ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ແມ່ນຫຍັງໜໍ ເປັນຄວາມໝາຍໃນຄໍາວ່າ ໂພຄະ ສໍາລັບພິກຂຸ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸ ມີຈິຕອັນປະກອບດ້ວຍເມຕຕາ, ກະຣຸນາ, ມຸທິຕາ, ອຸເປກຂາ, ແຜ່ໄປຍັງທິສທີໜຶ່ງ ທີສອງ ທີສາມ ທີສີ່ ທິສຂ້າງເທິງ ເບື້ອງຕໍ່າ ແລະເບື້ອງຂວາງ ແຜ່ໄປຍັງໂລກທັງມວນ ໃນບ່ອນທັງປວງ ດ້ວຍຈິຕທີ່ປະກອບດ້ວຍເມຕຕາ, ກະຣຸນາ, ມຸທິຕາ, ອຸເປກຂາ, ຊະນິດທີ່ໄພບູນ ເຖິງຄວາມເປັນຈິຕໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາດຢູ່. ພິກຂຸ ທ. ! ນີ້ແລເປັນຄວາມໝາຍຂອງຄໍາວ່າ ໂພຄະ ສໍາລັບພິກຂຸ.
ພິກຂຸ ທ. ! ແມ່ນຫຍັງໜໍ ເປັນຄວາມໝາຍໃນຄໍາວ່າ ພະລະ ສໍາລັບພິກຂຸ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ນີ້ແລ ເປັນຄວາມໝາຍຂອງຄໍາວ່າ ພະລະ ສໍາລັບພິກຂຸ.
- ປາ. ທີ. ໑໑/໘໕/໕໐.
ການເຮັດໃຫ້ບຸຄຄົນຮູ້ອະຣິຍະສັຈຈ໌ ຈັດເປັນອະນຸສາສນີປາຕິຫາຣຍ໌
ເກວັຕຕະ ! ນີ້ປາຕິຫາຣຍ໌ສາມຢ່າງ ທີ່ເຮົາໄດ້ເຮັດໃຫ້ແຈ້ງ ດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ໄດ້. ສາມຢ່າງແນວໃດໜໍ ? ສາມຢ່າງຄື : ອິດທິປາຕິຫາຣຍ໌ ອາເທສະນາປາຕິຫາຣຍ໌ ແລະ ອະນຸສາສະນີປາຕິຫາຣຍ໌.
(໑). ເກວັຕຕະ ! ອິດທິປາຕິຫາຣຍ໌ນັ້ນ ເປັນແນວໃດໜໍ ? ເກວັຕຕະ ! ພິກຂຸໃນກໍລະນີນີ້ ເຮັດອິດທິວິທີມີຢ່າງຕ່າງໆ : ຜູ່ດຽວແປງຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ, ເຮັດບ່ອນກໍາບັງໃຫ້ເປັນບ່ອນແຈ້ງ ເຮັດບ່ອນແຈ້ງໃຫ້ເປັນບ່ອນກໍາບັງ,
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໑໙
ໄປໄດ້ບໍ່ຂັດຂ້ອງ ຜ່ານທະລຸຝາ ທະລຸກໍາແພງ ທະລຸພູເຂົາ ດັ່ງໄປໃນອາກາສໂລ່ງໆ, ຜຸດຂຶ້ນ ແລະດໍາຣົງຢູ່ໃນແຜ່ນດິນໄດ້ຄືຢູ່ໃນນໍ້າ, ຍ່າງໄປໄດ້ເທິງນໍ້າຄືດັ່ງຍ່າງເທິງແຜ່ນດິນ, ໄປໄດ້ໃນອາກາສເໝືອນນົກມີປີກ ທັງທີ່ຍັງນັ່ງສະມາທິຄູ້ບັນລັງ. ລູບຄໍາດວງຈັນ ແລະດວງອາທິຕ ອັນມີລິດອານຸພາບຫຼາຍໄດ້ດ້ວຍຝ່າມື. ແລະສະແດງອໍານາດທາງກາຍ ເປັນໄປຕະຫຼອດເຖິງພຣົມມະໂລກໄດ້. ເກວັຕຕະ ! ກຸລະບຸຕຜູ່ມີສັດທາເຫຼື້ອມໃສ ໄດ້ເຫັນການສະແດງນັ້ນແລ້ວ ເຂົາບອກເລົ່າແກ່ກຸລະບຸຕອື່ນບາງຄົນ ທີ່ບໍ່ສັດທາເຫຼື້ອມໃສວ່າ ໜ້າອັດສະຈັນຫຼາຍ. ກຸລະບຸຕຜູ່ບໍ່ມີສັດທາເຫຼື້ອມໃສນັ້ນ ກໍຈະຕອບວ່າ ວິຊຊາ ຊື່ ຄັນດາຣີ ໑ ມີຢູ່ ພິກຂຸນັ້ນສະແດງອິດທິວິທີດ້ວຍວິຊຊານັ້ນທໍ່ນັ້ນ (ບໍ່ແມ່ນປາຕິຫາຣຍ໌ແຕ່ຢ່າງໃດ). ເກວັຕຕະ ! ທ່ານຈະເຂົ້າໃຈວ່າແນວໃດ : ກໍຄົນບໍ່ເຊື່ອບໍ່ເຫຼື້ອມໃສ ຍ່ອມກ່າວຕອບຜູ່ເຊື່ອຜູ່ເຫຼື້ອມໃສໄດ້ ເຊັ່ນນັ້ນ ບໍ່ແມ່ນບໍ ?
“ສາມາດຕອບໄດ້, ພຣະອົງ !”.
ເກວັຕຕະ ! ເຮົາເຫັນໂທດ ໃນການສະແດງອິດທິປາຕິຫາຣຍ໌ ດັ່ງນີ້ແລ ຈຶ່ງອຶດອັດເປີດໜ່າຍ ລັງກຽດ ຕໍ່ອິດທິປາຕິຫາຣຍ໌.
(໒). ເກວັຕຕະ ! ອາເທສະນາປາຕິຫາຣຍ໌ນັ້ນ ເປັນແນວໃດໜໍ ? ເກວັຕຕະ ! ພິກຂຸໃນກໍລະນີນີ້ ຍ່ອມທາຍຈິຕ ທາຍຄວາມຮູ້ສຶກຂອງຈິຕ ທາຍຄວາມຕຶກ ທາຍຄວາມຕອງ ຂອງສັຕເຫຼົ່າອື່ນ ຂອງບຸຄຄົນເຫຼົ່າອື່ນ ໄດ້ວ່າ ໃຈຂອງທ່ານເຊັ່ນນີ້ ໃຈຂອງທ່ານມີປະການນີ້ ໃຈຂອງທ່ານມີດ້ວຍອາການເຊັ່ນນີ້. ... ໆລໆ ... ກຸລະບຸຕຜູ່ບໍ່ເຊື່ອ ບໍ່ເຫຼື້ອມໃສ ຍ່ອມເວົ້າຕັດກຸລະບຸຕຜູ່ເຊື່ອຜູ່ເຫຼື້ມໃສວ່າ ວິຊຊາ ຊື່ ມະນິກາ ມີຢູ່ ພິກຂຸນັ້ນກ່າວທາຍໃຈໄດ້ເຊັ່ນນັ້ນໆ ກໍດ້ວຍວິຊຊານັ້ນ (ບໍ່ແມ່ນມີປາຕິຫາຣຍ໌ແຕ່ຢ່າງໃດ). ເກວັຕຕະ ! ທ່ານຈະເຂົ້າໃຈວ່າແນວໃດ : ກໍຄົນບໍ່ເຊື່ອ ບໍ່ເຫຼື້ອມໃສ ຍ່ອມກ່າວຕອບຜູ່ເຊື່ອຜູ່ເຫຼື້ອມໃສໄດ້ ເຊັ່ນນັ້ນບໍ່ແມ່ນບໍ ?
“ສາມາດຕອບໄດ້, ພຣະອົງ !”.
໑. ຄັນດາຣີ ຊື່ມົນຕ໌ ແຕ່ງໂດຍລືສີມີນາມວ່າ ຄັນດາຣະ, ອີກຢ່າງໜຶ່ງວ່າ ໃນແຄ້ວນຄັນດາຣະ.
໑໕໒໐ ອະຣິຍະສັຈຈ໌ຈາກພະໂອຖະ
ເກວັຕຕະ ! ເຮົາເຫັນໂທດໃນການສະແດງອິດທິປາຕິຫາຣຍ໌ດັ່ງນີ້ແລ ຈຶ່ງອຶດອັດຂະເປີດໜ່າຍ ລັງກຽດ ຕໍ່ອາເທສະນາປາຕິຫາຣຍ໌.








