ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຂໍ້ຄວາມທີ່ຍົກມານີ້ ຍົກມາແຕ່ຂໍ້ຄວາມທີ່ສະແດງດ້ວຍເລື່ອງຂອງຈັກຂຸ ຜູ່ສຶກສາຈົ່ງທຽບຄຽງເອົາເອງ ອອກໄປເຖິງເລື່ອງຂອງ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະໂນ. ແຕ່ລະຢ່າງໆ ອອກເປັນຫ້າປະເດັນ ຄືດັ່ງທີ່ສະແດງໄວ້ໃນກໍລະນີແຫ່ງຈັກຂຸເບື້ອງຕົ້ນນັ້ນ, ກໍຈະໄດ້ອາຍະຕະນິກະທັມ ໖ ໝວດໆລະ ໕ ຢ່າງ ; ລວມເປັນ ໓໐ ຢ່າງ ໂດຍບໍລິບູນ).

ວິທີການສືບຕໍ່ຄວາມບໍ່ປະມາດຂອງອະຣິຍະສາວົກ

ນັນທິຢະ ! ອະຣິຍະສາວົກ ເປັນຜູ່ມີປົກກະຕິ ຢູ່ດ້ວຍຄວາມບໍ່ປະມາດເປັນແນວໃດໜໍ ?

ນັນທິຢະ ! ໃນກໍລະນີນີ້ຄື ອະຣິຍະສາວົກ ເປັນຜູ່ປະກອບດ້ວຍຄວາມເຫຼື້ອມໃສໃນພຣະພຸດທະເຈົ້າຢ່າງບໍ່ຫວັ່ນໄຫວ (ພຸດທະອະເວຈະຈັປປະສາທະ) ດັ່ງນີ້ວ່າ “ຍ້ອນວ່າເຫຕແນວນີ້ໆ ພຣະຜູ່ມີພຣະພາຄເຈົ້ານັ້ນ ເປັນຜູ່ໄກຈາກກິເລຣັສຮູ້ຖືກຕ້ອງໄດ້ໂດຍພຣະອົງເອງ ເປັນຜູ່ເຖິງພ້ອມດ້ວຍວິຊຊາ ແລະຈະຣະນະ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໖໓

ເປັນຜູ່ໄປແລ້ວດ້ວຍດີ ເປັນຜູ່ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ່ສາມາດຝຶກບຸຣຸສທີ່ສົມຄວນຝຶກໄດ້ ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຜູ່ສອນຂອງເທວະດາ ແລະມະນຸສສ໌ທັງຫຼາຍ ເປັນຜູ່ຮູ້ ຜູ່ຕື່ນ ຜູ່ເບີກບານດ້ວຍທັມ ເປັນຜູ່ມີຄວາມຈະເຣີນຈໍາແນກທັມສັ່ງສອນສັຕ” ດັ່ງນີ້. ອະຣິຍະສາວົກນັ້ນ ບໍ່ມີຄວາມພໍໃຈຢຸດຢູ່ ພຽງແຕ່ຄວາມເຫຼື້ອມໃສໃນພຣະພຸດທະເຈົ້າ ຢ່າງບໍ່ຫວັ່ນໄຫວ ແຕ່ ພະຍາຍາມໃຫ້ຍິ່ງຂຶ້ນໄປ ຄືເພື່ອຄວາມວິເວກໃນກາງເວັນ ເພື່ອຄວາມໂດດດ່ຽວໃນກາງຄືນ.

ເມື່ອອະຣິຍະສາວົກນັ້ນ ເປັນຜູ່ບໍ່ປະມາດຢູ່ເຊັ່ນນີ້, ປາໂມດ (ຄວາມບັນເທີງໃຈ) ຍ່ອມເກີດຂຶ້ນ ; ເມື່ອປາໂມດແລ້ວ ປີຕິ (ຄວາມອີ່ມໃຈ) ຍ່ອມເກີດຂຶ້ນ ; ເມື່ອມີໃຈປີຕິ ກາຍກໍສະງົບລະງັບ ; ຜູ່ມີກາຍສະງົບລະງັບ ຍ່ອມຮູ້ສຶກເປັນສຸຂ ; ຈິຕຂອງຜູ່ມີສຸຂ ຍ່ອມຕັ້ງໝັ້ນ (ເປັນສະມາທິ) ເມື່ອຈິຕຕັ້ງໝັ້ນ ທັມ (ທີ່ຍັງບໍ່ເຄີຍປາກົດ) ຍ່ອມປາກົດ ; ເພາະຄວາມປາກົດແຫ່ງທັມ ອະຣິຍະສາວົກນັ້ນ ຍ່ອມເຖິງຊຶ່ງການນັບໄດ້ວ່າ ເປັນຜູ່ມີປົກກະຕິ ຢູ່ດ້ວຍຄວາມບໍ່ປະມາດໂດຍແທ້.

(ໃນກໍລະນີແຫ່ງໂສຕາປັຕຕິຢັງຄະທີສອງ ຄື : ຄວາມເຫຼື້ອມໃສໃນພຣະທັມຢ່າງບໍ່ຫວັ່ນໄຫວ ກໍດີ ທີສາມຄື : ຄວາມເຫຼື້ອມໃສໃນພຣະສົງຄ໌ຢ່າງບໍ່ຫວັ່ນໄຫວ ກໍດີ ທີສີ່ຄື : ຄວາມມີສີລທີ່ພຣະອະຣິຍະເຈົ້າພໍໃຈ (ອະຣິຍະກັນຕະສີລ) ກໍດີ ກໍໄດ້ຊົງຕຣັດໄວ້ ມີຂໍ້ຄວາມແບບດຽວກັນກັບ ຂໍ້ຄວາມຂ້າງເທິງ ທີ່ກ່າວເຖິງຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ).

ນັນທິຢະ ! ເຊັ່ນນີ້ແລ ອະຣິຍະສາວົກຊື່ວ່າ ເປັນຜູ່ມີປົກກະຕິ ຢູ່ດ້ວຍຄວາມ

ບໍ່ປະມາດ.

- ມຫາວາຣ. ສັງ. ໑໙/໕໐໑/໑໖໐໒.

(ຂໍໃຫ້ສັງເກດເຫັນ ໃຈຄວາມສໍາຄັນທີ່ວ່າ ເຖິງຈະເປັນ ກຽມພຣະໂສດາບັນ (ຄືທັມມານຸສາຣີ ແລະສັດທານຸສາຣີ ກໍຕາມ) ຫຼືເປັນພຣະໂສດາບັນແລ້ວກໍຕາມ ຍັງມີກິຈຈ໌ຄືຄວາມບໍ່ປະມາດ ທີ່ຈະຕ້ອງເຮັດສືບຕໍ່ຍິ່ງຂຶ້ນໄປ ຕາມຂໍ້ຄວາມໃນພຣະສູຕນີ້ໃຫ້ໄດ້ຊື່ວ່າ ເປັນຜູ່ຢູ່ດ້ວຍຄວາມ

ບໍ່ປະມາດຢູ່ສະເໝີ.

໑໔໖໔ ອະຣິຍະສັຈຈ໌ຈາກພະໂອຖະ

ຂໍ້ປະຕິບັຕເຫຼົ່ານັ້ນ ມີໃຈຄວາມສໍາຄັນຢູ່ທີ່ວ່າ ກາງເວັນມີວິເວກ ຄືສະຫງັດຈາກຄວາມລົບກວນພາຍນອກ ກາງຄືນມີປະຕິສັນລານະ ຄືຈິຕບໍ່ຟຸ້ງຊ້ານໄປໃນອາຣົມຕ່າງໆ ແຕ່ມາກໍານົດຢູ່ທີ່ທັມ ອັນຄວນກໍານົດຢູ່ຕະຫຼອດເວລາ ຈົນເກີດຜົລຕາມລໍາດັບ ນັບຕັ້ງແຕ່ຄວາມປາໂມດ ໄປຈົນເຖິງຄວາມປາກົດແຫ່ງທັມທີ່ຍັງບໍ່ເຄີຍປາກົດ. ອະຣິຍະສາວົກຊັ້ນທີ່ສູງຂຶ້ນໄປ ກໍມີຫຼັກປະຕິບັຕແນວນີ້ ຄືກາງເວັນມີວິເວກ ກາງຄືນມີປະຕິສັນລານະ ເພື່ອບັນລຸທັມຊັ້ນທີ່ສູງຂຶ້ນໄປກວ່າທີ່ບັນລຸຢູ່ ຈົນວ່າເຖິງຊັ້ນພຣະອໍຣະຫັນຕ໌. ເຖິງເຊັ່ນນັ້ນພຣະອໍຣະຫັນຕ໌ ຊຶ່ງເປັນຊັ້ນທີ່ເຖິງທີ່ສຸດ ແຫ່ງຄວາມ

ບໍ່ປະມາດແລ້ວ ກໍຍັງມີວິເວກໃນກາງເວັນ ມີປະຕິສັນລານະໃນກາງຄືນ ເພື່ອຄວາມຢູ່ເປັນຜາສຸກ ຂອງບຸຄຄົນຜູ່ເຖິງທີ່ສຸດແຫ່ງພຣົມມະຈັນຣຍ໌.

ຂໍໃຫ້ທຸກຄົນເຫັນຄວາມສໍາຄັນ ຂອງການຢູ່ຢ່າງມີວິເວກ ແລະປະຕິສັນລານະ ວ່າເປັນຖານຮາກໃນການສືບຕໍ່ຄວາມບໍ່ປະມາດ ໃຫ້ຍິ່ງໆຂຶ້ນໄປໃນຕົນເອງ ໂດຍບໍ່ຕ້ອງລໍາບາກຫຼາຍປານໃດ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ