ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
87
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາໜ້ອຍນີ້ຄື: ມີໃຈ
ອິດສາ ຍ່ອມອິດສາ ມຸ່ງຮ້າຍ ຜູກໃຈອິດສາໃນລາບສັກກາຣະຄວາມ
ເຄົາລົບ ຄວາມນັບຖື ການໄຫວ້ ແລະ ການບູຊາຂອງຄົນອື່ນ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍ
ຕາມ ເປັນຜູ້ມີໃຈບໍ່ອິດສາ ຍ່ອມບໍ່ອິດສາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິດ
ສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະ
ການບູຊາຂອງຄົນອື່ນ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ
ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍ
ໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸດ ເກີດໃນບ່ອນ
ໃດໆໃນພາຍຫຼັງ ຈະເປັນຄົນມີສັກດາຫຼາຍ.
ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາຫຼາຍນີ້ ຄື: ເປັນ
ຜູ້ມີໃຈບໍ່ອິດສາ ຍ່ອມບໍ່ອິດສາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິດສາໃນລາບ
ສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະ ການບູຊາ
ຂອງຄົນອື່ນ.
ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸດກໍ
ຕາມ ຍ່ອມບໍ່ເປັນຜູ້ໃຫ້ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກ
ໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະ ປະທີບໂຄມໄຟ
ແກ່ສະມະນະຫຼືພຣາມ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິ
ບາດ ນະຣົກ ເພາະກໍານັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້
ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ ຖ້າ
ມາເປັນມະນຸດ ເກີດໃນບ່ອນໃດໆໃນພາຍຫຼັງ ຈະເປັນຄົນມີໂພຄະ
ໜ້ອຍ.








