ຄວາມສັນໂດດ

ໜ້າ/ 65

ກັສສະປະ! ເຈົ້າມອງເຫັນອຳນາຈປະໂຍຊນ໌ອັນໃດ ຈຶ່ງເປັນຜູ້ຢູ່ປ່າເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຢູ່ປ່າເປັນວັຕ ຕລອດກາລະນານ, ເປັນຜູ້ທ່ຽວບິນທະບາຕເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣທ່ຽວບິນທະບາຕເປັນວັຕ, ເປັນຜູ້ຊົງຜ້າບັງສຸກຸລເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງຜ້າບັງສຸກຸລເປັນວັຕ, ເປັນຜູ້ຊົງໄຕຣຈີວອຣເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງໄຕຣຈີວອຣເປັນວັຕ, ເປັນຜູ້ມີຄວາມມັກນ້ອຍ ແລະກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ມັກນ້ອຍ, ເປັນຜູ້ສັນໂດດ ແລະກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ສັນໂດດ, ເປັນຜູ້ສງັດຈາກໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ສງັດຈາກໝູ່, ເປັນຜູ້ບໍ່ຄຸກຄີດ້ວຍໝູ່ ແລະກ່າວສັນລະເສີນຄຸນແຫ່ງຄວາມເປັນຜູ້ບໍ່ຄຸກຄີດ້ວຍໝູ່, ເປັນຜູ້ປຣາຣົພຄວາມພຽນ ແລະກ່າວສັນລະເສີນຄຸນແຫ່ງກາຣປຣາຣົພຄວາມພຽນ ດັ່ງນີ້?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງຢູ່ປ່າເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຢູ່ປ່າເປັນວັຕຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ຖືກາຣຢູ່ປ່າເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຢູ່ປ່າເປັນວັຕຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂ ຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງຢູ່ປ່າເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຢູ່ປ່າເປັນວັຕຕລອດກາລະນານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງທ່ຽວບິນທະບາຕເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣທ່ຽວບິນທະບາຕເປັນວັຕຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ທ່ຽວບິນທະບາຕເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣທ່ຽວບິນທະບາຕເປັນວັຕຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂ ຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງທ່ຽວບິນທະບາຕເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣທ່ຽວບິນທະບາຕເປັນວັຕຕລອດກາລະນານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣ ຈຶ່ງຊົງຜ້າບັງສຸກຸລເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງຜ້າບັງສຸກຸລເປັນວັຕຕລອດກາລະນານ ຄືພິຈາຣະນາເຫັນກາຣຢູ່ເປັນສຸຂໃນປັຈຈຸບັນ ແລະອະນຸເຄາະຊົນໃນພາຍຫລັງວ່າ ສັນໃດໜໍ ໝູ່ຊົນໃນພາຍຫລັງຈຶ່ງຈະເຖິງທິຕຖານຸຄະຕິວ່າ ໄດ້ຍິນວ່າ ພຣະພຸທທະເຈົ້າແລະພຣະສາວົກຂອງພຣະພຸທທະເຈົ້າທີ່ໄດ້ມີມາແລ້ວ ທ່ານເປັນຜູ້ຊົງຜ້າບັງສຸກຸລເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງຜ້າບັງສຸກຸລເປັນວັຕຕລອດກາລະນານ ທ່ານເຫລົ່ານັ້ນຈັກປະຕິບັຕເພື່ອຄວາມເປັນຢ່າງນັ້ນ ຂໍ້ປະຕິບັຕຂອງທ່ານເຫລົ່ານັ້ນຈັກເປັນໄປເພື່ອປະໂຍຊນ໌ ເພື່ອຄວາມສຸຂຕລອດກາລະນານ ດັ່ງນີ້. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂ້ານ້ອຍມອງເຫັນອຳນາຈປະໂຍຊນ໌ ໒ ປະກາຣນີ້ແລ ຈຶ່ງຊົງຜ້າບັງສຸກຸລເປັນວັຕ ແລະກ່າວສັນລະເສີນຄຸນແຫ່ງກາຣຊົງຜ້າບັງສຸກຸລເປັນວັຕຕລອດກາລະນານ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ