ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ

ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ

ເພາະມີຊາຕເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການເຊັ່ນນີ້.

ພຸດທະວະຈະນະ - ໝວດທັມ

ຜັຄຄຸນະ ! ເພາະຄວາມຈາງຄາຍດັບໄປໂດຍບໍ່ເຫຼືອແຫ່ງຜັສສາຍະຕະນະທັງ ໖ ນັ້ນ ນັ້ນແລ ຈຶ່ງມີຄວາມດັບແຫ່ງຜັສສະ ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ ; ເພາະມີຄວາມດັບແຫ່ງຊາຕນັ້ນແລ ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັສສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການເຊັ່ນນີ້ ດັ່ງນີ້ແລ.

ນິທານ. ສັງ. ໑໖/໑໕/໓໒.

ສະບັບ : ແກ້ກັມ

໔໒

ເຫຕເກີດຂອງພົບ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະຜູ້ມີພຣະພາຄເຈົ້າກ່າວຢູ່ວ່າ “ພົບ ພົບ” ດັ່ງນີ້. ພົບ ຍ່ອມມີໄດ້ດ້ວຍເຫຕພຽງທໍ່ໃດໜໍ ຂ້ານ້ອຍ !”

ອານົນທ໌ ! ຖ້າກັມ ມີກາມະທາຕຸເປັນວິບາກ ຈັກບໍ່ໄດ້ມີແລ້ວນັ້ນ, ກາມະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?

“ເປັນໄປບໍ່ໄດ້ ຂ້ານ້ອຍ ?”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມຈຶ່ງເປັນ ຜືນນາ, ວິນຍານເປັນແກ່ນພັນພືດ, ຕັນຫາເປັນຢາງ (ສໍາລັບຫລໍ່ລ້ຽງເຊື້ອງອກ) ຂອງພືດ. ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນຕໍ່າ (ກາມະທາຕຸ), ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

ອານົນທ໌ ! ຖ້າກັມ ມີຣູປະທາຕຸເປັນວິບາກ ຈັກບໍ່ໄດ້ມີແລ້ວນັ້ນ, ຣູປະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?

“ເປັນໄປບໍ່ໄດ້ ຂ້ານ້ອຍ ?”

ພຸດທະວະຈະນະ - ໝວດທັມ

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມຈຶ່ງເປັນຜືນນາ, ວິນຍານເປັນແກ່ນພັນພືດ, ຕັນຫາເປັນຢາງຂອງພືດ ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນກາງ (ຣູປະທາຕຸ). ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

ອານົນທ໌ ! ຖ້າກັມ ມີອະຣູປະທາຕຸເປັນວິບາກ ຈັກບໍ່ໄດ້ມີແລ້ວນັ້ນ, ອະຣູປະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?

“ເປັນໄປບໍ່ໄດ້ ຂ້ານ້ອຍ ?”

ອານົນທ໌ ! ດ້ວຍເຫຕນີ້ແຫຼະ ກັມຈຶ່ງເປັນຜືນນາ, ວິນຍານເປັນແກ່ນພັນພືດ, ຕັນຫາເປັນຢາງຂອງພືດ ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາຕຊັ້ນກາງ (ອະຣູປະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.

ອານົນທ໌ !

ພົບ ຍ່ອມມີດ້ວຍອາການເຊັ່ນນີ້.

ຕິກ. ອັງ. ໒໐/໒໘໗/໕໑໖.

ສະບັບ : ແກ້ກັມ

໔໓

ເຄື່ອງນໍາໄປສູ່ພົບ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະອົງຄ໌ຕຣັດຢູ່ວ່າ ເຄື່ອງນໍາໄປສູ່ພົບ ເຄື່ອງນໍາໄປສູ່ພົບ ດັ່ງນີ້, ກໍເຄື່ອງນໍາໄປສູ່ພົບ ເປັນແນວໃດ ຂ້ານ້ອຍ ! ແລະຄວາມດັບບໍ່ເຫຼືອຂອງເຄື່ອງນໍາໄປສູ່ພົບນັ້ນ ເປັນແນວໃດໜໍ ຂ້ານ້ອຍ !”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ