ແກ້ກັມ
ໜ້າ/ 52
ໂດຍຍາກ ເຂົາເປັນຜູ້ມີຜິວພັນຂີ້ຮ້າຍ ບໍ່ໜ້າເບິ່ງ ເຕ້ຍຕຸ້ຍ ຂີ້ພະຍາດ ຕາບອດ ເປັນຫງ້ອຍຕໍ່າຕ້ອຍ ເປັນເປ້ຍ ບໍ່ຄ່ອຍຈະມີເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ແຕ່ເຂົາກໍຍັງປະພຶຕກາຢະທຸຈະຣິຕ ວາຈາທຸຈະຣິຕ ມະໂນທຸຈະຣິຕ ຄັນປະພຶດທຸຈະຣິຕແລ້ວ ເບື້ອງໜ້າແຕ່ຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ເຊັ່ນນີ້ແລ
ອານົນທ໌ ! ເອີ້ນວ່າຄົນມີຊາຕດໍາ ກໍ່ໃຫ້ເກີດທັມດໍາ
ອານົນທ໌ ! ບາງຄົນມີຊາຕດໍາ ກໍ່ໃຫ້ເກີດທັມຂາວ ເປັນແນວໃດໜໍ ?
ອານົນທ໌ ! ຄົນບາງຄົນໃນກໍລະນີນີ້ ເກີດໃນຕະກູນຕ່ຳ ຄື ໃນຕະກູນຈັນທານ ຕະກູນນາຍພານ ຕະກູນຈັກສານ ຕະກູນ ເຮັດລົດ ຫຼືຕະກູນຖອກຂີ້ເຫຍື້ອ ຊຶ່ງເປັນຄົນຍາກຈົນ ມີເຂົ້າແລະ ນ້ຳໜ້ອຍ ເປັນຢູ່ຝືດເຄືອງ ມີອາຫາຣແລະເຄື່ອງນຸ່ງຫົ່ມຫາໄດ້ໂດຍຍາກ ເຂົາເປັນຜູ້ມີຜິວພັນຂີ້ຮ້າຍ ບໍ່ໜ້າເບິ່ງ ... ໆລໆ ... ບໍ່ຄ່ອຍຈະມີເຂົ້າ ນ້ຳ ... ໆລໆ ... ປະທີບໂຄມໄຟ ແຕ່ເຂົາປະພຶຕກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ຄັນປະພຶຕສຸຈະຣິຕແລ້ວ ເບື້ອງໜ້າແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າ ຄົນມີຊາຕດໍາ ກໍ່ໃຫ້ເກີດທັມຂາວ.
ສະບັບ : ແກ້ກັມ
ອານົນທ໌ ! ບາງຄົນມີຊາຕດໍາ ກໍ່ໃຫ້ເກີດນິບພານ ອັນເປັນທັມບໍ່ດໍາບໍ່ຂາວ ເປັນແນວໃດໜໍ ?
ອານົນທ໌ ! ຄົນບາງຄົນໃນກໍລະນີນີ້ ເກີດໃນຕະກູນຕ່ຳ ຄືຕະກູນຈັນທານ ຕະກູນນາຍພານ ... ໆລໆ ... ມີຜິວພັນຂີ້ຮ້າຍ ບໍ່ໜ້າເບິ່ງ ເຕ້ຍຕຸ້ຍ. ເຂົາໂກນຜົມແລະໜວດ ຄອງຜ້າຍ້ອມຝາດ ອອກຈາກເຮືອນ ບວດເປັນຜູ້ບໍ່ມີປະໂຍຊນ໌ກ່ຽວຂ້ອງດ້ວຍເຮືອນ.ເຂົານັ້ນ ຄັນບວດແລ້ວເຊັ່ນນີ້ ລະນິວອນທັງຫ້າ ອັນເປັນເຄື່ອງເສົ້າໝອງຈິຕ ເຮັດປັນຍາໃຫ້ຖອຍກໍາລັງໄດ້ແລ້ວ ມີຈິຕຕັ້ງໝັ້ນດີ ໃນສະຕິປັຕຖານທັງສີ່ ຍັງໂພຊຊົງຄ໌ເຈັດໃຫ້ຈະເລີນແລ້ວຕາມທີ່ເປັນຈິງ ຊື່ວ່າຍ່ອມກໍ່ໃຫ້ເກີດນິບພານ ອັນເປັນທັມບໍ່ດໍາ ບໍ່ຂາວ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າ ຄົນມີຊາຕດໍາ ກໍ່ໃຫ້ເກີດນິບພານ ອັນເປັນທັມບໍ່ດໍາບໍ່ຂາວ.
ອານົນທ໌ ! ຄົນມີຊາຕຂາວ ກໍ່ໃຫ້ເກີດທັມດໍາ ເປັນແນວໃດໜໍ ?
ອານົນທ໌ ! ຄົນບາງຄົນໃນກໍລະນີນີ້ ເກີດໃນສະກຸນສູງ ຄື ສະກຸນກະສັຕມະຫາສານ ສະກຸນພຣາມມະຫາສານ ຫຼືສະກຸນຄະຫະບໍດີມະຫາສານ ອັນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາແລະເງິນພໍໂຕ ມີອຸປະກອນແຫ່ງຊັບພໍໂຕ ມີຊັບແລະ
ພຸດທະວະຈະນະ - ໝວດທັມ
ເຂົ້າເປືອກພໍໂຕ ເຂົາມີຮູບງາມ ໜ້າເບິ່ງ ໜ້າເຫຼື້ອມໃສ ປະກອບດ້ວຍຄວາມກ້ຽງສົດໃສແຫ່ງຜິວພັນຢ່າງຍິ່ງ ຮັ່ງມີດ້ວຍເຂົ້າ ດ້ວຍນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ແຕ່ເຂົາປະພຶຕກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຄັນປະພຶຕ
ທຸຈະຣິຕແລ້ວ ເບື້ອງໜ້າແຕ່ຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ເຊັ່ນນີ້ແລ
ອານົນທ໌ ! ເອີ້ນວ່າ ຄົນມີຊາຕຂາວ ກໍ່ໃຫ້ເກີດທັມດໍາ.
ອານົນທ໌ ! ຄົນມີຊາຕຂາວ ກໍ່ໃຫ້ເກີດທັມຂາວ ເປັນແນວໃດ ?








