ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ແລະຮູ້ແຈ້ງຕາມທີ່ເປັນຈິງວ່າ “ເຫຼົ່ານີ້ອາສະວະ, ນີ້ເຫຕເກີດຂຶ້ນແຫ່ງອາສະວະ, ນີ້ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ”. ເມື່ອເຂົາຮູ້ຢູ່ແນວນີ້ເຫັນຢູ່ແນວນີ້ ຈິຕກໍພົ້ນຈາກກາມາສະວະ ພະວາສະວະ ອະວິຊຊາສະວະ. ເມື່ອຈິຕຫຼຸດພົ້ນແລ້ວ ກໍເກີດຍານຢັ່ງຮູ້ວ່າ “ຈິຕພົ້ນແລ້ວ”. ເຈົ້າຮູ້ແຈ້ງວ່າ “ຊາຕດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິຈຈ໌ທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິຈຈ໌ອື່ນທີ່ຈະຕ້ອງເຮັດ ເພື່ອຄວາມເປັນເຊັ່ນນີ້ບໍ່ມີອີກ” ດັ່ງນີ້. ເກວັຕຕະ ! ປຽບດັ່ງວັງນໍ້າໃສຢູ່ຮ່ອມພູບໍ່ຂຸ້ນມົວ, ຄົນມີຈັກຂຸຢືນຢູ່ເທິງຝັ່ງໃນບ່ອນນັ້ນ, ເຂົາເຫັນຫອຍຕ່າງໆແດ່ ແຮ່ ແລະຫີນແດ່ ຝູງປາແດ່ ອັນຢຸດຢູ່ ແລະລອຍໄປໃນວັງນໍ້ານັ້ນ, ເຂົາຈະສໍານຶກໃຈແນວນີ້ວ່າ “ວັງນໍ້ານີ້ໃສ ບໍ່ຂຸ້ນເລີຍ ຫອຍ ກ້ອນຫີນ ປາທັງຫຼາຍເຫຼົ່ານີ້ຢຸດຢູ່ແດ່ ລອຍໄປແດ່ ໃນວັງນໍ້ານັ້ນ” ດັ່ງນີ້ : ເຊັ່ນໃດກໍເຊັ່ນນັ້ນ. ເກວັຕຕະ ! ນີ້ເຮົາເອີ້ນວ່າ ອະນຸສາສະນີປາຕິຫາຣຍ໌.

ເກວັຕຕະ ! ເຫຼົ່ານີ້ແລ ປາຕິຫາຣຍ໌ ໓ ຢ່າງ ທີ່ເຮົາໄດ້ເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ຕາມດ້ວຍ.

- ສີ. ທີ. ໙/໒໗໓-໒໗໖/໓໓໙-໒໔໒.

ອະຣິຍະສັຈຈ໌ (ຫຼື ໂລກະສັຈ)

ຊົງບັນຍັຕໄວ້ໃນກາຍທີ່ຍັງມີສັນຍາ ແລະ ໃຈ

ພິກຂຸ ທ. ! ເຮົາໄດ້ກ່າວກັບ ໂຣຫິຕັສສະເທວະບຸຕນັ້ນວ່າ “ແນະເຈົ້າ ! ບ່ອນສຸດໂລກແຫ່ງໃດ ອັນສັຕບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ຈຸຕິ ບໍ່ອຸບັຕ, ເຮົາບໍ່ກ່າວການຮູ້ ການເຫັນ ການເຖິງບ່ອນສຸດໂລກນັ້ນ ເພາະການໄປ. ແນະເຈົ້າ ! ເມື່ອຍັງບໍ່ເຖິງບ່ອນສຸດແຫ່ງໂລກແລ້ວ ເຮົາຍ່ອມບໍ່ກ່າວ ຊຶ່ງການເຮັດທີ່ສຸດແຫ່ງທຸກຂ໌.

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໒໓

ແນະເຈົ້າ ! ໃນກາຍທີ່ຍາວວາໜຶ່ງ ຊຶ່ງປະກອບດ້ວຍສັນຍາ ແລະໃຈນີ້ເອງ ເຮົາໄດ້ບັນຍັຕໂລກ ເຫຕເກີດຂອງໂລກ ຄວາມດັບບໍ່ເຫຼືອຂອງໂລກ ແລະທາງໃຫ້ເຖິງຄວາມດັບບໍ່ເຫຼືອຂອງໂລກໄວ້” ດັ່ງນີ້.

- ຈຕຸກກ. ອັງ. ໒໑/໖໔/໔໖.

ອະຣິຍະສັຈຈ໌ ຊົງບັນຍັຕສໍາລັບສັຕທີ່ອາດມີເວທະນາ

ພິກຂຸ ທ. ! ເຮົາອາໄສຊຶ່ງທາດ ໖ ປະການ ການກ້າວລົງສູ່ຄັນຍ່ອມມີ ; ເມື່ອການກ້າວລົງສູ່ຄັນມີຢູ່, ນາມຮູບຍ່ອມມີ ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ. ພິກຂຸ ທ. ! ເຮົາຍ່ອມບັນຍັຕວ່າ “ນີ້ ເປັນຄວາມທຸກຂ໌” ດັ່ງນີ້ ; ວ່າ “ນີ້ ເປັນເຫຕເກີດຂອງຄວາມທຸກຂ໌” ດັ່ງນີ້ ; ວ່າ “ນີ້ ເປັນຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌” ດັ່ງນີ້ ; ວ່າ “ນີ້ ເປັນທາງໃຫ້ເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌” ດັ່ງນີ້ ; ແກ່ສັຕຜູ່ສາມາດສະເຫວີຍເວທະນາ.

(ຕໍ່ໄປໄດ້ຕຣັດລາຍລະອຽດຂອງອະຣິຍະສັຈຈ໌ທັງສີ່ ຫາເບິ່ງໄດ້ໃນພາກນໍາໃນໜັງສືເຫຼັ້ມນີ້ ຢູ່ຫົວຂໍ້ວ່າ “ອະຣິຍະສັຈຈ໌ສີ່ ທີ່ຊົງສະແດງໂດຍພິສະດານ (ໄນຍະທີສອງ)” ໜ້າ ໑໓໘).

- ຕິກ. ອັງ. ໒໐/໒໒໗/໕໐໑.

(ຜູ່ສຶກສາຈົ່ງສັງເກດໃຫ້ເຫັນວ່າ ຂໍ້ແທ້ຈິງອັນນີ້ມີຄວາມສໍາຄັນຢ່າງຍິ່ງ ກ່າວຄື ຕ້ອງມີການສະເຫວີຍເວທະນາແທ້ໆ ຈຶ່ງຈັກເຫັນທຸກຂະອະຣິຍະສັຈຈ໌ທີ່ເກີດຈາກຕັນຫາ ອັນເກີດຈາກເວທະນານັ້ນ ແລະຄວາມທີ່ທຸກຂ໌ດັບໄປ ໃນຂະນະທີ່ຕັນຫາດັບໄປໃນເວທະນານັ້ນ ໃນເມື່ອຈິຕປະກອບຢູ່ດ້ວຍທັມມະສັງຄີ ແຫ່ງອັຕຖັງຄິກະມັຄຄະໂດຍອັຕຕະໂນມັດ ; ດັ່ງນັ້ນ ຖ້າປາສະຈາກເວທະນາເສຍພຽງຢ່າງດຽວແລ້ວ ອະຣິຍະສັຈຈ໌ສີ່ ກໍຍັງບໍ່ໄດ້ເປັນສິ່ງທີ່ມີຢູ່ຈິງ ; ດ້ວຍເຫຕນີ້ຈຶ່ງກ່າວໄດ້ວ່າ “ອະຣິຍະສັຈຈ໌ ຊົງບັນຍັຕສໍາລັບສັຕທີ່ອາດສະເຫວີຍເວທະນາ” ດັ່ງນີ້ ໂດຍໄນຍະດັ່ງທີ່ພຣະພຸດທະອົງຕຣັສແລ້ວຂ້າງເທິງ).

໑໕໒໔ ອະຣິຍະສັຈຈ໌ຈາກພະໂອຖະ

ເວທະນາໂດຍປັຈຈັຍສີ່ສິບເອັດຊະນິດ

ພິກຂຸ ທ. ! ເຮົາໄດ້ຢູ່ແລ້ວໂດຍປະເທດ ແຫ່ງວິຫາຣະທັມຢ່າງດຽວກັນກັບວິຫາຣະທັມ ທີ່ເຮົາເຄີຍຢູ່ແລ້ວເມື່ອຕຣັສຮູ້ແລ້ວໃໝ່ໆ. ເມື່ອຢູ່ໂດຍວິຫາຣະທັມເຊັ່ນນີ້ ເຮົາຍ່ອມຮູ້ແຈ້ງດັ່ງນີ້ວ່າ : -

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ