ແກ້ກັມ
ໜ້າ/ 52
ສັມມາກັມມັນຕະ ອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄ ນັ້ນເປັນແນວໃດໜໍ ?
ຄື ການງົດ ການເວັ້ນ ການເວັ້ນຂາດ ເຈຕະນາເປັນເຄື່ອງເວັ້ນຈາກກາຢະທຸຈະຣິຕທັງສາມ (ຕາມທີ່ກ່າວແລ້ວຂ້າງເທິງ) ຂອງຜູ້ມີອະຣິຍະຈິຕ ຂອງຜູ້ມີອະນາສະວະຈິຕ (ຜູ້ມີຈິຕທີ່ບໍ່ມີອາສະວະ) ຂອງຜູ້ເປັນອະຣິຍະມັຄຄະສະມັງຄີ ຜູ້ຈະເຣີນຢູ່ຊຶ່ງອະຣິຍະມັຄ.
ພິກຂຸທັງຫຼາຍ !
ນີ້ຄື ສັມມາກັມມັນຕະ ອັນເປັນອະຣິຍະ ບໍ່ມີອາສະວະ ເປັນໂລກຸຕຕະຣະ ເປັນອົງຄ໌ແຫ່ງມັຄ.
ອຸປຣິ. ມ. ໑໔/໑໘໔/໒໗໑-໒໗໓.
ສະບັບ : ແກ້ກັມ
ອາຊີບທີ່ບໍ່ຄວນເຮັດ
ພິກຂຸຸທັງຫຼາຍ ! ກໍມິຈສາອາຊີວະ ເປັນແນວໃດໜໍ ?
ຄື ການໂກງ ການລໍ້ລວງ ການຂີ້ສໍ້ປີ້ນປ່າຍ ການຍອມມອບຕົນໃນທາງຜິດ ການເອົາລາບຕໍ່ລາບ ນີ້ຄືມິຈສາອາຊີວະ.
ອຸປຣິ. ມ. ໑໔/໑໘໖/໑໔໙.
ພິກຂຸທັງຫຼາຍ ! ການຄ້າຂາຍ ໕ ປະການນີ້ ອັນອຸປາສົກບໍ່ຄວນເຮັດ ໕ ປະການແນວໃດໜໍ ? ຄື :-
໑. ການຄ້າຂາຍສັດຕຣາ (ສັຕຖະວະນິຊຊາ)
໒. ການຄ້າຂາຍສັຕ (ສັຕຕະວະນິຊຊາ)
໓. ການຄ້າຂາຍຊີ້ນສັຕ (ມັງສະວະນິຊຊາ)
໔. ການຄ້າຂາຍນ້ຳເມົາ (ມັຊຊະວະນິຊຊາ)
໕. ການຄ້າຂາຍຢາພິດ (ວິສະວະນິຊຊາ)
ພິກຂຸທັງຫຼາຍ ! ນີ້ແລການຄ້າຂາຍ ໕ ປະການ ອັນ
ອຸປາສົກບໍ່ຄວນເຮັດ.
ປັນຈກ. ອັງ. ໒໒/໒໓໒/໑໗໗.
ພຸດທະວະຈະນະ - ໝວດທັມ
໓໖
“ສິ້ນຕັນຫາ ກໍ ສິ້ນກັມ”
ພິກຂຸທັງຫຼາຍ ! ມັຄຄາໃດ ປະຕິປະທາໃດ ຍ່ອມເປັນໄປເພື່ອຄວາມດັບສິ້ນຕັນຫາທັງຫຼາຍ ເຈົ້າທັງຫຼາຍຈົ່ງຈະເລີນ
ມັຄຄານັ້ນ ປະຕິປະທານັ້ນ.
ມັຄຄາແລະປະຕິປະທາ ທີ່ເປັນໄປເພື່ອຄວາມດັບສິ້ນຕັນຫາ ເປັນແນວໃດໜໍ ? ຄື ໂພຊຊົງຄ໌ ໗
ໂພຊຊົງຄ໌ ໗ ເປັນແນວໃດໜໍ ?
ຄື ສະຕິສັມໂພຊຊົງຄ໌ ທັມມະວິຈະຢະສັມໂພຊຊົງຄ໌
ວິຣິຢະສັມໂພຊຊົງຄ໌ ປີຕິສັມໂພຊຊົງຄ໌ ປັສສັທທິສັມໂພຊຊົງຄ໌ ສະມາທິສັມໂພຊຊົງຄ໌ ອຸເປກຂາສັມໂພຊຊົງຄ໌.
ເມື່ອພຣະຜູ້ມີພຣະພາຄຕຣັດເຊັ່ນນີ້ແລ້ວ ພຣະອຸທາຢີໄດ້ທູນຖາມວ່າ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ໂພຊຊົງຄ໌ ໗ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວແນວໃດ ຍ່ອມເປັນໄປເພື່ອຄວາມດັບສິ້ນຕັນຫາ”.
ອຸທາຢີ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ (ຄວາມສະລະ, ຄວາມປ່ອຍ)
ສະບັບ : ແກ້ກັມ
ອັນໄພບູນ ໃຫຍ່ຫລວງ ບໍ່ມີປະມານ ບໍ່ມີຄວາມພະຍາບາດ ເມື່ອພິກຂຸນັ້ນຈະເລີນສະຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສ ວິຣາຄະ ອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ອັນໄພບູນ ໃຫຍ່ຫລວງ ບໍ່ມີປະມານ ບໍ່ມີຄວາມພະຍາບາດ ຍ່ອມລະຕັນຫາໄດ້... ໆລໆ...
ຍ່ອມຈະເລີນອຸເປກຂາສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ອັນໄພບູນ ໃຫຍ່ຫລວງ ບໍ່ມີປະມານ ບໍ່ມີຄວາມພະຍາບາດ ເມື່ອພິກຂຸນັ້ນຈະເລີນອຸເປກຂາສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສ ວິຣາຄະ ອາໄສນິໂຣດ ອັນນ້ອມໄປເພື່ອໂວສສັຄຄະ ອັນໄພບູນ ໃຫຍ່ຫລວງ ບໍ່ມີປະມານ ບໍ່ມີຄວາມພະຍາບາດ ຍ່ອມລະຕັນຫາໄດ້ ເພາະລະຕັນຫາໄດ້ ຈຶ່ງລະກັມໄດ້ ເພາະລະກັມໄດ້ ຈຶ່ງລະທຸກຂ໌ໄດ້.
ອຸທາຢີ !
ເພາະໝົດຕັນຫາ ຈຶ່ງໝົດກັມ
ເພາະໝົດກັມ ຈຶ່ງໝົດທຸກຂ໌
ດ້ວຍປະການດັ່ງນີ້ ແລ.
ມະຫາວາຣ. ສັງ. ໑໙/໑໒໓/໔໔໙.
ພຸດທະວະຈະນະ - ໝວດທັມ
໓໗
ການເຮັດກັມທີ່ເປັນໄປເພື່ອການດັບສິ້ນກັມ
ພິກຂຸທັງຫຼາຍ ! ເຫຕທັງຫຼາຍ ໓ ປະການ ເຫຼົ່ານີ້ ມີຢູ່ ເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ.
໓ ປະການ ເຫຼົ່າໃດ ? ໓ ປະການ ຄື :-
ອະໂລພະ (ຄວາມບໍ່ໂລບ) ເປັນເຫຕເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ,








