ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໔. ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຂົ້າເຖິງເຈໂຕວິມຸຕຕິ ອັນສະງົບ ຢ່າງໃດຢ່າງໜຶ່ງແລ້ວແລຢູ່. ເຂົາຍ່ອມ (ອາໄສເຈໂຕວິມຸຕຕິນັ້ນ) ເຮັດໃນໃຈຊຶ່ງ ອະວິຊຊາປະເບດະ, ເມື່ອເຂົາເຮັດໃນໃຈຊຶ່ງອະວິຊຊາປະເບດະຢູ່, ຈິຕຂອງເຂົາກໍແລ່ນໄປ ເຫຼື້ອມໃສ
ດໍາຣົງຢູ່ ນ້ອມໄປ ໃນອະວິຊຊາປະເບດະ, ຄວາມເປັນເຊັ່ນນີ້ຂອງພິກຂຸນັ້ນ ເຮັດໃຫ້ເຂົາຫວັງອະວິຊຊາປະເບດະໄດ້. ປຽບດັ່ງຊັມພາລີ ອັນເຮັດມາແລ້ວຫຼາຍປີ ຄົນເຂົາເປີດທາງໄຫຼເຂົ້າຂອງມັນ ແລະປິດທາງນໍ້າໄຫຼອອກໄວ້ທັງໝົດ ທັງຝົນກໍຕົກຕາມລະດູກາລ ເມື່ອເປັນເຊັ່ນນີ້ ການທີ່ຈະມີນໍ້າໄຫຼອອກຈາກຄັນຄູແຫ່ງຂຸມສ້າງໃຫຍ່ນັ້ນ ກໍເປັນອັນຫວັງໄດ້, ນີ້ເຊັ່ນໃດ ; ພິກຂຸ ທ. ! ພິກຂຸທີ່ເຂົ້າເຖິງເຈໂຕວິມຸຕຕິ ອັນສະງົບຢ່າງໃດຢ່າງໜຶ່ງແລ້ວແລຢູ່. ເຂົາຍ່ອມເຮັດໃນໃຈຊຶ່ງອະວິຊຊາປະເບດະ, ເມື່ອເຂົາເຮັດໃນໃຈຊຶ່ງອະວິຊຊາປະເບດະຢູ່, ຈິຕຂອງເຂົາກໍແລ່ນໄປ ເຫຼື້ອມໃສ ດໍາຣົງຢູ່ ນ້ອມໄປ ໃນອະວິຊຊາປະເບດະ. ຄວາມເປັນເຊັ່ນນີ້ຂອງພິກຂຸນັ້ນ ເຮັດໃຫ້ເຂົາຫວັງອະວິຊຊາປະເບດະໄດ້, ເຊັ່ນນັ້ນ ເໝືອນກັນ.
ພິກຂຸ ທ. ! ບຸຄຄົນ ໔ ຈໍາພວກເຫຼົ່ານີ້ແລ ມີຢູ່ ຫາໄດ້ຢູ່ ໃນໂລກ.
ຈຕຸກກ. ອັງ. ໒໑/໒໒໓-໒໒໕/໑໗໘.
ນິດເທສ ໒໑
ວ່າດ້ວຍສັມມາສະມາທິ
ຈົບ
໑໓໖໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ນິດເທສ ໒໒ ວ່າດ້ວຍ ຂໍ້ຄວາມສະຫຼຸບເລື່ອງມັຄຄະ
(ມີ ໗໕ ເລື່ອງ)
ໝວດ ກ. ວ່າດ້ວຍ ໄວພົຈນ໌
ອະຣິຍະອັຕຖັງຄິກະມັຄຄະອະທິວະຈະນະ
(ໄວພົຈນ໌ແຫ່ງອັຕຖັງຄິກະມັຄຄະ)
ພິກຂຸ ທ. ! ເຮົາຈະສະແດງຊຶ່ງ ສາມັນຍະ ... ພິກຂຸ ທ. ! ສາມັນຍະ ນັ້ນເປັນແນວໃດໜໍ ? ສາມັນຍະນັ້ນຄື ອະຣິຍະອັຕຖັງຄິກະມັຄຄະ ນີ້ນັ້ນເອງ ໄດ້ແກ່ : ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢະມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສາມັນຍະ.
- ມຫາວາຣ. ສັງ. ໕໙/໓໐/໙໙-໑໐໐.
[ໃນສູຕອື່ນ (໑໙/໓໐/໑໐໕) ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ພຣັມມັນຍະ.
ໃນສູຕອື່ນ (໑໙/໓໑/໑໑໑) ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ພຣັມມະຈະຣິຢະ.
ໃນສູຕອື່ນ (໑໙/໒໐/໖໑) ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ສັມມັຕຕະ.
ໃນສູຕອື່ນ (໑໙/໒໐/໖໔) ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ກຸສະລະທັມມະ.
ໃນສູຕອື່ນ (໑໙/໒໐/໖໗) ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ສັມມາປະຕິປະທາ.
ໃນສູຕອື່ນ (໑໙/໒໐/໙໑) ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ສັມມາປະຕິປັຕຕິ.
ໃນສູຕອື່ນ (໑໙/໕໒໘/໑໖໖໔) ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ມັຊຊິມາປະຕິປະທາ.
ໃນສູຕອື່ນ (໑໔/໕໒໔/໘໒໙) ຕຣັດເອີ້ນອັຕຖັງຄິກະມັຄຄະວ່າ ສະມະຖະແລະວິປັສສະນາ.
ອັຕຖັງຄິກະມັຄຄະໃນຖານະແຫ່ງທັມມະຍານອັນປະເສີດ
(ພຣະອານົນທ໌ໄດ້ເຫັນຊານຸດໂສນີພຣາມ ນັ່ງລົດຂາວ ທຽມດ້ວຍມ້າຂາວ ເຄື່ອງປະດັບປະດາທຸກສ່ວນຂາວ ຖືພັດວາລະວີຊະນີຂາວ ຈົນວ່າປະຊາຊົນເຫັນແລ້ວເອີ້ນວ່າ ພຣົມມະຍານ ວ່າລັກສະນະແຫ່ງພຣົມມະຍານ, ດັ່ງນີ້ແລ້ວ ເຂົ້າໄປເຝົ້າພຣະຜູ່ມີພຣະພາຄເຈົ້າ ແລ້ວທູນຖາມວ່າ :- )
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໓໖໙
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ພຣະຜູ່ມີພຣະພາຄ ອາດຈະບັນຍັຕພຣົມມະຍານຂຶ້ນ ໃນທັມວິນັຍນີ້ໄດ້ ຫຼືບໍ່ໜໍ ?”
ໄດ້ຢູ່ ອານົນທ໌ ! ຄໍາວ່າ ພຣົມມະຍານ ນັ້ນ ເປັນອະທິວະຈະນະ (ຄໍາແທນຊື່) ແຫ່ງອັຕຖັງຄິກະມັຄຄະນີ້ເອງ ; ເອີ້ນວ່າ ພຣົມມະຍານ ແດ່ ທັມມະຍານ ແດ່ ອະນຸຕຕະຣະສັງຄາມະວິຊະຢະ ແດ່.
ອານົນທ໌ ! ສັມມາທິຕຖິ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ເປັນທັມມີການດຶງອອກຊຶ່ງຣາຄະເປັນປະຣິໂຍສານ ມີການດຶງອອກຊຶ່ງໂທສະເປັນປະຣິໂຍສານ ມີການດຶງອອກຊຶ່ງໂມຫະເປັນປະຣິໂຍສານ.
ສັມມາສັງກັປປະ ... ສັມມາວາຈາ ... ສັມມາກັມມັນຕະ ... ສັມມາອາຊີວະ ... ສັມມາວາຢາມະ ... ສັມມາສະຕິ ... ສັມມາສະມາທິ ... ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ເປັນທັມມີການດຶງອອກຊຶ່ງຣາຄະເປັນປະຣິໂຍສານ ມີການດຶງອອກຊຶ່ງໂທສະເປັນປະຣິໂຍສານ ມີການດຶງອອກຊຶ່ງໂມຫະເປັນປະຣິໂຍສານ.








