ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ພິກຂຸທັງຫຼາຍ ! ນັບຕັ້ງແຕ່ຣາຕຣີ ທີ່ຕະຖາຄົຕໄດ້ຕຣັສຮູ້ອະນຸຕຕະຣະສັມມາສັມໂພທິຍານ ຈົນວ່າຮອດຣາຕຣີ ທີ່ຕະຖາຄົຕປະຣິນິບພານດ້ວຍອະນຸປາທິເສສະນິບພານທາດ ຕະຫຼອດເວລາລະຫວ່າງນັ້ນ ຕະຖາຄົຕໄດ້ກ່າວສອນພໍ່າສອນ ສະແດງອອກຊຶ່ງຖ້ອຍຄໍາໃດ ຖ້ອຍຄໍາເຫຼົ່ານັ້ນທັງໝົດ ຍ່ອມເຂົ້າກັນໄດ້ໂດຍປະການດຽວທັງໝົດ ບໍ່ຂັດແຍ້ງກັນເປັນປະການອື່ນເລີຍ.

- ບາລີ ອິຕິວຸ. ຂຸ. ໒໕/໓໒໑/໒໙໓.

ພິກຂຸທັງຫຼາຍ ! ເລື່ອງນີ້ເຄີຍມີມາແລ້ວ ກອງເສິກຂອງກະສັດພວກ ທະສາຣະຫະ ເອີ້ນວ່າ ອານກະ ມີຢູ່ ເມື່ອກອງອານກະນີ້ ມີຮອຍຍະຫຼືແຫງ ພວກກະສັດທະສາຣະຫະ ໄດ້ຫາແຜ່ນໄມ້ໂຕອື່ນເຮັດເປັນຫຼິ້ມ ຕອກອັດເສີມລົງໃນຮອຍຍະຂອງກອງນັ້ນ (ທຸກຄັ້ງໆ). ພິກຂຸທັງຫຼາຍ ! ເມື່ອເຊື່ອມຈອດເຂົ້າຫຼາຍເທື່ອຫຼາຍຄັ້ງເຊັ່ນນັ້ນ ດົນໄປກໍເຖິງສະໄໝໜຶ່ງ ເຊິ່ງຊີ້ນໄມ້ດັ້ງເດີມຂອງໂຕກອງໝົດສິ້ນໄປ ເຫຼືອຢູ່ແຕ່ໂຕໄມ້ທີ່ເຮັດເສີມໃໝ່ເທົ່ານັ້ນ.

ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ໃນກາລຍືດຍາວຝ່າຍອະນາຄົຕ ຈະມີພິກຂຸທັງຫຼາຍ ສຸຕຕັນຕະເຫຼົ່າໃດ ທີ່ເປັນຄໍາຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່

ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ ເມື່ອມີຜູ້ນໍາເອົາສຸຕຕັນຕະທີ່ນັກກະວີແຕ່ງຂຶ້ນໃໝ່ເຫຼົ່ານັ້ນມາກ່າວຢູ່ ເຂົາຈະຟັງດ້ວຍດີ ຈະງ່ຽງຫູຟັງ ຈະຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນໄປເສຍ.

ພິກຂຸທັງຫຼາຍ ! ຄວາມອັນຕະທານຂອງສຸຕຕັນຕະເຫຼົ່ານັ້ນ ທີ່ເປັນຄໍາຂອງ ຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ຈະມີໄດ້ດ້ວຍອາການເຊັ່ນນີ້ແລ.

- ບາລີ ນິທານ. ສັງ. ໑໖/໓໑໑/໖໗໒-໓.

ພິກຂຸທັງຫຼາຍ ! ພວກພິກຂຸບໍຣິສັດໃນກໍລະນີນີ້ ສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ.

ພິກຂຸທັງຫຼາຍ ! ສຸຕຕັນຕະເຫຼົ່າໃດ ທີ່ເປັນຄໍາຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ