ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ອານົນທ໌ ! ຄົນບາງຄົນໃນກໍລະນີນີ້ ເກີດໃນສະກຸນສູງ ຄື ສະກຸນກະສັຕມະຫາສານ ສະກຸນພຣາມມະຫາສານ... ໆລໆ... ມີຊັບແລະເຂົ້າເປືອກພໍໂຕ ມີຮູບງາມ... ໆລໆ... ຮັ່ງມີດ້ວຍເຂົ້າ ນ້ຳ... ໆລໆ... ປະທີບໂຄມໄຟ; ເຂົາປະພຶຕກາຢະສຸຈະຣິິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ຄັນປະພຶຕສຸຈະຣິຕແລ້ວ ເບື້ອງໜ້າແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າ ຄົນມີຊາຕຂາວ ກໍ່ໃຫ້ເກີດທັມຂາວ.

ສະບັບ : ແກ້ກັມ

ອານົນທ໌ ! ຄົນມີຊາຕຂາວ ກໍ່ໃຫ້ເກີດນິບພານ ອັນເປັນທັມບໍ່ດໍາບໍ່ຂາວ ເປັນແນວໃດໜໍ ?

ອານົນທ໌ ! ຄົນບາງຄົນໃນກໍລະນີນີ້ ເກີດໃນສະກຸນສູງ ຄື ສະກຸນກະສັຕມະຫາສານ ສະກຸນພຣາມມະຫາສານ... ໆລໆ... ມີຊັບແລະເຂົ້າເປືອກພໍໂຕ ມີຮູບງາມ... ໆລໆ... ຮັ່ງມີດ້ວຍເຂົ້າ ນ້ຳ... ໆລໆ... ປະທີບໂຄມໄຟ; ເຂົາໂກນຜົມແລະໜວດ ຄອງຜ້າກາສາຍະ ອອກຈາກເຮືອນ ບວດເປັນຜູ້ບໍ່ມີປະໂຍຊນ໌ ກ່ຽວຂ້ອງດ້ວຍເຮືອນ, ເຂົານັ້ນຄັນບວດແລ້ວເຊັ່ນນີ້ ລະນິວອນທັງຫ້າ ອັນເປັນເຄື່ອງເສົ້າໝອງຈິຕ ເຮັດປັນຍາໃຫ້ຖອຍກໍາລັງໄດ້ແລ້ວ ມີຈິຕຕັ້ງໝັ້ນດີ ໃນສະຕິປັຕຖານທັງສີ່ ຍັງໂພຊຊົງຄ໌ເຈັດໃຫ້ຈະເລີນແລ້ວຕາມທີ່ເປັນຈິງ ຊື່ວ່າຍ່ອມກໍ່ໃຫ້ເກີດນິບພານ ອັນເປັນທັມບໍ່ດໍາບໍ່ຂາວ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າ ຄົນມີຊາຕຂາວ ກໍ່ໃຫ້ເກີດນິບພານ ອັນເປັນທັມບໍ່ດໍາບໍ່ຂາວ.

ອານົນທ໌ ! ເຫຼົ່ານີ້ແລ ອະພິຊາຕ ໖ ຊະນິດ.

ສັກກ. ອັງ. ໒໒/໔໒໘/໓໒໙.

ເລື່ອງກ່ຽວກັບ “ກັມ”

ໃນແບບປະຕິຈຈະສະມຸບບາດ

(ການທີ່ທຸກຂ໌ເກີດຂຶ້ນເພາະອາໄສປັຈຈັຍຕໍ່ເນື່ອງກັນມາ)

ພຸດທະວະຈະນະ - ໝວດທັມ

໓໙

ເຫຕເກີດຂອງທຸກຂ໌

ຖືກແລ້ວ ຖືກແລ້ວ ອານົນທ໌ ! ຕາມທີ່ສາຣີບຸຕເມື່ອຕອບບັນຫາໃນລັກສະນະນັ້ນເຊັ່ນນັ້ນ, ຊື່ວ່າໄດ້ຕອບໂດຍຖືກຕ້ອງ :

ອານົນທ໌ ! ຄວາມທຸກຂ໌ນັ້ນ ເປັນສິ່ງທີ່ອາໄສປັຈຈັຍຢ່າງ ໃດຢ່າງໜຶ່ງແລ້ວເກີດຂຶ້ນ (ເອີ້ນວ່າປະຕິຈຈະສະມຸປປັນນະທັມ).

ຄວາມທຸກຂ໌ນັ້ນ ອາໄສປັຈຈັຍ ອັນໃດໜໍ ?

ຄວາມທຸກຂ໌ນັ້ນ ອາໄສປັຈຈັຍ ຄື ຜັສສະ, ຜູ້ກ່າວເຊັ່ນນີ້ແລ ຊື່ວ່າ ກ່າວຕົງຕາມທີ່ເຮົາກ່າວ ບໍ່ເປັນການ ກ່າວຕູ່ເຮົາດ້ວຍຄໍາບໍ່ຈິງ; ແຕ່ເປັນການກ່າວໂດຍຖືກຕ້ອງ ແລະສະຫະທັມມິກບາງຄົົນທີ່ກ່າວຕາມ ກໍຈະບໍ່ໄດ້ກາຍເປັນຜູ້ຄວນຖືກຕິໄປດ້ວຍ.

ອານົນທ໌ !

ໃນບັນດາ ສະມະນະພຣາມ ທີ່ກ່າວສອນເລື່ອງກັມທັງສີ່ພວກນັ້ນ :

ສະບັບ : ແກ້ກັມ

ສະມະນະພຣາມ ທີ່ກ່າວສອນເລື່ອງກັມພວກໃດ ຍ່ອມບັນຍັຕຄວາມທຸກຂ໌ ວ່າເປັນສິ່ງທີ່ຕົນເຮັດເອົາດ້ວຍຕົນເອງ, ແມ່ນວ່າຄວາມທຸກຂ໌ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສ

ຜັສສະ ເປັນປັຈຈັຍ ຈຶ່ງເກີດຂຶ້ນໄດ້ ;

ສະມະນະພຣາມ ທີ່ກ່າວສອນເລື່ອງກັມພວກໃດ ຍ່ອມບັນຍັຕຄວາມທຸກຂ໌ ວ່າເປັນສິ່ງທີ່ຜູ້ອື່ນເຮັດໃຫ້, ແມ່ນວ່າຄວາມທຸກຂ໌ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະ ເປັນປັຈຈັຍ ຈຶ່ງເກີດຂຶ້ນໄດ້ ;

ສະມະນະພຣາມ ທີ່ກ່າວສອນເລື່ອງກັມພວກໃດ ຍ່ອມບັນຍັຕຄວາມທຸກຂ໌ ວ່າເປັນສິ່ງທີ່ຕົນເຮັດເອົາເອງແດ່ ຜູ້ອື່ນເຮັດໃຫ້ແດ່, ແມ່ນວ່າຄວາມທຸກຂ໌ທີ່ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະ ເປັນປັຈຈັຍ ຈຶ່ງເກີດຂຶ້ນໄດ້ ;

ເຖິງແມ່ນສະມະນະພຣາມ ທີ່ກ່າວສອນເລື່ອງກັມພວກໃດ ຍ່ອມບັນຍັຕຄວາມທຸກຂ໌ ວ່າເປັນສິ່ງທີ່ບໍ່ແມ່ນເຮັດເອງ ຫຼືໃຜເຮັດໃຫ້ ກໍເກີດຂຶ້ນໄດ້ ກໍຕາມ, ແມ່ນວ່າຄວາມທຸກຂ໌ທີ່ ພວກເຂົາບັນຍັຕນັ້ນ ກໍຍັງຕ້ອງອາໄສຜັສສະ ເປັນປັຈຈັຍ ຈຶ່ງເກີດຂຶ້ນໄດ້ຢູ່ນັ້ນເອງ.

ນິທານ. ສັງ. ໑໖/໔໐/໗໕.

ພຸດທະວະຈະນະ - ໝວດທັມ

໔໐

ຄວາມໝາຍທີ່ແທ້ຈິງຂອງຄໍາວ່າ “ສັຕ”

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ !

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ