ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(໓). ເກວັຕຕະ ! ອະນຸສາສະນີປາຕິຫາຣຍ໌ນັ້ນ ເປັນແນວໃດໜໍ ? ເກວັຕຕະ ! ພິກຂຸໃນກໍລະນີນີ້ ຍ່ອມສັ່ງສອນວ່າ “ທ່ານຈົ່ງຕຶກແນວນີ້ໆ ຢ່າຕຶກແນວນັ້ນໆ, ຈົ່ງຕັ້ງໄວ້ໃນໃຈແນວນີ້ໆ ຢ່າງຕັ້ງໄວ້ໃນໃຈແນວນັ້ນໆ, ຈົ່ງລະສິ່ງນີ້ໆເສຍ. ຈົ່ງເຂົ້າເຖິງສິ່ງນີ້ໆ ແລ້ວແລຢູ່” ດັ່ງນີ້. ເກວັຕຕະ ! ນີ້ເຮົາເອີ້ນວ່າ ອະນຸສາສະນີປາຕິຫາຣຍ໌.

ເກວັຕຕະ ! ຂໍ້ອື່ນຍັງມີອີກ : ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອໍຣະຫັນຕ໌ ຕຣັສຮູ້ຖືກຕ້ອງເອງ ສົມບູນດ້ວຍວິຊຊາ ແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນຄວນຝຶກບໍ່ມີໃຜຍິ່ງໄປກວ່າ ເປັນຄູຂອງເທວະດາ ແລະມະນຸສ ເປັນຜູ່ເບີກບານແລ້ວ ຈໍາແນກທັມອອກສອນສັຕ. ຕະຖາຄົຕນັ້ນເຮັດໃຫ້ແຈ້ງຊຶ່ງໂລກນີ້ ກັບທັງເທວະດາ ມາຣ ພຣົມ ໝູ່ສັຕພ້ອມທັງສະມະນະພຣາມ ເທວະດາພ້ອມທັງມະນຸສ ດ້ວຍປັນຍາອັນຍິ່ງເອງແລ້ວ ສອນຜູ່ອື່ນໃຫ້ຮູ້ແຈ້ງຕາມ. ຕະຖາຄົຕນັ້ນສະແດງທັມ ງົດງາມໃນເບື້ອງຕົ້ນ-ທ່າມກາງ-ທີ່ສຸດ, ປະກາດພຣົມມະຈັນຣຍ໌ພ້ອມທັງອັຕຖະ ແລະພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ. ຄະຫະບໍດີ ຫຼືບຸຕຄະຫະບໍດີ ຫຼືຜູ່ເກີດໃນຕະກູນໃດຕະກູນໜຶ່ງ ໃນພາຍຫຼັງກໍດີ ໄດ້ຟັງທັມນັ້ນແລ້ວເກີດສັດທາໃນຕະຖາຄົຕ. ເຂົາຜູ່ປະກອບດ້ວຍສັດທາ ຍ່ອມພິຈາຣະນາເຫັນວ່າ “ຄາຣາວາສຄັບແຄບ ເປັນທາງມາແຫ່ງທຸລີ, ບັນພະຊາເປັນໂອກາດວ່າງ ; ການທີ່ຄົນຢູ່ຄອງເຮືອນ ຈະປະພຶຕພຣົມມະຈັນຣຍ໌ ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນສັງທີ່ເຂົາຂັດແລ້ວນັ້ນ ບໍ່ສາມາດເຮັດໄດ້ໂດຍງ່າຍ. ຖ້າຈັ່ງໃດເຮົາຈະໂກນຜົມ ແລະໜວດ ຄອງຜ້າກາສາຍະ ອອກຈາກເຮືອນບວດ ເປັນຜູ່ບໍ່ກ່ຽວຂ້ອງດ້ວຍເຮືອນເຖີ້ນ”, ດັ່ງນີ້. ໂດຍສະໄໝອື່ນຕໍ່ມາ ເຂົາລະກອງສົມບັດນ້ອຍໃຫຍ່ ແລະວົງຍາດນ້ອຍໃຫຍ່ ໂກນຜົມ ແລະໜວດ ອອກຈາກເຮືອນບວດ ເປັນຜູ່ບໍ່ກ່ຽວຂ້ອງດ້ວຍເຮືອນແລ້ວ.

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໒໑

ພິກຂຸນັ້ນ ຜູ່ບວດແລ້ວເຊັ່ນນີ້ ສັງລວມແລ້ວດ້ວຍຄວາມສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາຣະຍາດ ແລະໂຄຈອຣ, ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ແມ່ນວ່າເປັນໂທດເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ, ປະກອບແລ້ວດ້ວຍກາຢະກັມ ວະຈີກັມອັນເປັນກຸສົລ, ມີອາຊີວະບໍຣິສຸດ, ເຖິງພ້ອມດ້ວຍສິີລ, ມີທະວາຣອັນຄຸ້ມຄອງແລ້ວ ໃນອິນຊີທັງຫຼາຍ, ປະກອບດ້ວຍສະຕິສັມປະຊັນຍະ, ມີຄວາມສັນໂດດ.

ເກວັຕຕະ ! ພິກຂຸເຖິງພ້ອມດ້ວຍສີລ ເປັນແນວໃດໜໍ ? ເກວັຕຕະ ! ພິກຂຸໃນທັມວິນັຍນີ້ ຢຸດການເຮັດສັຕມີຊີວິຕໃຫ້ມອດມ້ວຍໄປ ເປັນຜູ່ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ແລະສັສຕຣາເສຍແລ້ວ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ຫວັງປະໂຍຊນ໌ເກື້ອກູນແກ່ສັຕທັງຫຼາຍທັງປວງຢູ່. ເກວັຕຕະ ! ນີ້ເຮົາເອີ້ນວ່າ ອະນຸສາສະນີປາຕິຫາຣຍ໌.

(ຕໍ່ໄປນີ້ຊົງສະແດງດ້ວຍຈຸລະສີລ - ມັຊຊິມະສີລ - ມະຫາສີລ - ອິນຊີສັງວອຣ - ສະຕິສັມປະຊັນຍະ - ການສັນໂດດດ້ວຍປັຈຈັຍສີ່ - ການຊໍາລະຈິຕຈາກນິວອຣ ໃນບ່ອນທີ່ມິດງຽບແລ້ວ ໄດ້ປະຖົມມະຊານ - ທຸຕິຢະຊານ - ຕະຕິຢະຊານ - ຈະຕຸຕຖະຊານ - ຍານທັສສະນະ - ມະໂນມະຍິນຊີ - ອິດທິວິທີ - ພິບພະໂສຕະ -ເຈໂຕປະຣິຍະຍານ - ປຸບເພນິວາສານຸສສະຕິຍານ - ຈຸຕູປະປາຕະຍານ ແລະຕຣັດເອີ້ນຄວາມສໍາເລັດໃນການສອນແຕ່ລະຂັ້ນວ່າ ອະນຸສາສະນີປາຕິຫາຣຍ໌ຢ່າງໜຶ່ງໆ ຈົນວ່າເຖິງອາສະວັກຂະຢະຍານ ຊຶ່ງມີຂໍ້ຄວາມວ່າ :-)

ເກວັຕຕະ ! ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກອຸປະກິເລສ ເປັນທັມມະຊາຕອ່ອນໂຍນ ຄວນແກ່ການງານ ຕັ້ງຢູ່ໄດ້ຢ່າງບໍ່ຫວັ່ນໄຫວເຊັ່ນນີ້ແລ້ວ, ເຂົາກໍນ້ອມຈິຕໄປສະເພາະ ຕໍ່ອາສະວັກຂະຢະຍານ. ເຂົາຍ່ອມຮູ້ແຈ້ງຕາມທີ່ເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” :

໑໕໒໒ ອະຣິຍະສັຈຈ໌ຈາກພະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ