ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ພາກຜະນວກທ້າຍເຫຼັ້ມ ຢູ່ໜ້າ ໑໕໔໓ ແຖວທີ ໕ ເປັນຕົ້ນໄປ).

໗. ສັມມາສະຕິ ຄືກຸລະບຸຕມີສະຕິສັມປະຊັນຍະ.

(ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ພາກຜະນວກທ້າຍເຫຼັ້ມ ຢູ່ໜ້າ ໑໕໕໑ ແຖວທີ ໑໑ ເປັນຕົ້ນໄປ).

໘. ສັມມາສະມາທິ ຄືກຸລະບຸຕຕັ້ງຕົ້ນຈະເຣີນສະມາທິ ແລະໄດ້ຮູບຊານທັງສີ່.

(ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ທີ່ພາກຜະນວກທ້າຍເຫຼັ້ມ ຢູ່ໜ້າ ໑໕໕໓ ແຖວທີ ໕ ເປັນຕົ້ນໄປ).

ອັຕຖັງຄິກະມັຄຄະພຣົມມະຈັນຣຍ໌ ໃຫ້ຜົລແບບເຄື່ອງຈັກ

ພູມີຊະ ! ຊົນເຫຼົ່າໃດເຫຼົ່າໜຶ່ງ ຈະເປັນສະມະນະ ຫຼືພຣາມກໍຕາມ ເປັນຜູ່ທີ່ ມີຄວາມເຫັນຖືກຕ້ອງ ມີຄວາມມຸ່ງໝາຍຖືກຕ້ອງ ມີການເວົ້າຈາຖືກຕ້ອງ ມີການເຮັດການງານຖືກຕ້ອງ ມີການດໍາຣົງຊີບຖືກຕ້ອງ ມີຄວາມພະຍາຍາມຖືກຕ້ອງ ມີຄວາມລະນຶກຖືກຕ້ອງ ມີຄວາມຕັ້ງຈິຕໝັ້ນໄວ້ຢ່າງຖືກຕ້ອງ ; ຊົນເຫຼົ່ານັ້ນ ເຖິງວ່າປະພຶຕພຣົມມະຈັນຣຍ໌ ໂດຍຫວັງຜົລ ກໍຕ້ອງໄດ້ຮັບຜົລ ; ເຖິງວ່າປະພຶຕພຣົມມະຈັນຣຍ໌ ໂດຍບໍ່ຫວັງຜົລ ກໍຕ້ອງໄດ້ຮັບຜົລ ; ເຖິງຈະປະຕິບັຕພຣົມມະຈັນຣຍ໌ ທັງໂດຍຫວັງຜົລ ແລະ ບໍ່ຫວັງຜົລ ກໍຕ້ອງໄດ້ຮັບຜົລ ; ເຖິງວ່າປະພຶຕຣົມມະຈັນ ໂດຍຫວັງຜົລກໍບໍ່ແມ່ນ ບໍ່ຫວັງຜົລກໍບໍ່ຖືກ ກໍຍັງຕ້ອງໄດ້ຮັບຜົລ. ຂໍ້ນັ້ນດ້ວຍເຫຕໃດໜໍ ? ເພາະເຫຕແຫ່ງການໄດ້ຮັບຜົລນັ້ນ ເປັນສິ່ງທີ່ເຂົາທັງຫຼາຍເຫຼົ່ານັ້ນ ໄດ້ເຮັດແລ້ວໂດຍຮາກເຫງົ້າ (ໂຢນິໂສ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໙໓

ພູມິຊະ ! ເຊັ່ນດຽວກັບບຸຣຸສຜູ່ຕ້ອງການນໍ້າມັນ ເລາະຫານໍ້າມັນ ທ່ຽວສະແຫວງ ຫານໍ້າມັນຢູ່, ເຂົາເຂ່ຍເມັດງາລົງໃນຮາງ ພົມດ້ວຍນໍ້າແລ້ວ ຄັ້ນບີບເລື້ອຍໄປ ; ເຖິງວ່າບຸຣຸສນັ້ນຕັ້ງຄວາມຫວັງ ... ບໍ່ຕັ້ງຄວາມຫວັງ ... ທັງຕັ້ງຄວາມຫວັງ ແລະ ບໍ່ຕັ້ງຄວາມຫວັງ ... ທັງຕັ້ງຄວາມຫວັງກໍບໍ່ແມ່ນ ບໍ່ຕັ້ງຄວາມຫວັງກໍບໍ່ຖືກ ກໍຕາມ, ເມື່ອເຂົາເຂ່ຍເມັດງາລົງໃນຮາງ ພົມດ້ວຍນໍ້າແລ້ວ ຄັ້ນບີບຢູ່ເລື້ອຍໄປ ບຸຣຸສນັ້ນກໍຕ້ອງໄດ້ນໍ້າມັນຢູ່ເອງ. ຂໍ້ນີ້ເພາະເຫຕໃດໜໍ ? ເພາະເຫຕແຫ່ງການໄດ້ນໍ້າມັນນັ້ນ ເປັນສິ່ງທີ່ບຸຣຸສນັ້ນໄດ້ເຮັດແລ້ວ ໂດຍເລິກເຊິ່ງ ໂດຍລະອຽດ ເຊັ່ນໃດກໍເຊັ່ນນັ້ນ. (ຊົງໃຫ້ອຸປະມາແບບນີ້ອີກສາມຂໍ້ຄື : ບຸຣຸສຜູ່ ຕ້ອງການນໍ້ານົມ ຮີດນໍ້ານົມຈາກງົວແມ່ລູກອ່ອນ, ບຸຣຸສຜູ່ ຕ້ອງການເນີຍ ປັ່ນເນີຍຈາກນົມທີ່ໝັກເປັນເຫຍື່ອແລ້ວ. ບຸຣຸສທີ່ ຕ້ອງການໄຟ ສີໄຟຈາກໄມ້ແຫ້ງ, ກໍຍ່ອມໄດ້ຜົລຕາມທີ່ຕົນຕ້ອງການ. ເຖິງຈະຕັ້ງຄວາມຫວັງ ຫຼືບໍ່ຕັ້ງຄວາມຫວັງກໍຕາມ ຜົລນັ້ນໆ ກໍຍ່ອມມີໃຫ້ເອງ ເພາະໄດ້ມີການເຮັດທີ່ຖືກຕ້ອງລົງໄປແລ້ວ).

- ອຸປຣິ. ມ. ໑໔/໒໗໙/໔໑໔.

ຄວາມແຕກຕ່າງ ລະຫວ່າງ

ຄົນໂງ່ຈ້າແລະບັນດິຕ ໃນການປະພຶຕພຣົມມະຈັນຣຍ໌

ພິກຂຸ ທ. ! ກາຍນີ້ ເກີດມີຂຶ້ນແລ້ວ ແກ່ຄົນໂງ່ ຜູ່ຖືກອະວິຊຊາໃດຫໍ່ຫຸ້ມແລ້ວດ້ວຍ ຜູ່ພົວພັນແລ້ວດ້ວຍຕັນຫາໃດດ້ວຍ, ອະວິຊຊານັ້ນແຫຼະທີ່ຄົນຈ້າຍັງລະບໍ່ໄດ້ ແລະ ຕັນຫານັ້ນແລ ກໍຍັງບໍ່ໝົດສ້ຽງໄປ. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະວ່າ ຄົນໂງ່ບໍ່ໄດ້ປະພຶຕພຣົມມະຈັນຣຍ໌ ເພື່ອຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ. ເພາະເຫຕນັ້ນຄົນໂງ່ ຈຶ່ງເປັນຜູ່ເຂົ້າເຖິງກາຍ (ອື່ນ) ເພາະການແຕກສະຫຼາຍແຫ່ງກາຍ (ນີ້). ຄົນໂງ່ນັ້ນ ເມື່ອເຂົ້າເຖິງກາຍຢູ່ ເຮົາກ່າວວ່າ “ເຂົາບໍ່ຫຼຸດພົ້ນຈາກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມລໍ່າໄລລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ແລະ ບໍ່ຫຼຸດພົ້ນຈາກທຸກຂ໌” ດັ່ງນີ້.

໑໓໙໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ