ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອານົນທ໌ ! ຈົ່ງຮູ້ໂດຍປະຣິຍາຍນີ້ແລ ວ່າຄໍາວ່າ ພຣົມມະຍານ ນັ້ນ ເປັນອະທິວະຈະນະ ແຫ່ງອະຣິຍະອັຕຖັງຄິກະມັຄຄະນີ້ເອງ ; ເອີ້ນວ່າ ພຣົມມະຍານແດ່ ທັມມະຍານ ແດ່ ອະນຸຕຕະຣະສັງຄາມະວິໄຊ ແດ່.

- ມຫາວາຣ. ສັງ. ໑໙/໖-໗/໑໓-໒໓.

(ຜູ່ສຶກສາຄວນຮູ້ວ່າ ຄໍາວ່າ ພຣົມມະຍານ ເປັນຄໍາສູງສຸດໃນຝ່າຍສາສນາພຣາມ ພຣະອານົນທ໌ຢາກຈະມີຄໍາເຊັ່ນນັ້ນ ໃນພຣະພຸດທະສາສນານີ້ແດ່ ຈຶ່ງທູນຖາມ ; ແຕ່ພຣະອົງຕຣັດຕອບຢ່າງທັມມາທິຕຖານ ລະບຸເອົາອັຕຖັງຄິກະມັຄຄະເປັນພຣົມມະຍານ, ແລະ ແຖມຍັງມີຄໍາວ່າ ທັມມະຍານ ແລະ ອະນຸຕຣະສັງຄາມະວິໄຊ ອີກດ້ວຍ. ເຮົາເຫັນວ່າ ຄໍາວ່າ ທັມມະຍານ ສໍາຄັນກວ່າ ຈຶ່ງຍົກເອົາມາເປັນຊື່ແຫ່ງຫົວຂໍ້ນີ້.

໑໓໗໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ອີກຢ່າງໜຶ່ງ ອັຕຖັງຄິກະມັຄຄະນີ້ ຈໍາແນກຄວາມໝາຍໄດ້ຫຼາຍຢ່າງ ເຊັ່ນ : ຈໍາແນກເປັນ ວິເວກະນິສສິຕັງ ວິຣາຄະນິສສິຕັງ ນິໂຣດະນິສສິຕັງ ໂວສັຄຄະປະຣິນາມີ ດັ່ງໃນຫົວຂໍ້ທີ່ຈັດ ອັຕຖັງ

ຄິກະມັຄຄະເປັນ ກັລລະຢານະມິຕ ເປັນຕົ້ນແດ່, ແລະ ໃນຫົວຂໍ້ນີ້ ຊົງຈໍາແນກເປັນ ຣາຄະ -ໂທສະ - ໂມຫະວິນະຢະປະຣິໂຢສານະ ແດ່, ໃນຫົວຂໍ້ວ່າ “ອັຕຖັງຄິກະມັຄຄະ ຊະນິດທີ່ຈະເຣີນແລ້ວ ເຮັດກິຈຈ໌ແຫ່ງອະຣິຍະສັຈຈ໌ສີ່ ພ້ອມກັນໄປໃນໂຕ” ເປັນຕົ້ນ ຊຶ່ງໄດ້ກ່າວໄວ້ໃນໝາຍເຫຕທ້າຍຫົວຂໍ້ນັ້ນໆ ຢູ່ໜ້າ ໑໔໑໙, ໑໔໒໑, ໑໔໕໘ ໃນນັ້ງສືນີ້ ຊົງຈໍາແນກວ່າ ອະມະໂຕຄະດະ ອະມະຕະປະຣາຢະນະ ອະມະຕະປະຣິໂຢສານະ ແດ່, ນິບພານະນິນນະ ນິບພານະໂປນະ

ນິບພານະປັບພາລະ ແດ່).

ອັຕຖັງຄິກະມັຄຄະ ເປັນສັມມາປະຕິປະທາ

ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ມິຈສາປະຕິປະທາ ແລະ ສັມມາປະຕິປະທາ ແກ່ພວກເຈົ້າ. ເຈົ້າທັງຫຼາຍຈົ່ງຟັງຊຶ່ງຂໍ້ຄວາມນັ້ນ.

ພິກຂຸ ທ. ! ມິຈສາປະຕິປະທາ ເປັນແນວໃດໜໍ ? ມິຈສາປະຕິປະທາຄື ມິຈສາ ທິຕຖິ ມິຈສາສັງກັປປະ ມິຈສາວາຈາ ມິຈສາກັມມັນຕະ ມິຈສາອາຊີວະ ມິຈສາ

ວາຢາມະ ມິຈສາສະຕິ ມິຈສາສະມາທິ. ພິກຂຸ ທ. ! ນີເອີ້ນວ່າ ມິຈສາປະຕິປະທາ.

ພິກຂຸ ທ. ! ສັມມາປະຕິປະທາ ເປັນແນວໃດໜໍ ? ສັມມາປະຕິປະທາຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາ

ວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີເອີ້ນວ່າ ສັມມາປະຕິປະທາ.

- ມຫາວາຣ. ສັງ. ໑໙/໒໒/໖໕-໖໗.

[ສູຕຂ້າງເທິງນີ້ ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ສັມມາປະຕິປະທາ ; ໃນສູຕອື່ນ (໑໙/໒໙/໘໙-໙໑) ຕຣັດເອີ້ນວ່າ ສັມມາປະຕິບັຕ ກໍມີ.

ອີກຢ່າງໜຶ່ງ ສູຕຂ້າງເທິງນັ້ນເອີ້ນອັຕຖັງຄິກະມັຄຄະວ່າ ສັມມາປະຕິປະທາ ໃນສູຕບາງແຫ່ງ (ນິທານ. ສັງ. ໑໖/໕/໑໙-໒໑) ຕຣັດເອີ້ນ ປະຕິຈຈະສະມຸບບາດຝ່າຍນິໂຣທະວາຣ ວ່າເປັນສັມມາປະຕິປະທາ ກໍມີ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໗໑

(ຕຣັດເອີ້ນປະຕິຈຈະສະມຸບບາດນິໂຣທະວາຣ ວ່າ ທຸກຂະນິໂຣທະອະຣິຍະສັຈຈ໌ ກໍມີ - ຕິກ. ອັງ. ໒໐/໒໒໗/໕໐໑). ເປັນອັນວ່າ ທັງອະຣິຍະອັຕຖັງຄິກະມັຄຄະ ແລະ ປະຕິຈຈະສະມຸບບາດ ນິໂຣທະວາຣ ຕ່າງກໍເປັນສັມມາປະຕິປະທາດ້ວຍກັນ ; ຄວນທີ່ນັກສຶກສາຈະສົນໃຈຢ່າງຍິ່ງ].

ສັມມັຕຕະ ໃນນາມວ່າ ອະຣິຍະມັຄຄະ

ພິກຂຸ ທ. ! ເຮົາຈະສະແດງຊຶ່ງທັມ ອັນເປັນອະຣິຍະມັຄຄະ ແລະ ທັມອັນເປັນ

ອະນະຣິຍະມັຄຄະ ແກ່ພວກເຈົ້າ. ເຈົ້າທັງຫຼາຍຈົ່ງຟັງ.

ພິກຂຸ ທ. ! ອະນະຣິຍະມັຄຄະ ເປັນແນວໃດໜໍ ? ຄື ມິຈສາທິຕຖິ ມິຈສາສັງກັປປະ ມິຈສາວາຈາ ມິຈສາກັມມັນຕະ ມິຈສາອາຊີວະ ມິຈສາວາຢາມະ ມິຈສາສະຕິ ມິຈສາ ສະມາທິ ມິຈສາຍານະ ມິຈສາວິມຸຕຕິ. ພິກຂຸ ທ. ! ນີ້ເອີ້ນວ່າ ອະນະຣິຍະມັຄຄະ.

ພິກຂຸ ທ. ! ອະຣິຍະມັຄຄະ ເປັນແນວໃດໜໍ ? ຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ສັມມາຍານະ ສັມມາວິມຸຕຕິ. ພິກຂຸ ທ. ! ນີ້ເອີ້ນວ່າ ອະຣິຍະມັຄຄະ.

- ທສກ. ອັງ. ໒໔/໒໖໒/໑໔໕-໑໔໖.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ