ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ຣາທະ ! ສັນທະ (ຄວາມພໍໃຈ) ກໍດີ, ຣາຄະ (ຄວາມກໍາໜັດ) ກໍດີ, ນັນທິ (ຄວາມເພີນ) ກໍດີ, ຕັນຫາ (ຄວາມທະຍານຢາກ) ກໍດີ,

ອຸປາຢະ (ກິເລສເປັນເຫຕເຂົ້າໄປສູ່ພົບ) ແລະ ອຸປາທານ (ຄວາມຖື

ໝັ້ນດ້ວຍອໍານາດກິເລສ) ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາໄສ ແລະເຄື່ອງນອນເນື່ອງແຫ່ງຈິຕກໍດີ ໃດ ໆ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ.

ກິເລສເຫຼົ່ານີ້ ນີ້ເຮົາເອີ້ນວ່າ ‘ເຄື່ອງນໍາໄປສູ່ພົບ’

ຄວາມດັບບໍ່ເຫຼືອຂອງເຄື່ອງນໍາໄປສູ່ພົບ ມີໄດ້ເພາະຄວາມດັບບໍ່ເຫຼືອຂອງກິເລສ ມີສັນທະ ຣາຄະ ເປັນຕົ້ນ ເຫຼົ່ານັ້ນເອງ.

ຂັນທ. ສັງ. ໑໗/໒໓໓/໓໖໘. ໔໓.

ພຸດທະວະຈະນະ - ໝວດທັມ

໔໔

ປະຕິຈຈະສະມຸບບາດ

ໃນຖານະເປັນກົດສູງສຸດຂອງທໍາມະຊາດ

ພິກຂຸທັງຫຼາຍ ! ເຮົາຈັກສະແດງຊຶ່ງປະຕິຈຈະສະມຸປປາທະ (ຄື ທັມອັນເປັນທໍາມະຊາດ ອາໄສກັນແລ້ວເກີດຂຶ້ນ) ແກ່ພວກເຈົ້າທັງຫຼາຍ. ພວກເຈົ້າທັງຫຼາຍ ຈົ່ງຟັງຊຶ່ງປະຕິຈຈະສະມຸບບາດນັ້ນ, ຈົ່ງເຮັດໃນໃຈໃຫ້ສໍາເລັດປະໂຍຊນ໌, ເຮົາຈັກກ່າວບັດນີ້...

ພິກຂຸທັງຫຼາຍ !

ກໍປະຕິຈຈະສະມຸບບາດ ເປັນແນວໃດໜໍ ?

(໑) ພິກຂຸທັງຫຼາຍ ! ເພາະຊາຕເປັນປັຈຈັຍ ຊະຣາ

ມໍຣະນະຍ່ອມມີ. ພິກຂຸທັງຫຼາຍ ! ເພາະເຫຕທີ່ພຣະຕະຖາຄົຕທັງຫຼາຍ ຈະບັງເກີດຂຶ້ນກໍຕາມ, ຈະບໍ່ບັງເກີດຂຶ້ນກໍຕາມ, ທັມມະທາຕນັ້ນ ຍ່ອມຕັ້ງຢູ່ແລ້ວນັ້ນແລ; ຄື ຄວາມຕັ້ງຢູ່ແຫ່ງທໍາມະດາ (ທັມມັຕຖິຕະຕາ), ຄື ຄວາມເປັນກົດຕາຍຕົວແຫ່ງທໍາມະດາ (ທັມມະນິຢາມະຕາ), ຄື ຄວາມທີ່ເມື່ອມີສິ່ງນີ້ສິ່ງນີ້ເປັນປັຈຈັຍ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ (ອິທັປປັຈຈະຢະຕາ).

ສະບັບ : ແກ້ກັມ

ຕະຖາຄົຕ ຍ່ອມຮູ້ພ້ອມສະເພາະ ຍ່ອມເຖິງພ້ອມສະເພາະ ຊຶ່ງທັມມະທາຕນັ້ນ ; ຄັນຮູ້ພ້ອມສະເພາະແລ້ວ ເຖິງພ້ອມສະເພາະແລ້ວ, ຍ່ອມບອກ ຍ່ອມສະແດງ ຍ່ອມບັນຍັຕ ຍ່ອມຕັ້ງຂຶ້ນໄວ້ ຍ່ອມເປີດເຜີຍ ຍ່ອມຈໍາແນກແຈກແຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີ່ຂວໍ້າ ; ແລະໄດ້ກ່າວແລ້ວໃນບັດນີ້ວ່າ “ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈົ່ງມາເບິ່ງ : ເພາະຊາຕເປັນປັຈຈັຍ ຊະຣາມໍຣະນະຍ່ອມມີ ດັ່ງນີ້.

ພິກຂຸທັງຫຼາຍ ! ເພາະເຫຕດັ່ງນີ້ແລ : ທັມມະທາຕໃດ ໃນກໍລະນີນັ້ນ ອັນເປັນ ຕະຖະຕາ ຄື ຄວາມເປັນເຊັ່ນນັ້ນ, ເປັນ

ອະວິຕະຖະຕາ ຄື ຄວາມບໍ່ຜິດໄປຈາກຄວາມເປັນເຊັ່ນນັ້ນ, ເປັນ ອະນັນຍະຖະຕາ ຄື ຄວາມບໍ່ເປັນໄປໂດຍປະການອື່ນ, ເປັນ ອິທັປປັຈຈະຢະຕາ ຄື ຄວາມທີ່ເມື່ອມີສິ່ງນີ້ສິ່ງນີ້ເປັນປັຈຈັຍ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ ;

ພິກຂຸທັງຫຼາຍ ! ທັມນີ້ເຮົາເອີ້ນວ່າ ປະຕິຈຈະສະມຸບບາດ (ຄືທັມອັນເປັນທໍາມະຊາດ ອາໄສກັນແລ້ວເກີດຂຶ້ນ).

(໒) ພິກຂຸທັງຫຼາຍ ! ເພາະພົບເປັນປັຈຈັຍ ຊາຕຍ່ອມມີ.... ໆລໆ໑

໑ ການປະຈໍ້າ... ໆລໆ... ເຊັ່ນນີ້ ໝາຍຄວາມວ່າ ຂໍ້ຄວາມໃນຂໍ້ (໒) ເປັນຕົ້ນໄປຈົນວ່າເຖິງຂໍ້ (໑໐) ນີ້ຊ້ຳກັນໂດຍຕະຫຼອດກັບໃນຂໍ້ (໑) ຕ່າງກັນແຕ່ພຽງປັຈຈະຍາກາຣະ ແຕ່ລະປັຈຈະຍາກາຣະເທົ່ານັ້ນ ; ສໍາລັບຂໍ້ສຸດທ້າຍ ຄືຂໍ້ (໑໑) ຈະພິມໄວ້ເຕັມເໝືອນຂໍ້ (໑) ອີກເທື່ອໜຶ່ງ.

ພຸດທະວະຈະນະ - ໝວດທັມ

(໓) ພິກຂຸທັງຫຼາຍ ! ເພາະອຸປາທານເປັນປັຈຈັຍ ພົບຍ່ອມມີ.... ໆລໆ

(໔) ພິກຂຸທັງຫຼາຍ ! ເພາະຕັນຫາເປັນປັຈຈັຍ ອຸປາທານ ຍ່ອມມີ.... ໆລໆ

(໕) ພິກຂຸທັງຫຼາຍ ! ເພາະເວທະນາເປັນປັຈຈັຍ ຕັນຫາຍ່ອມມີ.... ໆລໆ

(໖) ພິກຂຸທັງຫຼາຍ ! ເພາະຜັສສະເປັນປັຈຈັຍ ເວທະນາຍ່ອມມີ.... ໆລໆ

(໗) ພິກຂຸທັງຫຼາຍ ! ເພາະສະລາຍະຕະນະເປັນປັຈຈັຍ ຜັສສະຍ່ອມມີ.... ໆລໆ

(໘) ພິກຂຸທັງຫຼາຍ ! ເພາະນາມຮູບເປັນປັຈຈັຍ ສະລາຍະຕະນະຍ່ອມມີ.... ໆລໆ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ