ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ເວທະນາຍ່ອມມີ ເພາະປັຈຈັຍຄື ມິຈສາທິຕຖິ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງມິຈສາທິຕຖິແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັມມາທິຕຖິ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັມມາທິຕຖິແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ມິຈສາສັງກັປປະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງມິຈສາສັງກັປປະແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັມມາສັງກັປປະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັມມາສັງກັປປະແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ມິຈສາວາຈາ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງມິຈສາວາຈາແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັມມາວາຈາ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັມມາວາຈາແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ມິຈສາກັມມັນຕະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງມິຈສາກັມມັນຕະແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັມມາກັມມັນຕະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັມມາກັມມັນຕະແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ມິຈສາອາຊີວະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງມິຈສາອາຊີວະແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັມມາອາຊີວະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັມມາອາຊີວະແດ່ ;

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໒໕

ເວທະນາຍ່ອມມີ ເພາະປັຈຈັຍຄື ມິຈສາວາຢາມະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງມິຈສາວາຢາມະແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັມມາວາຢາມະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັມມາວາຢາມະແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ມິຈສາສະຕິ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງມິຈສາສະຕິແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັມມາສະຕິ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັມມາສະຕິແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ມິຈສາສະມາທິ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງມິຈສາສະມາທິແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັມມາສະມາທິ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັມມາສະມາທິແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັນທະ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັນທະແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ວິຕົກ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງວິຕົກແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັນຍາ ແດ່ ; ຄວາມເຂົ້າໄປສະງົບລະງັບ ແຫ່ງສັນຍາແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັນທະ ວິຕົກ ແລະ ສັນຍາ ທີ່ຍັງບໍ່ເຂົ້າໄປສະງົບລະງັບ ແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ສັນທະ ວິຕົກ ແລະ ສັນຍາ ທີ່ເຂົ້າໄປສະງົບລະງັບແລ້ວ ແດ່ ;

ເວທະນາຍ່ອມມີ ເພາະປັຈຈັຍຄື ການບັນລຸເຖິງຖານະ ທີ່ໄດ້ພະຍາຍາມເພື່ອຈະບັນລຸເຖິງ ແດ່” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໑໗/໕໐.

໑໕໒໖ ອະຣິຍະສັຈຈ໌ຈາກພະໂອຖະ

ຜູ່ຮູ້ອະຣິຍະສັຈຈ໌

ບໍ່ຈໍາເປັນຕ້ອງແຕກສານອະພິທັມ ແລະລວຍລາບ

ພິກຂຸ ທ. ! ເຮົາຈະສະແດງມ້າແກບ໑ ໓ ຊະນິດ ແລະບຸຣຸສພິກ໒ ໓ ຊະນິດ.

ພິກຂຸ ທ. ! ມ້າແກບ ໓ ຊະນິດ ເປັນແນວໃດໜໍ ? ພິກຂຸ ທ. ! ມ້າແກບບາງໂຕໃນກໍລະນີນີ້ ມີຄວາມໄວ ບໍ່ມີສີງາມ ບໍ່ມີຮູບຮ່າງຂຶງຂັງ ; ບາງໄຕມີຄວາມໄວ ມີສີງາມ ແຕ່ບໍ່ມີຮູບຮ່າງຂຶງຂັງ ; ບາງໂຕມີຄວາມໄວ ມີສີງາມ ມີຮູບຮ່າງຂຶງຂັງ. ພິກຂຸ ທ. ! ນີ້ແຫຼະ ມ້າແກບ ໓ ຊະນິດ.

ພິກຂຸ ທ. ! ບຸຣຸສພິກ ໓ ຊະນິດ ເປັນແນວໃດໜໍ ? ພິກຂຸ ທ. ! ບຸຣຸສພິກບາງຄົນມີຄວາມໄວ (ຊະວະສັມປັນນະ) ແຕ່ບໍ່ມີຜິວພັນ (ນະ ວັນນະສັມປັນນະ) ບໍ່ມີທ່າທາງສະຫງ່າຜ່າເຜີຍ (ນະ ອາໂຣຫະປະຣິນາຫະສັມປັນນະ) ; ບາງຄົນມີຄວາມໄວ ມີຜິວພັນ ແຕ່ບໍ່ມີທ່າທາງສະຫງ່າຜ່າເຜີຍ ; ບາງຄົນມີຄວາມໄວດ້ວຍ ມີຜິວພັນດ້ວຍ ມີທ່າທາງສະຫງ່າຜ່າເຜີຍດ້ວຍ.

໑. ຄໍານີ້ບາລີວ່າ ອັສສະຂະລຸງກະ ເຄີຍແປກັນມາວ່າມ້າກະຈອກ ແຕ່ເຫັນວ່າບໍ່ສົມກັບໂຄງເລື່ອງ ເພາະ

ມ້າກະຈອກຂາໂຂ່ງແລ່ນບໍ່ໄວ ແລະ ຈະມີຄວາມສະງ່າຜ່າເຜີຍ ຂຶງຂັງບໍ່ໄດ້ ຈຶ່ງບໍ່ແປວ່າມ້າກະຈອກ

ແຕ່ແປວ່າ ມ້າແກບ ຄືມ້າພັນນ້ອຍຮອງຈາກມ້າພັນທຸສິນທົບ.

໒. ຄໍານີ້ບາລີວ່າ ປຸຣິສະຂະລຸງກະ ກໍເຄີຍແປກັນມາວ່າ ບຸຣຸສກະຈອກ ຊຶ່ງບໍ່ເຂົ້າກັນກັບເລື່ອງລາວທີ່ສະແດງ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ