ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

໒. ພິກຂຸ ທ. ! ບຸຄຄົນຜູ່ໄດ້ປັນຍາທັມມະວິປັສສະນາ ແຕ່ບໍ່ໄດ້ເຈໂຕສະມະຖະໃນພາຍໃນນັ້ນ ບຸຄຄົນນັ້ນ ຈົ່ງເຂົ້າໄປຫາບຸຄຄົນ ຜູ່ໄດ້ເຈໂຕສະມະຖະໃນພາຍໃນ ແລ້ວທ່ານຖາມວ່າ “ທ່ານຜູ່ມີອາຍຸ ! ຈິຕເປັນສິ່ງທີ່ຄວນດໍາຣົງໄວ້ (ສັນຖະເປຕັບພະ) ແນວໃດ ? ຄວນຖືກຊັກນໍາໄປ (ສັນນິຢາເທຕັບພັງ) ແນວໃດ ? ຄວນເຮັດໃຫ້ເປັນຈິຕມີອາຣົມດຽວ (ເອໂກດິກັຕຕັບພະ) ແນວໃດ ? ຄວນເຮັດໃຫ້ຕັ້ງໝັ້ນ (ສະມາທະຫາຕັບພັງ) ແນວໃດ ?” ດັ່ງນີ້. ຜູ່ຖືກຖາມນັ້ນ ຈະພະຍາກອນ ຕາມທີ່ຕົນເຫັນແລ້ວ ແຈ່ມແຈ້ງແລ້ວແນວໃດ ແກ່ບຸຄຄົນນັ້ນວ່າ “ທ່ານຜູ່ມີອາຍຸ ! ຈິຕເປັນສິ່ງທີ່ຄວນດໍາຣົງໄວ້ ດ້ວຍອາການ ເຊັ່ນນີ້ໆ, ຄວນຖືກຊັກນໍາໄປດ້ວຍອາການ ເຊັ່ນນີ້ໆ, ຄວນເຮັດໃຫ້ຕັ້ງໝັ້ນດ້ວຍອາການ ເຊັ່ນນີ້ໆ” ດັ່ງນີ້. ສະໄໝຕໍ່ມາ ບຸຄຄົນນັ້ນກໍຈະເປັນຜູ່ໄດ້ທັງອະທິປັນຍາທັມມະວິປັສສະນາ ແລະ ເຈໂຕສະມະຖະໃນພາຍໃນ.

໓. ພິກຂຸ ທ. ! ບຸຄຄົນຜູ່ບໍ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະ ອະທິປັນຍາທັມມະວິປັສສະນານັ້ນ ບຸຄຄົນນັ້ນ ຈົ່ງເຂົ້າໄປຫາຜູ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະ ອະທິປັນຍາທັມມະວິປັສສະນາ ແລ້ວຖາມວ່າ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໖໗

“ທ່ານຜູ່ມີອາຍຸ ! ຈິຕເປັນສິ່ງທີ່ຄວນດໍາຣົງໄວ້ແນວໃດ ? ຄວນຖືກຊັກນໍາໄປແນວໃດ ? ຄວນເຮັດໃຫ້ເປັນຈິຕມີອາຣົມດຽວແນວໃດ ? ຄວນເຮັດໃຫ້ຕັ້ງໝັ້ນແນວໃດ ? ສັງຂາຣເປັນສິ່ງທີ່ຄວນເຫັນແນວໃດ ? ຄວນພິຈາຣະນາແນວໃດ? ຄວນເຫັນແຈ້ງແນວໃດ ?” ດັ່ງນີ້. ຜູ່ຖືກຖາມນັ້ນ ຈະພະຍາກອນຕາມທີ່ຕົນເຫັນແລ້ວ ແຈ່ມແຈ້ງແລ້ວແນວໃດ ແກ່ບຸຄຄົນນັ້ນວ່າ “ທ່ານຜູ່ມີອາຍຸ ! ຈິຕເປັນສິ່ງທີ່ຄວນດໍາຣົງໄວ້ດ້ວຍອາການ ເຊັ່ນນີ້ໆ, ຄວນຖືກຊັກນໍາໄປດ້ວຍອາການ ເຊັ່ນນີ້ໆ, ຄວນເຮັດໃຫ້ເປັນຈິຕມີອາຣົມອັນດຽວດ້ວຍອາການ ເຊັ່ນນີ້ໆ, ຄວນເຮັດໃຫ້ຕັ້ງໝັ້ນດ້ວຍອາການ ເຊັ່ນນີ້ໆ, ສັງຂາຣເປັນສິ່ງຄວນເຫັນກັນ ເຊັ່ນນີ້ໆ, ຄວນພິຈາຣະນາກັນ ເຊັ່ນນີ້ໆ, ຄວນເຫັນແຈ້ງກັນ ເຊັ່ນ ນີ້ໆ” ດັ່ງນີ້. ສະໄໝຕໍ່ມາ ບຸຄຄົນນັ້ນກໍຈະເປັນຜູ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະ ອະທິປັນຍາທັມມະວິປັສສະນາ.

໔. ພິກຂຸ ທ. ! ບຸຄຄົນຜູ່ໄດ້ທັງເຈໂຕສະມະຖະໃນພາຍໃນ ແລະ ອະທິປັນຍາທັມມະວິປັສສະນານັ້ນ ບຸຄຄົນນັ້ນ ຈົ່ງດໍາຣົງຕົນໄວ້ໃນທັມທັງສອງນັ້ນ ແລ້ວປະກອບດ້ວຍຄວາມພຽນ ເພື່ອຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ໃຫ້ຍິ່ງຂຶ້ນໄປ.

ພິກຂຸ ທ. ! ບຸຄຄົນ ໔ ຈໍາພວກເຫຼົ່ານີ້ ມີຢູ່ ຫາໄດ້ຢູ່ ໃນໂລກ.

- ຈຕຸກກ. ອັງ. ໒໑/໑໒໒-໑໒໔/໙໔.

ຄວາມສົມປະສົງສູງສຸດ ມີໄດ້ເພາະສັມມັຕຕະ

ພິກຂຸ ທ. ! ເພາະອາໄສສັມມັຕຕະ ອາຣາດະນາ (ຄວາມສໍາເລັດສູງສຸດຊະນິດເປັນທີ່ພໍໃຈຂອງພຣະອະຣິຍະເຈົ້າ) ຍ່ອມມີ ບໍ່ແມ່ນມີ ວິຣາດະນາ (ຄາມບໍ່ປະສົບຄວາມສໍາເລັດ). ຂໍ້ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. !

໑໔໖໘ ອະຣິຍະສັຈຈ໌ຈາກພະໂອຖະ

ສໍາລັບຜູ່ມີສັມມາທິຕຖິ ສັມມາສັງກັປປະ ຍ່ອມມີພຽງພໍ ;

ສໍາລັບຜູ່ມີສັມມາສັງກັປປະ ສັມມາວາຈາຍ່ອມມີພຽງພໍ ;

ສໍາລັບຜູ່ມີສັມມາວາຈາ ສັມມາກັມມັນຕະຍ່ອມມີພຽງພໍ ;

ສໍາລັບຜູ່ມີສັມມາກັມມັນຕະ ສັມມາອາຊີວະຍ່ອມມີພຽງພໍ ;

ສໍາລັບຜູ່ມີສັມມາອາຊີວະ ສັມມາວາຢາມະຍ່ອມມີພຽງພໍ ;

ສໍາລັບຜູ່ມີສັມມາວາຢາມະ ສັມມາສະຕິຍ່ອມມີພຽງພໍ ;

ສໍາລັບຜູ່ມີສັມມາສະຕິ ສັມມາສະມາທິຍ່ອມມີພຽງພໍ ;

ສໍາລັບຜູ່ມີສັມມາສະມາທິ ສັມມາຍານະຍ່ອມມີພຽງພໍ ;

ສໍາລັບຜູ່ມີສັມມາຍານະ ສັມມາວິມຸຕຕິຍ່ອມມີພຽງພໍ.

ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ເພາະອາໄສສັມມັຕຕະ ຈຶ່ງມີອາຣາດະນາ ບໍ່ແມ່ນມີວິຣາທະນາ.

- ທສກ. ອັງ. ໒໔/໒໒໖/໑໐໔, ໑໐໓.

(ຄວາມບໍ່ປະສົງ (ວິຣາທະນາ) ມີໄດ້ເພາະອາໄສມິຈສັຕຕະ ຕຣັດໄວ້ໂດຍໄນຍະກົງກັນຂ້າມ ຜູ່ສຶກສາຈົ່ງທຽບຄຽງໄດ້ເອງ. ຄໍາຂະຫຍາຍຄວາມທີ່ກ້ວາງຂວາງອອກໄປ ມີຢູ່ໃນຂໍ້ຄວາມຕໍ່ໄປຈາກຂໍ້ຄວາມຕອນນີ້).

ການໃຫ້ຜົລຂອງມິຈສັຕຕະ ແລະ ສັມມັຕຕະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ