຫລົ່ານີ້ ເຮົາກ່າວວ່າ ຍ່ອມລະໄດ້ເພາະກາຣພິຈາຣະນາເສພ.
ມັຊຊິມະນິກາຍ ມູລປັນນາສກ໌ ໒໑/໑໔/໑໔
ພິກຂຸຜູ້ເປັນເຖຣະປະກອບດ້ວຍທັມ ໕ ປະກາຣ ຍ່ອມເປັນຜູ້ປະຕິບັຕເພື່ອສິ່ງບໍ່ເປັນປະໂຍຊນ໌ແກ່ພະຫຸຊົນ
ພິກຂຸທັງຫລາຍ! ພິກຂຸຜູ້ເປັນເຖຣະປະກອບດ້ວຍທັມ ໕ ປະກາຣ ຍ່ອມເປັນຜູ້ປະຕິບັຕເພື່ອສິ່ງບໍ່ເປັນປະໂຍຊນ໌ແກ່ພະຫຸຊົນ ເພື່ອຄວາມບໍ່ຜາສຸກແກ່ພະຫຸຊົນ ເພື່ອຄວາມຈິບຫາຍແກ່ພະຫຸຊົນ ເພື່ອຄວາມບໍ່ເກື້ອກູນ ເພື່ອຄວາມທຸກຂ໌ແກ່ເທວະດາແລະມະນຸສທັງຫລາຍ. ທັມ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸຜູ້ເປັນເຖຣະເປັນຣັຕຕັນຍູ ບວຊນານ,
ເປັນຜູ້ມີຊື່ສຽງ ມີຍົສ ມີພະຫຸຊົນເປັນບໍຣິວາຣ ປາກົຕແກ່ຄະຣືຫັສຖ໌ແລະບັນພະຊິຕ,
ເປັນຜູ້ໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ,
ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ຟັງຫລາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ,
ເປັນຜູ້ມີຄວາມເຫັນຜິດ ມີຄວາມເຫັນວິປະຣິຕ (ມິຈສາທິຕຖິໂກ ໂຫຕິ ວິປະຣີຕະທັສສະໂນ).
ເຂົາຍ່ອມຍັງພະຫຸຊົນໃຫ້ຫ່າງເຫີນຈາກສັທທັມ ໃຫ້ຕັ້ງຢູ່ໃນອະສັທທັມ ພະຫຸຊົນຍ່ອມຢຶດຖືທິຕຖານຸຄະຕິ (ກາຣດຳເນີນຕາມແບບຢ່າງທີ່ຕົນເຫັນ, ຖືເອົາຕາມ) ຂອງເຂົາວ່າ ເຂົາເປັນພິກຂຸຜູ້ເຖຣະເປັນຣັຕຕັນຍູ ບວຊນານ ດັ່ງນີ້ແດ່,
ເຂົາເປັນພິກຂຸຜູ້ເຖຣະມີຊື່ສຽງ ມີຍົສ ມີພະຫຸຊົນເປັນບໍຣິວາຣ ປາກົຕແກ່ຄະຣືຫັສຖ໌ແລະບັນພະຊິຕ ດັ່ງນີ້ແດ່,
ເຂົາເປັນພິກຂຸຜູ້ເຖຣະໄດ້ຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ດັ່ງນີ້ແດ່,








