ຄຳສອນພຸດທະ - ໜ້າຈໍໂຫລດ

ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

ອານົນທ໌ ! ສັບພະສັງຂາເຣສຸອະນິຈຈະສັນຍາ ເປັນແນວໃດໜໍ ?

ອານົນທ໌ ! ພິກຂຸໃນກໍລະນີນີ້ ຍ່ອມອຶດອັດ ຍ່ອມເບື່ອໜ່າຍ ຍ່ອມກຽດຊັງຕໍ່ສັງຂາຣທັງຫຼາຍທັງປວງ ນີ້ເອີ້ນວ່າ ສັບພະສັງຂາ ເຣສຸອະນິຈຈະສັນຍາ (ຄວາມສໍາຄັນວ່າບໍ່ທ່ຽງໃນສັງຂາຣທັງປວງ).

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ອານົນທ໌ ! ອານາປານະສະຕິ ເປັນແນວໃດໜໍ ?

ອານົນທ໌ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ.

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດກາຍສັງຂາຣໃຫ້ລະງັບ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ”

ພຸດທະວະຈະນະ - ໝວດທັມ

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸຂ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂາຣ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈອອກ

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ”

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນ ເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນ ເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈອອກ”

ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນ ເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈອອກ”

ນີ້ເອີ້ນວ່າ ອານາປານະສະຕິ.

ພຸດທະວະຈະນະ - ໝວດທັມ

ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາພິກຂຸຄິຣິມານົນທ໌ແລ້ວກ່າວສັນຍາສິບປະການເຫຼົ່ານີ້ແກ່ເຂົານັ້ນແລ້ວ ຂໍ້ນີ້ເປັນຖານະ ທີ່ຈະມີໄດ້ ຄືພິກຂຸຄິຣິມານົນທ໌ຟັງສັນຍາສິບປະການແລ້ວ ອາພາດອັນເປັນທຸກຂ໌ແຮງຂອງເຂົານັ້ນ ກໍຈະລະງັບໄປໂດຍຄວນແກ່ຖານະ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ