ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຄວນເຮັດຄວາມສົມດຸນຂອງສະມະຖະແລະວິປັສສະນາ
ພິກຂຸ ທ. ! ບຸຄຄົນ ໔ ຈໍາພວກເຫຼົ່ານີ້ມີຢູ່ ຫາໄດ້ຢູ່ໃນໂລກ. ສີ່ຈໍາພວກ ແນວໃດໜໍ ? ສີ່ຄື ບຸຄຄົນບາງຄົນໄດ້ເຈໂຕສະມະຖະໃນພາຍໃນ ແຕ່ບໍ່ໄດ້ທັມມະວິປັສສະນາດ້ວຍອະທິປັນຍາ ; ບຸຄຄົນບາງຄົນ ໄດ້ທັມມະວິປັສສະນາດ້ວຍອະທິປັນຍາ ແຕ່ບໍ່ໄດ້
ເຈໂຕສະມະຖະໃນພາຍໃນ ; ບຸຄຄົນບາງຄົນ ບໍ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະ ບໍ່ໄດ້ທັມມະວິປັສສະນາດ້ວຍອະທິປັນຍາດ້ວຍ ; ບຸຄຄົນບາງຄົນ ໄດ້ທັງເຈໂຕສະມະຖະໃນພາຍໃນດ້ວຍ ແລະໄດ້ທັມມະວິປັສສະນາດ້ວຍອະທິປັນຍາດ້ວຍ.
ພິກຂຸ ທ. ! ໃນບັນດາບຸຄຄົນ ໔ ຈໍາພວກນັ້ນ ໑. ບຸຄຄົນຜູ່ໄດ້ໄດ້ເຈໂຕສະມະຖະໃນພາຍໃນ ແຕ່ບໍ່ໄດ້ທັມມະວິປັສສະນາດ້ວຍອະທິປັນຍານັ້ນ ບຸຄຄົນນັ້ນ ຄວນດໍາຣົງຕົນຢູ່ໃນເຈໂຕສະມະຖະໃນພາຍໃນ ແລ້ວປະກອບຄວາມພຽນໃນທັມວິປັສສະນາດ້ວຍອະທິປັນຍາເຖີ້ນ. ສະໄໝຕໍ່ມາເຂົາກໍຈະເປັນຜູ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະ ໄດ້ທັມມະວິປັສສະນາດ້ວຍອະທິປັນຍາດ້ວຍ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໖໕
໒. ພິກຂຸ ທ. ! ບຸຄຄົນຜູ່ໄດ້ອະທິປັນຍາທັມມະວິປັສສະນາ ແຕ່ບໍ່ໄດ້ເຈໂຕສະມະຖະໃນພາຍໃນນັ້ນ ບຸຄຄົນນັ້ນ ຄວນດໍາຣົງຕົນຢູ່ໃນອະທິປັນຍາທັມມະວິປັສສະນາແລ້ວ ປະກອບຄວາມພຽນໃນເຈໂຕສະມະຖະໃນພາຍໃນ. ສະໄໝຕໍ່ມາ ເຂົາກໍຈະເປັນຜູ່ໄດ້ທັງອະທິປັນຍາທັມມະວິປັສສະນາດ້ວຍ ແລະໄດ້ເຈໂຕສະມະຖະໃນພາຍໃນດ້ວຍ.
໓. ພິກຂຸ ທ. ! ບຸຄຄົນຜູ່ບໍ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະ ບໍ່ໄດ້ອະທິປັນຍາທັມມະວິປັສສະນານັ້ນ ບຸຄຄົນນັ້ນ ເພື່ອໃຫ້ໄດ້ຊຶ່ງກຸສົລທັມທັງສອງຢ່າງນັ້ນ ຈົ່ງເຮັດໂດຍປະມານອັນຍິ່ງຊຶ່ງ ສັນທະ (ຄວາມພໍໃຈ) ວາຢະມະ (ຄວາມພະຍາຍາມ)
ອຸສສາຫະ ອຸສໂສລະຫີ (ຄວາມມຸ່ງໝັ້ນຕັ້ງໃຈ) ອັປປະຕິວານີ (ຄວາມບໍ່ຖອຍຫຼັງ) ສະຕິ ແລະ ສັມປະຊັນຍະ ໃຫ້ຄືກັບຄົນມີໄຟລຸກໄໝ້ທີ່ເສື້ອຜ້າ ຫຼືທີ່ຫົວ ຍ່ອມຕັ້ງຊຶ່ງສັນທະ ວາຢາມະ ອຸສສາຫະ ອຸສໂສລະຫີ ອັປປະຕິວານີ ສະຕິ ສັມປະຊັນຍະ ໂດຍປະມານອັນຍິ່ງ ເພື່ອຈະດັບໄຟອັນລຸກໄໝ້ທີ່ເສື້ອຜ້າ ຫຼືທີ່ຫົວນັ້ນເສຍ, ເຊັ່ນໃດກໍເຊັ່ນນັ້ນ. ສະໄໝຕໍ່ມາ ເຂົາກໍຈະເປັນຜູ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະໄດ້ອະທິປັນຍາທັມມະວິປັສສະນາດ້ວຍ.
໔. ພິກຂຸ ທ. ! ສ່ວນບຸຄຄົນຜູ່ ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະໄດ້ອະທິປັນຍາທັມມະວິປັສສະນາດ້ວຍນັ້ນ ບຸຄຄົນນັ້ນ ຄວນດໍາຣົງຢູ່ໃນກຸສົລທັມທັງສອງນັ້ນແລ້ວ ປະກອບຄວາມພຽນ ເພື່ອຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ໃຫ້ຍິ່ງຂຶ້ນໄປ.
ພິກຂຸ ທ. ! ບຸຄຄົນ ໔ ຈໍາພວກເຫຼົ່ານີ້ແລ ມີຢູ່ ຫາໄດ້ຢູ່ ໃນໂລກ.
- ຈຕຸກກ. ອັງ. ໒໑/໑໒໑/໙໓.
(ໃນພຣະບາລີບາງບ່ອນ (໑໔/໕໒໔/໘໒໙) ຕຣັດລະບຸມັຄຄະ ຫຼື ອະຣິຍະສັຈຈ໌ທີສີ່ວ່າ ໄດ້ແກ່ ສະມະຖະ ແລະ ວິປັສສະນາ. ຂໍ້ຄວາມຂ້າງເທິງນີ້ ກ່ຽວຂ້ອງກັບສະມະຖະ ແລະ ວິປັສສະນາ ຈຶ່ງນໍາເອົາມາໃສ່ໄວ້ໃນໝວດນີ້).
໑໔໖໖ ອະຣິຍະສັຈຈ໌ຈາກພະໂອຖະ
ການປະຕິບັຕເພື່ອຄວາມສົມດຸນແຫ່ງສະມະຖະແລະວິປັສສະນາ
ພິກຂຸ ທ. ! ໃນບັນດາສີ່ຈໍາພວກນັ້ນ ໑. ບຸຄຄົນຜູ່ໄດ້ໄດ້ເຈໂຕສະມະຖະໃນພາຍໃນ ແຕ່ບໍ່ໄດ້ອະທິປັນຍາທັມມະວິປັສສະນາ ນັ້ນ ບຸຄຄົນນັ້ນ ຈົ່ງເຂົ້າໄປຫາບຸຄຄົນຜູ່ໄດ້ອະທິປັນຍາທັມມະວິປັສສະນາ ແລ້ວຖາມວ່າ “ທ່ານຜູ່ມີອາຍຸ ! ເຮົາຄວນເຫັນສັງຂາຣກັນແນວໃດ ? ຄວນພິຈາຣະນາກັນແນວໃດ ? ຄວນເຫັນແຈ້ງສັງຂາຣກັນແນວໃດ ?” ດັ່ງນີ້. ຜູ່ຖືກຖາມນັ້ນ ຈະພະຍາກອນຕາມທີ່ຕົນເຫັນແລ້ວ ແຈ່ມແຈ້ງແລ້ວແນວໃດ ແກ່ບຸຄຄົນນັ້ນວ່າ “ທ່ານຜູ່ມີອາຍຸ ! ສັງຂາຣຄວນເຫັນກັນ ເຊັ່ນນີ້ໆ, ສັງຂາຣຄວນພິຈາຣະນາກັນ ເຊັ່ນນີ້ໆ, ສັງຂາຣຄວນເຫັນແຈ້ງກັນ ເຊັ່ນນີ້ໆ” ດັ່ງນີ້. ສະໄໝຕໍ່ມາ ບຸຄຄົນນັ້ນກໍຈະເປັນຜູ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະ ອະທິປັນຍາທັມມະວິປັສສະນາ.








