ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ທີ່ເອີ້ນວ່າ “ສັຕ ສັຕ” ດັ່ງນີ້, ອັນວ່າສັຕມີໄດ້

ດ້ວຍເຫຕພຽງທໍ່ໃດໜໍ ຂ້ານ້ອຍ ! ”

ຣາທະ !

ຄວາມພໍໃຈອັນໃດ ຣາຄະອັນໃດ

ນັນທິອັນໃດ ຕັນຫາອັນໃດ

ມີຢູ່ໃນຮູບ ໃນເວທະນາ ໃນສັນຍາ

ໃນສັງຂາຣທັງຫຼາຍ ແລະໃນວິນຍານ,

ເພາະການຕິດແລ້ວ ຂ້ອງແລ້ວ ໃນສິ່ງນັ້ນ ໆ,

ເພາະສະນັ້ນຈຶ່ງເອີ້ນວ່າ “ສັຕ” ດັ່ງນີ້.

ຂັນທ. ສັງ. ໑໗/໒໓໒/໓໖໗.

ສະບັບ : ແກ້ກັມ

໔໑

ຄວາມບໍ່ມີສັຕ ບຸກຄົນ ຕົວຕົນ ເຮົາເຂົາ

ພິກຂຸໂມລິຍະຜັຄຄຸນະ ໄດ້ທູນຖາມພຣະຜູ້ມີພຣະພາຄວ່າ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍໃຜໜໍ ຍ່ອມກືນກິນ ຊຶ່ງວິນຍານາຫາຣ” ຂ້ານ້ອຍ ?”

ພຣະຜູ້ມີພຣະພາຄ ໄດ້ຕຣັດຕອບວ່າ :

“ນັ້ນເປັນບັນຫາທີ່ ບໍ່ຄວນຈະເປັນບັນຫາເລີຍ : ເຮົາຍ່ອມບໍ່ກ່າວວ່າ “ບຸຸຄຄົນຍ່ອມກືນກິນ” ດັ່ງນີ້ ຖ້າເຮົາໄດ້ກ່າວວ່າ “ບຸຸຄຄົນຍ່ອມກືນກິນ” ດັ່ງນີ້ ນັ້ນແຫຼະຈຶ່ງຈະເປັນບັນຫາໃນຂໍ້ນີ້ທີ່ຄວນຖາມຂຶ້ນວ່າ “ກໍໃຜໜໍ ຍ່ອມກືນກິນ (ຊຶ່ງວິນຍານາຫາຣ) ຂ້ານ້ອຍ ?” ດັ່ງນີ້.

ກໍເຮົາບໍ່ໄດ້ກ່າວແນວນັ້ນ, ຖ້າຜູ້ໃດຈະຍ່ອມຖາມເຮົາ ຜູ້ບໍ່ໄດ້ກ່າວແນວນັ້ນ ເຊັ່ນນີ້ວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ !

ວິນຍານາຫາຣ ຍ່ອມມີເພື່ອອັນໃດໜໍ ?” ດັ່ງນີ້ແລ້ວ, ນັ້ນແຫຼະຈຶ່ງຈະເປັນບັນຫາ ທີ່ຄວນແກ່ຄວາມເປັນບັນຫາ.

ຄໍາຕອບທີ່ຄວນຕອບ ໃນບັນຫາຂໍ້ນັ້ນຍ່ອມມີວ່າ

‘ວິນຍານາຫາຣ ຍ່ອມມີເພື່ອຄວາມເກີດຂຶ້ນແຫ່ງພົບໃໝ່ຕໍ່ໄປ.

ພຸດທະວະຈະນະ - ໝວດທັມ

ເມື່ອພູຕະ (ຄວາມເປັນພົບ) ນັ້ນ ມີຢູ່, ສະລາຍະຕະນະ ຍ່ອມມີ, ເພາະມີສາລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ (ການສໍາຜັສ)’, ດັ່ງນີ້”.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍໃຜໜໍ ຍ່ອມສໍາຜັສ ຂ້ານ້ອຍ ?”

ນັ້ນເປັນບັນຫາທີ່ບໍ່ຄວນຈະເປັນບັນຫາເລີຍ : ເຮົາຍ່ອມ

ບໍ່ກ່າວວ່າ “ບຸຸຄຄົນຍ່ອມສໍາຜັສ” ດັ່ງນີ້ ຖ້າເຮົາໄດ້ກ່າວວ່າ “ບຸຸຄຄົນຍ່ອມສໍາຜັສ” ດັ່ງນີ້ ນັ້ນແຫຼະຈຶ່ງຈະເປັນບັນຫາໃນຂໍ້ນີ້ ທີ່ຄວນຖາມຂຶ້ນວ່າ “ກໍໃຜໜໍ ຍ່ອມສໍາຜັສ ຂ້ານ້ອຍ ?” ດັ່ງນີ້.

ກໍເຮົາບໍ່ໄດ້ກ່າວແນວນັ້ນ, ຖ້າຜູ້ໃດຈະຍ່ອມຖາມເຮົາ ຜູ້ບໍ່ໄດ້ກ່າວແນວນັ້ນ ເຊັ່ນນີ້ວ່າ “ຜັສສະມີ ເພາະມີຫຍັງເປັນປັຈຈັຍ ຂ້ານ້ອຍ?” ດັ່ງນີ້ແລ້ວ ນັ້ນແຫຼະຈຶ່ງຈະເປັນປັນຫາ ທີ່ຄວນແກ່ຄວາມເປັນບັນຫາ.

ຄໍາຕອບທີ່ຄວນຕອບ ໃນບັນຫາຂໍ້ນັ້ນຍ່ອມມີວ່າ “ເພາະມີສາລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ (ຄວາມຮູ້ສຶກຕໍ່ອາຣົມ)”, ດັ່ງນີ້.

(ຈາກນັ້ນໄດ້ມີການທູນຖາມ ແລະພຣະຜູ້ມີພຣະພາຄຊົງຕຣັດຕອບ ໄປເທື່ອລະອາການຂອງປະຕິຈຈະສະມຸປບາດໄປຈົນເຖິງ ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ ແລະພຣະອົງຄ໌ໄດ້ຕຣັດຕໍ່ໄປອີກວ່າ :-)

ສະບັບ : ແກ້ກັມ

ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ (ຄວາມຢຶດ

ໝັ້ນ)”, ດັ່ງນີ້.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍໃຜໜໍ ຍ່ອມຢຶດໝັ້ນ ຂ້ານ້ອຍ ?

ນັ້ນເປັນບັນຫາທີ່ບໍ່ຄວນຈະເປັນບັນຫາເລີຍ : ເຮົາຍ່ອມ

ບໍ່ກ່າວວ່າ “ບຸຸຄຄົນຍ່ອມຢຶດໝັ້ນ” ດັ່ງນີ້ ຖ້າເຮົາໄດ້ກ່າວວ່າ “ບຸຸຄຄົນຍ່ອມຢຶດໝັ້ນ” ດັ່ງນີ້ ນັ້ນແຫຼະຈຶ່ງຈະເປັນບັນຫາໃນຂໍ້ນີ້ ທີ່ຄວນຖາມຂຶ້ນວ່າ “ກໍໃຜໜໍ ຍ່ອມຢຶດໝັ້ນ ຂ້ານ້ອຍ ?” ດັ່ງນີ້.

ກໍເຮົາບໍ່ໄດ້ກ່າວແນວນັ້ນ, ຖ້າຜູ້ໃດຈະຍ່ອມຖາມເຮົາ ຜູ້ບໍ່ໄດ້ກ່າວແນວນັ້ນ ເຊັ່ນນີ້ວ່າ “ເພາະມີຫຍັງເປັນປັຈຈັຍ ຈຶ່ງມີອຸປາທານ ຂ້ານ້ອຍ?” ດັ່ງນີ້ແລ້ວ ນັ້ນແຫຼະຈຶ່ງຈະເປັນປັນຫາ ທີ່ຄວນແກ່ຄວາມເປັນບັນຫາ.

ຄໍາຕອບທີ່ຄວນຕອບໃນບັນຫາຂໍ້ນັ້ນ ຍ່ອມມີວ່າ

ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ