ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເພາະບໍ່ລະທັມ ໕ ຢ່າງ ບຸຄຄົນຈຶ່ງບໍ່ຄວນເຂົ້າຢູ່ຊຶ່ງປະຖົມມະຊານ
ທຸຕິຢະຊານ ຕະຕິຢະຊານ ຈະຕຸຕຖະຊານ ບໍ່ຄວນເພື່ອເຮັດໃຫ້ແຈ້ງຊຶ່ງໂສຕາປັຕຕິ ຜົລ ສະກະທາຄາມິຜົລ ອະນາຄາມິຜົລ ອະຣະຫັນຕະຜົລ. ທັມ ໕ ຢ່າງ ແນວໃດໜໍ ? ຫ້າຢ່າງຄື : ຄວາມຂີ້ຖີ່ອາວາສ ຄວາມຂີ້ຖີ່ຕະກູນ ຄວາມຂີ້ຖີ່ລາບ ຄວາມຂີ້ຖີ່ວັນນະ (ຄວາມດີ) ຄວາມຂີ້ຖີ່ທັມ (ເຄື່ອງໃຫ້ບັນລຸມັຄຜົລ).
(ຕໍ່ຈາກນີ້ ໄດ້ຕຣັດໂດຍໄນຍະກົງກັນຂ້າມ ເຖິງການລະທັມ ໕ ຢ່າງນັ້ນແລ້ວ ຄວນເພື່ອເຂົ້າຢູ່ໃນຊານ ແລະ ເຮັດໃຫ້ແຈ້ງຊຶ່ງມັຄຄະຜົລ).
- ປັນຈກ. ອັງ. ໒໒/໓໐໒/໒໕໖-໒໕໗.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໕໙
ໝວດ ຊ. ວ່າດ້ວຍ ປະກິນນະກະ (ປີກຫຍ່ອຍ)
ຂີ້ໝ້ຽງຈິຕ ທຽບດັ່ງຂີ້ໝ້ຽງຄໍາ
ພິກຂຸ ທ. ! ຂີ້ໝ້ຽງແຫ່ງຄໍາ ໕ ປະການ ເຫຼົ່ານີ້ ມີຢູ່ ເປັນຂີ້ໝ້ຽງເຮັດໃຫ້ຄໍາເສົ້າໝອງ ມີເນື້ອບໍ່ອ່ອນ ບໍ່ຄວນແກ່ການງານຂອງຊ່າງຕີຄໍາ ບໍ່ສົ່ງຣັດສະໝີ ມີເຊັນຜ່ອຍ ແລະ ບໍ່ເໝາະສົມແກ່ການລົງມືຂອງຊ່າງຕີຄໍາ. ຂີ້ໝ້ຽງ ໕ ປະການນັ້ນເປັນແນວໃດໜໍ ? ຫ້າປະການຄື : ເຫຼັກ ໂລຫະ ກົ່ວ ຊືນ ເງິນ. ພິກຂຸ ທ. ! ເມື່ອໃດຄໍາປາສະຈາກຂີ້ໝ້ຽງ ໕ ປະການເຫຼົ່ານີ້ແລ້ວ ຄໍານັ້ນຍ່ອມເປັນຄໍາມີເນື້ອອ່ອນ ຄວນແກ່ການງານຂອງຊ່າງຕີຄໍາ ມີຣັດສະໝີ ເນື້ອບໍ່ຜ່ອຍ ແລະເໝາະສົມແກ່ການລົງມືຂອງຊ່າງຕີຄໍາ. ຖ້າໃຜປາຖນາຈະເຮັດເຄື່ອງປະດັບຕ່າງໆເຊັ່ນ : ແຫວນ ຕຸ້ມຫູ ສ້ອຍຄໍ ຫຼືມາໄລຄໍາ ກໍຕາມ ກໍສໍາເລັດປະໂຍຊນ໌ແກ່ເຂົານັ້ນ, ນີ້ເຊັ່ນໃດ ;
ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ; ຂີ້ໝ້ຽງແຫ່ງຈິຕ ໕ ປະການ ເຫຼົ່ານີ້ມີຢູ່ ເປັນຂີ້ໝ້ຽງເຮັດໃຫ້ຈິຕເສົ້າໝອງ ບໍ່ອ່ອນໂຍນ ບໍ່ຄວນແກ່ການງານຂອງຈິຕ ບໍ່ປະພັສສອຣ ປັ່ນປ່ວນ ແລະ ບໍ່ຕັ້ງໝັ້ນໂດຍຖືກຕ້ອງ ເພື່ອຄວາມດັບສິ້ນໄປແຫ່ງອາສະວະ. ຂີ້ໝ້ຽງແຫ່ງຈິຕ ໕ ປະການນັ້ນ ແນວໃດໜໍ ? ຫ້າປະການຄື : ກາມະສັນທະ ພະຍາບາດ
ຖີນະມິດທະ ອຸດທັຈຈະກຸກກຸຈຈະ ວິຈິກິຈສາ. ພິກຂຸ ທ. ! ເມື່ອໃດຈິຕປາສະຈາກເຄື່ອງເສົ້າໝອງ ໕ ປະການເຫຼົ່ານີ້ແລ້ວ ຈິຕນັ້ນຍ່ອມເປັນຈິຕອ່ອນໂຍນ ຄວນແກ່ການງານຂອງຈິຕ ເປັນຈິຕປະພັສສອຣ ບໍ່ປັ່ນປ່ວນ ແລະ ຕັ້ງໝັ້ນໂດຍຖືກຕ້ອງ ເພື່ອຄວາມດັບສິ້ນໄປແຫ່ງອາສະວະ.
- ປັນຈກ. ອັງ. ໒໒/໑໘/໒໓.
ສິ່ງທີ່ເປັນສ້ຽນໜາມຕໍ່ກັນໂດຍທັມມະຊາຕ
ພິກຂຸ ທ. ! ຖືກແລ້ວ ຖືກແລ້ວ ຕາມທີ່ມະຫາສາວົກເຫຼົ່ານັ້ນ ເມື່ອພະຍາກອນ ກໍພະຍາກອນໂດຍຖືກຕ້ອງ. ພິກຂຸ ທ. ! ເຮົາກ່າວຊານວ່າ ມີສຽງເປັນສ້ຽນໜາມ ແທ້.
໑໓໖໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ສ້ຽນໜາມ ໑໐ ຢ່າງເຫຼົ່ານີ້ມີຢູ່. ສິບຢ່າງ ແນວໃດໜໍ ? ສິບຢ່າງຄື :-
ຄວາມຍິນດີໃນການຄຸກຄີດ້ວຍໝູ່ ເປັນສ້ຽນໜາມແກ່ ຜູ່ຍິນດີໃນປະວິເວກ ;
ການຕາມປະກອບໃນສຸພະນິມິຕ ເປັນສ້ຽນໜາມແກ່ ຜູ່ຕາມປະກອບໃນ ອະສຸພະນິມິຕ ;
ການເບິ່ງການຫຼິ້ນ ເປັນສ້ຽນໜາມແກ່ ຜູ່ຄຸ້ມຄອງທະວາຣໃນອິນຊີທັງຫຼາຍ ;
ການກ່ຽວຂ້ອງກັບມາຕຸຄາມ ເປັນສ້ຽນໜາມແກ່ ພຣົມມະຈັນຣຍ໌ ;
ສຽງ ເປັນສ້ຽນໜາມແກ່ ປະຖົມມະຊານ ;
ວິຕົກວິຈາຣ ເປັນສ້ຽນໜາມແກ່ ທຸຕິຢະຊານ ;
ປີຕິ ເປັນສ້ຽນໜາມແກ່ ຕະຕິຢະຊານ ;
ອັສສາສະປັສສາສະ ເປັນສ້ຽນໜາມແກ່ ຈະຕຸຕຖະຊານ ;
ສັນຍາແລະເວທະນາ ເປັນສ້ຽນໜາມແກ່ ສັນຍາເວທະຢິຕະນິໂຣດສະມາບັຕ ;
ຣາຄະ ເປັນສ້ຽນໜາມ ໂທສະ ເປັນສ້ຽນໜາມ.
ພິກຂຸ ທ. ! ພວກເຈົ້າຈົ່ງເປັນຜູ່ບໍ່ມີສ້ຽນໜາມຢູ່ເຖີ້ນ. ພິກຂຸ ທ. ! ພວກເຈົ້າຈົ່ງເປັນຜູ່ໝົດສ້ຽນໜາມຢູ່ເຖີ້ນ. ພິກຂຸ ທ. ! ພຣະອໍຣະຫັນຕ໌ທັງຫຼາຍ ເປັນຜູ່ບໍ່ມີສ້ຽນໜາມ
ໝົດສ້ຽນໜາມ ແລ.
- ທສກ. ອັງ. ໒໔/໑໔໕/໗໒.
(ໜາມທີສິບ ຄືຣາຄະ ແລະໂທສະ ເປັນໜາມ ແຕ່ບໍ່ລະບຸວ່າ ເປັນໜາມແກ່ສິ່ງໃດຄືດັ່ງຂໍ້ຂ້າງເທິງໆ ; ເຂົ້າໃຈວ່າເປັນໜາມແກ່ທັມທົ່ວໄປ. ການທີ່ບໍ່ລະບຸໂມຫະ ວ່າເປັນໜາມດ້ວຍ ເຂົ້າໃຈວ່າເປັນເພາະໂມຫະ ບໍ່ມີລັກສະນະສຽບແທງຄືດັ່ງໜາມ ຫຼືຄືດັ່ງຣາຄະ ແລະໂທສະ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໖໑
ການຢູ່ປ່າກັບການຈະເຣີນສະມາທິ ສໍາລັບພິກຂຸບາງອົງ








