ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
“ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ອັນໃດເປັນເຫດ ອັນໃດເປັນປັດຈັຍ ທີ່ເມື່ອພຣະຕະຖາຄົຕປະຣິນິບພານແລ້ວ ພຣະສັດທັມ ຈະບໍ່ຕັ້ງຢູ່ດົນ ? ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ອັນໃດເປັນເຫດ ອັນໃດເປັນປັດຈັຍ ທີ່ເມື່ອພຣະຕະຖາຄົຕປະຣິນິບພານແລ້ວ ພຣະສັດທັມຈະຕັ້ງຢູ່ດົນ ຂ້ານ້ອຍ !”.
ພຣາມ ! ເພາະບໍ່ມີການເຮັດໃຫ້ຈະເລີນ ເພາະບໍ່ມີການເຮັດໃຫ້ຫຼາຍເຊິ່ງສະຕິປັັຕຖານທັງສີ່ ໃນເມື່ອຕະຖາຄົຕປະຣິນິບພານແລ້ວ ສັດທັມຍ່ອມບໍ່ຕັ້ງຢູ່ດົນ.
ແຕ່ພຣາມເອີຍ ! ເພາະມີການເຮັດໃຫ້ຈະເລີນ ເພາະມີການເຮັດໃຫ້ຫຼາຍ ເຊິ່ງສະຕິປັຕຖານສີ່ ໃນເມື່ອຕະຖາຄົຕປະຣິນິບພານແລ້ວ ສັດທັມຍ່ອມຕັ້ງຢູ່ດົນ. ສະຕິປັຕຖານສີ່ແນວໃດໜໍ ?
ພຣາມ ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະມີສະຕິ ນໍາອະພິດຊາແລະໂທມະນັດສະໃນໂລກອອກເສຍໄດ້
ພຸດທະວະຈະນະ - ໝວດທັມ
ເປັນຜູ້ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິດຊາແລະໂທມະນັດສະໃນໂລກອອກເສຍໄດ້
ເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິດຊາແລະໂທມະນັດສະໃນໂລກອອກເສຍໄດ້
ເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນ ເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິດຊາແລະໂທມະນັດສະໃນໂລກອອກເສຍໄດ້.
ພຣາມ ! ເພາະບໍ່ມີການເຮັດໃຫ້ຈະເລີນ ເພາະບໍ່ມີການເຮັດໃຫ້ຫຼາຍ ເຊິ່ງສະຕິປັຕຖານທັງສີ່ເຫຼົ່ານີ້ແລ ໃນເມື່ອ ຕະຖາຄົຕປະຣິນິບພານແລ້ວ ສັດທັມຍ່ອມບໍ່ຕັ້ງຢູ່ດົນ. ແຕ່ເພາະມີການເຮັດໃຫ້ຈະເລີນ ມີການເຮັດໃຫ້ຫຼາຍ ເຊິ່ງສະຕິ ປັຕຖານທັງສີ່ເຫຼົ່ານີ້ແລ ໃນເມື່ອຕະຖາຄົຕປະຣິນິບພານແລ້ວ ສັດທັມຍ່ອມຕັ້ງຢູ່ດົນ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານິສົງແຫ່ງກາຢະຄະຕາສະຕິ ໓໒
- ບາລີ ເອກ. ອັງ. ໒໐/໕໕-໖໐/໒໒໕-໒໔໖.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິອັນພິກຂຸອົງໃດອົງໜຶ່ງຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ກຸສົນທັມຢ່າງໃດຢ່າງໜຶ່ງ ເຊິ່ງເປັນໄປໃນສ່ວນວິຊຊາ ຍ່ອມຢັ່ງລົງໃນພາຍໃນ ຂອງພິກຂຸນັ້ນປຽບເໝືອນມະຫາສະມຸດອັນຜູ້ໃດຜູ້ໜຶ່ງ ຖືກຕ້ອງດ້ວຍໃຈແລ້ວ ແມ່ນ້ຳນ້ອຍສາຍໃດສາຍໜຶ່ງ ເຊິ່ງໄຫຼໄປສູ່ ສະມຸດ ຍ່ອມຢັ່ງລົງໃນພາຍໃນຂອງຜູ້ນັ້ນ ເຊັ່ນນັ້ນ
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ເປັນໄປເພື່ອຄວາມສັງເວດຫຼາຍ ເປັນໄປເພື່ອປະໂຫຍດຫຼາຍ ເປັນໄປເພື່ອຄວາມກະເສມຈາກໂຢຄະຫຼາຍ ເປັນໄປເພື່ອສະຕິສັມປະຊັນຍະ ເປັນໄປເພື່ອໄດ້ຍານະທັດສະນະ ເປັນໄປເພື່ອຢູ່ເປັນສຸຂໃນປັດຈຸບັນ ເປັນໄປເພື່ອເຮັດໃຫ້ແຈ້ງເຊິ່ງຜົນ ຄື ວິຊຊາແລະວິມຸດຕິ.
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນອົບຮົມແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມສັງເວດຫຼາຍ
ພຸດທະວະຈະນະ - ໝວດທັມ
ຍ່ອມເປັນໄປເພື່ອປະໂຫຍດຫຼາຍ ຍ່ອມເປັນໄປເພື່ອຄວາມກະເສມຈາກໂຢຄະຫຼາຍ ຍ່ອມເປັນໄປເພື່ອສະຕິແລະສັມປະຊັນຍະ ຍ່ອມເປັນໄປເພື່ອໄດ້ຍານະທັດສະນະ ຍ່ອມເປັນໄປເພື່ອຢູ່ເປັນສຸຂໃນປັດຈຸບັນ ຍ່ອມເປັນໄປເພື່ອເຮັດໃຫ້ແຈ້ງເຊິ່ງຜົນ ຄື ວິຊຊາແລະວິມຸດຕິ
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ແມ່ນວ່າກາຍກໍສະງົບ ແມ່ນວ່າຈິຕກໍສະງົບ ແມ່ນວ່າວິຕົກວິຈາຣກໍສະງົບ ທັມທີ່ເປັນໄປໃນສ່ວນແຫ່ງ ວິຊຊາ ແມ່ນວ່າທັງມວນກໍເຖິງຄວາມຈະເລີນບໍຣິບູນ.
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ແມ່ນວ່າກາຍກໍສະງົບ ແມ່ນວ່າຈິຕກໍສະງົບ ແມ່ນວ່າວິຕົກວິຈາຣກໍສະງົບ ທັມທີ່ເປັນໄປໃນສ່ວນແຫ່ງ ວິຊຊາ ແມ່ນວ່າທັງຜອງກໍເຖິງຄວາມຈະເລີນບໍຣິບູນ
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ອະກຸສົນທັມທີ່ຍັງບໍ່ເກີດ ຍ່ອມບໍ່ເກີດຂຶ້ນໄດ້ເລີຍ ແລະອະກຸສົນທັມທີ່ເກີດຂຶ້ນແລ້ວ ຍ່ອມລະເສຍໄດ້.








