ແກ້ກັມ
ໜ້າ/ 52
ແລະຍ່ອມສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ ຈຶ່ງພາກັນຮໍ່າຮຽນ ຊັກຖາມ ທວນຖາມແກ່ກັນແລະກັນຢູ່ວ່າ ຂໍ້ນີ້ເປັນແນວໃດ ມີຄວາມໝາຍຈັກນັຍຍະ ດັ່ງນີ້ ດ້ວຍການເຮັດດັ່ງນີ້ ເຂົາຍ່ອມເປີດທັມທີ່ຖືກປົກປິດໄວ້ໄດ້ ທັມທີ່ຍັງບໍ່ປາກົດ ເຂົາກໍເຮັດໃຫ້ປາກົດໄດ້ ຄວາມສົງໄສໃນທັມຫຼາຍປະການທີ່ໜ້າສົງໄສ ເຂົາກໍບັນເທົາລົງໄດ້.
ພິກຂຸທັງຫຼາຍ ! ບໍຣິສັດຊື່ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸດສາວິນີຕາ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸທັງຫຼາຍໃນບໍຣິສັດໃດ ເມື່ອສຸຕຕັນຕະທັງຫຼາຍ ທີ່ເປັນຄໍາຂອງຕະຖາຄົຕ (ຕະຖາຄະຕະພາສິຕາ) ເປັນຂໍ້ຄວາມເລິກ (ຄັມພີຣາ) ມີຄວາມໝາຍເລິກເຊິ່ງ (ຄັມພີຣັຕຖາ) ເປັນຊັ້ນໂລກຸຕຕະຣະ (ໂລກຸຕຕະຣາ) ວ່າສະເພາະດ້ວຍເລື່ອງສຸນຍະຕາ (ສຸນຍະຕະປະຕິສັງຢຸຕຕາ) ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່ ເຂົາກໍບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະບໍ່ສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ. ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄຳກ່າວຂອງສາວົກ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່
ເຂົາຍ່ອມຟັງດ້ວຍດີ ງ່ຽງຫູຟັງ ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮ່ຳຮຽນ ພວກເຂົາຮໍ່າຮຽນທັມທີ່ນັກກະວີແຕ່ງໃໝ່ນັ້ນແລ້ວ ກໍບໍ່ຊັກຖາມທວນຖາມແກ່ກັນແລະກັນ ບໍ່ເຮັດໃຫ້ເປີດເຜີຍແຈ່ມແຈ້ງອອກມາວ່າ ຂໍ້ນີ້ພະຍັນຊະນະເປັນແນວໃດ ອັຕຖະເປັນຈັ່ງໃດ ດັ່ງນີ້ ເຂົາເຫຼົ່ານັ້ນຍ່ອມເປີດເຜີຍສິ່ງທີ່ຍັງບໍ່ເປີດເຜີຍບໍ່ໄດ້ ບໍ່ຫງາຍຂອງທີ່ຂວໍ້າຢູ່ໃຫ້ຫງາຍຂຶ້ນໄດ້ ບໍ່ບັນເທົາຄວາມສົງໄສໃນທັມທັງ ຫຼາຍ ອັນເປັນທີ່ຕັ້ງແຫ່ງຄວາມສົງໄສມີຢ່າງຕ່າງໆໄດ້. ພິກຂຸທັງຫຼາຍ ! ນີ້ເຮົາເອີ້ນວ່າ ອຸກກາຈິຕະວິນີຕາ ປະຣິສາ ໂນ ປະຕິປຸຈສາວິນີຕາ.
ພິກຂຸທັງຫຼາຍ ! ບໍຣິສັດຊື່ ປະຕິປຸດສາວິນີຕາ ປະຣິສາ ໂນ ອຸກກາຈິຕະວິນີຕາ ເປັນແນວໃດໜໍ ?








