ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ອະໂທສະ (ຄວາມບໍ່ຄິດທໍາຮ້າຍ) ເປັນເຫຕເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ,

ອະໂມຫະ (ຄວາມບໍ່ຫລົງ) ເປັນເຫຕເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ.

ພິກຂຸທັງຫຼາຍ ! ປຽບເໝືອນເມັດພືດທັງຫຼາຍ ທີ່ບໍ່ແຕກຫັກ ທີ່ບໍ່ເນົ່າ ທີ່ບໍ່ຖືກທໍາລາຍດ້ວຍລົມແລະແດດ ເລືອກເອົາແຕ່ເມັດດີ ເກັບມ້ຽນໄວ້ດີ. ບຸຣຸສຍ່ອມເຜົາເມັດພືດເຫຼົ່ານັ້ນດ້ວຍໄຟ ຄັນເຜົາດ້ວຍໄຟແລ້ວ ຍ່ອມເຮັດໃຫ້ເປັນຜົງຂີ້ເຖົ່າ ຄັນເຮັດໃຫ້ເປັນຜົງຂີ້ເຖົ່າແລ້ວ ຍ່ອມໂຮຍໄປໃນກະແສລົມອັນພັດແຮງ ຫຼືວ່າຍ່ອມເອົາລ່ອງໄປໃນກະແສນ້ຳ ອັນໄຫຼແຮງໃນແມ່ນ້ຳ.

ສະບັບ : ແກ້ກັມ

ເມັດພືດທັງຫຼາຍເຫຼົ່ານັ້ນເປັນພືດມີມູນອັນຂາດແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນຕໍ່ໄປ ເປັນທໍາມະດາໂດຍແນ່ນອນ, ນີ້ເຊັ່ນໃດ ;

ພິກຂຸທັງຫຼາຍ !

ກັມອັນບຸກຄົນເຮັດແລ້ວດ້ວຍອະໂລພະ ເກີດຈາກອະໂລພະ ມີອະໂລພະເປັນເຫຕ ມີອະໂລພະເປັນສະມຸທັຍ ອັນໃດ ; ເພາະປາສະຈາກໂລພະເສຍແລ້ວ, ດ້ວຍອາການເຊັ່ນນີ້ເອງ ກັມອັນນັ້ນ ຍ່ອມເປັນກັມອັນບຸກຄົນນັ້ນລະຂາດແລ້ວ ມີຮາກອັນຖອນຂຶ້ນແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນຕໍ່ໄປ ເປັນທໍາມະດາ.

ພິກຂຸທັງຫຼາຍ !

ກັມອັນບຸກຄົນເຮັດແລ້ວດ້ວຍອະໂທສະ ເກີດຈາກອະໂທສະ ມີອະໂທສະເປັນເຫຕ ມີອະໂທສະເປັນສະມຸທັຍ ອັນໃດ ; ເພາະປາສະຈາກໂທສະເສຍແລ້ວ, ດ້ວຍອາການເຊັ່ນນີ້ເອງ ກັມອັນນັ້ນ ຍ່ອມເປັນກັມອັນບຸກຄົນນັ້ນລະຂາດແລ້ວ ມີຮາກອັນຖອນຂຶ້ນແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນຕໍ່ໄປ ເປັນທໍາມະດາ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ !

ກັມອັນບຸກຄົນເຮັດແລ້ວດ້ວຍອະໂມຫະ ເກີດຈາກອະໂມຫະ ມີອະໂມຫະເປັນເຫຕ ມີອະໂມຫະເປັນສະມຸທັຍ ອັນໃດ ; ເພາະປາສະຈາກໂມຫະເສຍແລ້ວ, ດ້ວຍອາການເຊັ່ນນີ້ເອງ ກັມອັນນັ້ນ ຍ່ອມເປັນກັມອັນບຸກຄົນນັ້ນລະຂາດແລ້ວ ມີຮາກອັນຖອນຂຶ້ນແລ້ວ ຖືກເຮັດໃຫ້ເໝືອນຕົ້ນຕານມີຍອດອັນກຸດ ເຮັດໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນຕໍ່ໄປ ເປັນທໍາມະດາ.

ພິກຂຸທັງຫຼາຍ ! ເຫຕທັງຫຼາຍ ໓ ປະການ ເຫຼົ່ານີ້ແລ ເປັນໄປເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ.

ຕິກ. ອັງ. ໒໐/໑໗໑/໔໗໓.

ສະບັບ : ແກ້ກັມ

໓໘

ຈະເກີດໃນຕະກູນໃດ ກໍດັບສິ້ນກັມໄດ້

ອານົນທ໌ ! ອະພິຊາຕ ໖ ຊະນິດ ເປັນແນວໃດໜໍ ?

ອານົນທ໌ ! ໃນກໍລະນີແຫ່ງອະພິຊາຕຫົກນີ້ ຄື ຄົນບາງຄົນມີຊາຕດໍາ ກໍ່ໃຫ້ເກີດທັມດໍາ ໑, ບາງຄົນມີຊາຕດໍາ ກໍ່ໃຫ້ເກີດທັມຂາວ ໑, ບາງຄົນມີຊາຕດໍາ ກໍ່ໃຫ້ເກີດນິບພານ (ຄວາມດັບສິ້ນຣາຄະ ໂທສະ ໂມຫະ) ອັນເປັນທັມບໍ່ດໍາບໍ່ຂາວ ໑, ບາງຄົນມີຊາຕຂາວ ກໍ່ໃຫ້ເກີດທັມດໍາ ໑, ບາງຄົນມີຊາຕຂາວ ກໍ່ໃຫ້ເກີດທັມຂາວ ໑, ບາງຄົນມີຊາຕຂາວ ກໍ່ໃຫ້ເກີດນິບພານ ອັນເປັນທັມບໍ່ດໍາບໍ່ຂາວ ໑,

ອານົນທ໌ ! ຄົນມີຊາຕດໍາ ກໍ່ໃຫ້ເກີດທັມດໍາ ເປັນແນວໃດໜໍ ?

ອານົນທ໌ ! ຄົນບາງຄົນໃນກໍລະນີນີ້ ເກີດໃນຕະກູນຕ່ຳ ຄື ໃນຕະກູນຈັນທານ ຕະກູນນາຍພານ ຕະກູນຈັກສານ ຕະກູນເຮັດລົດ ຫຼືຕະກູນຖອກຂີ້ເຫຍື້ອ ຊຶ່ງເປັນຄົນຍາກຈົນ ມີເຂົ້າແລະນ້ຳໜ້ອຍ ເປັນຢູ່ຝືດເຄືອງ ມີອາຫາຣແລະເຄື່ອງນຸ່ງຫົ່ມຫາໄດ້

ພຸດທະວະຈະນະ - ໝວດທັມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ