ແກ້ກັມ
ໜ້າ/ 52
(໙) ພິກຂຸທັງຫຼາຍ ! ເພາະວິນຍານເປັນປັຈຈັຍ ນາມຮູບຍ່ອມມີ.... ໆລໆ
(໑໐) ພິກຂຸທັງຫຼາຍ ! ເພາະສັງຂາຣເປັນປັຈຈັຍ ວິນຍານຍ່ອມມີ.... ໆລໆ?
(໑໑) ພິກຂຸທັງຫຼາຍ ! ເພາະອະວິຊຊາເປັນປັຈຈັຍ ສັງຂາຣທັງຫຼາຍຍ່ອມມີ. ພິກຂຸທັງຫຼາຍ ! ເພາະເຫຕທີ່ພຣະຕະຖາຄົຕທັງຫຼາຍ ຈະບັງເກີດຂຶ້ນກໍຕາມ, ຈະບໍ່ບັງເກີດຂຶ້ນກໍຕາມ,
ສະບັບ : ແກ້ກັມ
ທັມມະທາຕນັ້ນ ຍ່ອມຕັ້ງຢູ່ແລ້ວນັ້ນແລ ; ຄື ຄວາມຕັ້ງຢູ່ແຫ່ງ ທໍາມະດາ, ຄື ຄວາມເປັນກົດຕາຍຕົວແຫ່ງ ທໍາມະດາ, ຄື ຄວາມທີ່ເມື່ອມີສິ່ງນີ້ສິ່ງນີ້ເປັນປັຈຈັຍ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ.
ຕະຖາຄົຕ ຍ່ອມຮູ້ພ້ອມສະເພາະ ຍ່ອມເຖິງພ້ອມສະເພາະ ຊຶ່ງທັມທາຕນັ້ນ ; ຄັນຮູ້ພ້ອມສະເພາະແລ້ວ ເຖິງພ້ອມສະເພາະແລ້ວ, ຍ່ອມບອກ ຍ່ອມສະແດງ ຍ່ອມບັນຍັຕ ຍ່ອມຕັ້ງຂຶ້ນໄວ້ ຍ່ອມເປີດເຜີຍ ຍ່ອມຈໍາແນກແຈກແຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີ່ຂວໍ້າ ແລະໄດ້ກ່າວແລ້ວໃນບັດນີ້ວ່າ “ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈົ່ງມາເບິ່ງ : ເພາະອະວິຊຊາເປັນປັຈຈັຍ ສັງຂາຣທັງຫຼາຍຍ່ອມມີ” ດັ່ງນີ້.
ພິກຂຸທັງຫຼາຍ ! ເພາະເຫຕດັ່ງນີ້ແລ : ທັມມະທາຕໃດ ໃນກໍລະນີນັ້ນ ອັນເປັນ ຕະຖະຕາ ຄືຄວາມເປັນເຊັ່ນນັ້ນ, ເປັນ
ອະວິຕະຖະຕາ ຄື ຄວາມບໍ່ຜິດໄປຈາກຄວາມເປັນເຊັ່ນນັ້ນ, ເປັນ ອະນັນຍະຖະຕາ ຄື ຄວາມບໍ່ເປັນໄປໂດຍປະການອື່ນ, ເປັນ ອິທັປປັຈຈະຢະຕາ ຄືຄວາມທີ່ເມື່ອມີສິ່ງນີ້ສິ່ງນີ້ເປັນປັຈຈັຍ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ.
ພິກຂຸທັງຫຼາຍ ! ທັມນີ້ເຮົາເອີ້ນວ່າ ປະຕິຈຈະສະມຸບບາດ.
ນິທານ. ສັງ. ໑໖/໓໐/໖໑.
ຄະນະຜູ້ແປແລະກວດແກ້ເປັນພາສາລາວ :
ພຣະອາຈາຣຍ໌ ປັນຍານັນດະ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ຊາຄະຣະທັມໂມ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ອະຣິຍະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ຖິຕະວາຢາໂມ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະພິກຂຸໄມ ທັມມະທາໂສ ວ. ....... ບ. ໂພນຕານ ມ. ຄໍາເກີດ ຂ. ບໍລິຄໍາໄຊ ເປັນຜູ້ແປຈາກຕົ້ນສະບັບວັດນາປ່າພົງ.
ຄະນະສິສສານຸສິສວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
໑໐. ພຣະສູຕຂອງຄວາມສໍາຄັນ ທີ່ຊາວພຸດຕ້ອງສຶກສາ ແຕ່ຄໍາສອນຈາກພຣະພຸດທະເຈົ້າເທົ່ານັ້ນ.
ອັກຄິເວສະນະ ! ເຮົານັ້ນໜໍ ຕັ້ງແຕ່ເລີ່ມສະແດງ ຈົນຮອດຄໍາສຸດທ້າຍ ແຫ່ງການກ່າວເລື່ອງນັ້ນໆ ຍ່ອມຕັ້ງໄວ້ຊຶ່ງຈິຕໃນສະມາທິນິມິຕອັນເປັນໄປ ພາຍໃນໂດຍແທ້ ໃຫ້ຈິຕດໍາຣົງຢູ່ ໃຫ້ຈິຕຕັ້ງໝັ້ນຢູ່ ເຮັດໃຫ້ມີຈິຕເປັນເອກ ດັ່ງເຊັ່ນທີ່ຄົນທັງຫຼາຍເຄີຍໄດ້ຍິນ ວ່າເຮົາປະພຶຕຢູ່ເປັນປະຈໍາ ດັ່ງນີ້.
- ບາລີ ມູ. ມ. ໑໒/໔໕໘/໔໓໐.
ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍເປັນຜູ້ທີ່ເຮົານໍາພາໄປແລ້ວດ້ວຍທັມນີ້ ອັນເປັນທັມທີ່ບຸກຄົນຈະຍ່ອມເຫັນໄດ້ດ້ວຍຕົນເອງ (ສັນທິຕຖິໂກ) ເປັນທັມໃຫ້ຜົລບໍ່ຈໍາກັດກາລ (ອະກາລິໂກ) ເປັນທັມທີ່ຄວນເອີ້ນກັນມາເບິ່ງ (ເອຫິປັສສິໂກ) ຄວນນ້ອມເຂົ້າມາໃສ່ຕົນ (ໂອປະນະຢິໂກ) ອັນວິນຍູຊົນຈະຍ່ອມຮູ້ໄດ້ສະເພາະຕົນ (ປັຈຈັຕຕັງ ເວທິຕັບໂພ ວິນຍູຫິ).
- ບາລີ ມູ. ມ. ໑໒/໔໘໕/໔໕໑.








