ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ອະກຸສົນທັມທີ່ຍັງບໍ່ເກີດ ຍ່ອມບໍ່ເກີດຂຶ້ນໄດ້ເລີຍ ແລະອະກຸສົນທັມທີ່ເກີດຂຶ້ນແລ້ວ ຍ່ອມລະເສຍໄດ້
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວເຮັດໃຫ້ຫຼາຍແລ້ວ ກຸສົນທັມທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ແລະກຸສົນທັມທີ່ເກີດຂຶ້ນແລ້ວ ຍ່ອມເປັນໄປເພື່ອຄວາມຈະເລີນໄພບູນຍິ່ງ.
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ກຸສົນທັມທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ແລະກຸສົນທັມທີ່ເກີດຂຶ້ນແລ້ວ ຍ່ອມເປັນໄປເພື່ອຄວາມຈະເລີນໄພບູນຍິ່ງ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມລະອະວິຊຊາເສຍໄດ້ ວິຊຊາຍ່ອມເກີດຂຶ້ນ ຍ່ອມລະອັດສະມິມານະເສຍໄດ້ ອະນຸໄສຍ່ອມເຖິງຄວາມຮື້ຖອນ ຍ່ອມລະສັງໂຍຊນ໌ເສຍໄດ້.
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມລະອະວິຊຊາເສຍໄດ້ ວິຊຊາຍ່ອມເກີດຂຶ້ນ ຍ່ອມລະອັດສະມິມານະເສຍໄດ້ ອະນຸໄສຍ່ອມເຖິງຄວາມຮື້ຖອນ ຍ່ອມລະສັງໂຍຊນ໌ເສຍໄດ້.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປ ເພື່ອຄວາມແຕກສານແຫ່ງປັນຍາ ຍ່ອມເປັນໄປ ເພື່ອອະນຸປາທາປະຣິນິບພານ.
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປ ເພື່ອຄວາມແຕກສານແຫ່ງປັນຍາ ຍ່ອມເປັນໄປ ເພື່ອອະນຸປາທາປະຣິນິບພານ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມມີການແທງຕະຫຼອດທາດຫຼວງຫຼາຍ ຍ່ອມມີການແທງຕະຫຼອດທາດຕ່າງໆ ຍ່ອມມີຄວາມແຕກສານໃນທາດທັງຫຼາຍ.
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມມີການແທງຕະຫຼອດທາດຫຼວງຫຼາຍ ຍ່ອມມີການ ແທງຕະຫຼອດທາດຕ່າງໆ ຍ່ອມມີຄວາມແຕກສານໃນທາດທັງຫຼາຍ
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອເຮັດໂສດາປັດຕິຜົນໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດສະກະທາຄາມິຜົນໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດອະນາຄາມິຜົນໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດອະຣະຫັຕຕະຜົນໃຫ້ແຈ້ງ.
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ ຫຼາຍແລ້ວ ຍ່ອມເປັນໄປເພື່ອເຮັດໂສດາປັດຕິຜົນໃຫ້ແຈ້ງ ຍ່ອມເປັນໄປ ເພື່ອເຮັດສະກະທາຄາມິຜົນໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດອະນາ ຄາມິຜົນໃຫ້ແຈ້ງ ຍ່ອມເປັນໄປເພື່ອເຮັດອະຣະຫັຕຕະຜົນໃຫ້ແຈ້ງ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ
ຍ່ອມເປັນໄປເພື່ອໄດ້ປັນຍາ (ປັນຍາປະຕິລາພາຢະ)
ຍ່ອມເປັນໄປເພື່ອຄວາມຈະເລີນແຫ່ງປັນຍາ (ປັນຍາວຸດທິຢາ)
ຍ່ອມເປັນໄປເພື່ອຄວາມໄພບູນແຫ່ງປັນຍາ (ປັນຍາເວປຸນລາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໃຫຍ່ (ມະຫາປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາແໜ້ນໜາ (ປຸຖຸປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໄພບູນ (ວິປຸລະປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເລິກເຊິ່ງ (ຄັມພີຣະປັນຍະຕາຢະ)
ພຸດທະວະຈະນະ - ໝວດທັມ
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີຄວາມສາມາດຍິ່ງ (ອະສະມັຕຖະປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາພຽງເໝືອນແຜ່ນດິນ (ພູຣິປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຫຼາຍ (ປັນຍາພາຫຸລລາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໄວ (ສີຄະປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເບົາ (ລະຫຸປັນຍະຕາຢະ)








