ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເພາະຄົນກະຈອກງອກງ້ອຍ ຈະມີລັກສະນະແນວນັ້ນບໍ່ໄດ້ ເຊື່ອວ່າໝາຍເຖິງຄົນຮ່າງນ້ອຍພັນໜຶ່ງ ຊຶ່ງມີ
ສະມັຕຖະນະສູງ ໃນບ່ອນນີ້ຈະແປວ່າ ຄົນພິກ ໂດຍໂວຫາຣໃນພາສາໄທວ່າ “ເຖິງນ້ອຍກໍນ້ອຍພິກ” ດັ່ງນີ.
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໒໗
ພິກຂຸ ທ. ! ບຸຣຸສພິກ ມີຄວາມໄວ ແຕ່ບໍ່ມີຜິວພັນ ບໍ່ມີທ່າທາງສະຫງ່າຜ່າເຜີຍ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ທຸກຂ໌ ເປັນແນວນີ້, ທຸກຂະສະມຸທັຍ ເປັນແນວນີ້, ທຸກຂະນິໂຣດ ເປັນແນວນີ້, ທຸກຂະນິໂຣທະຄາມິນີປະຕິປະທາ ເປັນແນວນີ້” ດັ່ງນີ້ : ນີ້ເປັນຄວາມໄວຂອງເຂົາ ; ແຕ່ເມື່ອຖືກຖາມບັນຫາ ໃນອະພິທັມ ໃນອະພິວິນັຍ ກໍນິ້ງ ຕອບບໍ່ໄດ້ ; ນີ້ເປັນຄວາມບໍ່ມີຜິວພັນຂອງເຈົ້າ ; ແລະເປັນຜູ່ບໍ່ລວຍລາບດ້ວຍຈີວອຣ ບິນດະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິກຂາຣທັງຫຼາຍ : ນີ້ເປັນຄວາມບໍ່ສະຫງ່າຜ່າເຜີຍຂອງເຂົາ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຣຸສພິກ ທີ່ມີຄວາມໄວ ແຕ່ບໍ່ມີຜິວພັນ ບໍ່ມີທ່າທາງສະຫງ່າຜ່າເຜີຍ.
ພິກຂຸ ທ. ! ບຸຣຸສພິກ ມີຄວາມໄວ ມີຜິວພັນ ແຕ່ບໍ່ມີທ່າທາງສະຫງ່າຜ່າເຜີຍ ນັນເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ທຸກຂ໌ ເປັນແນວນີ້, ທຸກຂະສະມຸທັຍ ເປັນແນວນີ້, ທຸກຂະນິໂຣດ ເປັນແນວນີ້, ທຸກຂະນິໂຣທະຄາມິນີປະຕິປະທາ ເປັນແນວນີ້” ດັ່ງນີ້ : ນີ້ເປັນຄວາມໄວຂອງເຂົາ ; ແລະເມື່ອຖືກຖາມບັນຫາ ໃນອະພິທັມ ໃນອະພິວິນັຍ ກໍຕອບໄດ້ ບໍ່ນິ້ງ : ນີ້ເປັນຄວາມມີຜິິວພັນຂອງເຂົາ ; ແຕ່ເປັນຜູ່ບໍ່ລວຍລາບດ້ວຍຈີວອຣ ບິນດະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິກຂາຣທັງຫຼາຍ : ນີ້ເປັນຄວາມບໍ່ສະຫງ່າຜ່າເຜີຍຂອງເຂົາ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຣຸສພິກ ທີ່ມີຄວາມໄວ ມີຜິວພັນ ແຕ່ບໍ່ມີທ່າທາງສະຫງ່າຜ່າເຜີຍ.
ພິກຂຸ ທ. ! ບຸຣຸສພິກ ມີຄວາມໄວດ້ວຍ ມີຜິວພັນດ້ວຍ ມີທ່າທາງສະຫງ່າຜ່າເຜີຍດ້ວຍ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ້ງຕາມເປັນຈິງວ່າ “ທຸກຂ໌ ເປັນແນວນີ້, ທຸກຂະສະມຸທັຍ ເປັນແນວນີ້, ທຸກຂະນິໂຣດ ເປັນແນວນີ້, ທຸກຂະນິໂຣທະຄາມິນີປະຕິປະທາ ເປັນແນວນີ້” ດັ່ງນີ້ :
໑໕໒໘ ອະຣິຍະສັຈຈ໌ຈາກພະໂອຖະ
ນີ້ເປັນຄວາມໄວຂອງເຂົາ ; ແລະເມື່ອຖືກຖາມບັນຫາ ໃນອະພິທັມ ໃນອະພິວິນັຍ ເຂົາກໍຕອບໄດ້ ບໍ່ນິ້ງ : ນີ້ເປັນຄວາມມີຜິວພັນຂອງເຂົາ ; ແລະເຂົານັ້ນເປັນຜູ່ລວຍລາບດ້ວຍຈີວອຣ ບິນດະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິກຂາຣທັງຫຼາຍ : ນີ້ເປັນຄວາມສະຫງ່າຜ່າເຜີຍຂອງເຂົາ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ບຸຣຸສພິກ ທີ່ມີຄວາມໄວດ້ວຍ ມີຜິວພັນດ້ວຍ ມີທ່າທາງສະຫງ່າຜ່າເຜີຍດ້ວຍ.
ພິກຂຸ ທ. ! ເຫຼົ່ານີ້ແລ ບຸຣຸສພິກ ໓ ຊະນິດ.
- ຕິກ. ອັງ. ໒໐/໓໗໐/໕໘໐.
(ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ບຸຣຸສພິກ ປະເພດທີໜຶ່ງ ຮູ້ອະຣິຍະສັຈຈ໌ ແຕ່ບໍ່ອາດຕອບບບັນຫາ ໃນອະພິທັມ ອະພິວິນັຍ ແລະ ບໍ່ລວຍລາບ. ຂໍ້ນີ້ເປັນເຄື່ອງສະແດງຢູ່ແລ້ວວ່າ ການຮູ້ອະຣິຍະສັຈຈ໌ນັ້ນ ບໍ່ໄດ້ເນື່ອງຢູ່ກັບການ ຮູ້ອະພິທັມອະພິວິນັຍ ແລະລວຍລາບ).
ຈົ່ງເຮັດເຫຕທັງພາຍໃນ ແລະພາຍນອກ
ກ. ເຫຕພາຍໃນ
ພິກຂຸ ທ. ! ສໍາລັບພິກຂຸເສຂະ ຜູ່ມີຄວາມປາຖນາແຫ່ງໃຈ ອັນຍັງບໍ່ບັນລຸ ຍັງປາຖນາອະນຸຕຕະຣະໂຢຄັກເຂມມະທັມຢູ່ນັ້ນ ເຮົາບໍ່ມອງເຫັນອົງທັມອື່ນແມ່ນແຕ່ເຍື່ອງໜຶ່ງ ຊຶ່ງເມື່ອເຮັດໃຫ້ເປັນອົງທັມໃນພາຍໃນແລ້ວ ຈະມີອຸປະກາຣະຫຼາຍຄືດັ່ງ ໂຢນິໂສມະນະສິກາຣະ ນີ້.
ພິກຂຸ ທ. ! ພິກຂຸເຮັດ ໂຢນິໂສມະນະສິກາຣະ ຢູ່ ຍ່ອມລະອະກຸສົລ ແລະ ເຮັດໃຫ້ກຸສົລຈະເຣີນ.
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໒໙
ໂຢນິໂສມະນະສິກາຣະທັມ ມີຢູ່ສໍາລັບພິກຂຸຜູ່ເສຂະ, ບໍ່ມີທັມອື່ນມີອຸປະກາຣະຫຼາຍ ຄືດັ່ງເຊັ່ນນັ້ນ ສໍາລັບການບັນລຸປະໂຍຊນ໌ອັນສູງສຸດ. ພິກຂຸຕັ້ງຈິຕໄວ້ໂດຍຮອບຄອບ ສາມາດບັນລຸຄວາມດັບສິ້ນໄປແຫ່ງທຸກຂ໌.
ຂ. ເຫຕພາຍນອກ








