ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ວາເສຕຖະ ! ປຽບດັ່ງແມ່ນໍ້າອະຈິຣະວະດີນີ້ ມີນໍ້າເຕັມຂອບ ກາຢືນດື່ມໄດ້. ຄັ້ງນັ້ນ ມີບຸຣຸສຄົນໜຶ່ງມາເຖິງ ເຂົາມີປະໂຍຊນ໌ຢູ່ຝັ່ງນັ້ນ ສະແຫວງຫາຝັ່ງນັ້ນ ມີການໄປສູ່ຝັ່ງນັ້ນ ປະສົງຈະຂ້າມໄປສູ່ຝັ່ງນັ້ນ ແຕ່ເຂົານອນຄຸມຫົວຂອງຕົນຢູ່ທີ່ແຄມຝັ່ງນີ້. ວາເສຕຖະ ! ທ່ານຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ບຸຣຸສນັ້ນ ຈະໄປຈາກຝັ່ງໃນສູ່ຝັ່ງນອກ ແຫ່ງແມ່ນໍ້າອະຈິຣະວະດີໄດ້ບໍ່ໜໍ ? “ບໍ່ໄດ້ແນ່ນອນ ທ່ານພຣະໂຄດົມ !”

ວາເສຕຖະ ! ຂໍ້ນີ້ເຊັ່ນນັ້ນເໝືອນກັນ : ນິວອຣ ໕ ຢ່າງ ເຫຼົ່ານີ້ເອີ້ນກັນໃນອະຣິຍະວິນັຍວ່າ “ເຄື່ອງປິດ” ແດ່ ວ່າ “ເຄື່ອງກັ້ນ” ແດ່ ວ່າ “ເຄື່ອງຄຸມ” ແດ່ ວ່າ “ເຄື່ອງຮ້ອຍຮັດ” ແດ່. ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື : ກາມະສັນທະນິວອຣ ພະຢາປາທະນິວອຣ ຖີນະມິດທະ ນິວອຣ ອຸດທັຈຈະກຸກກຸຈຈະນິວອຣ ວິຈິກິຈສານິວອຣ. ວາເສຕຖະ ! ນິວອຣ ໕ ຢ່າງ ເຫຼົ່ານີ້ແລ ທີ່ເອີ້ນກັນໃນອະຣິຍະວິນັຍວ່າ “ເຄື່ອງປິດ” ແດ່ ວ່າ “ເຄື່ອງກັ້ນ” ແດ່ ວ່າ “ເຄື່ອງຄຸມ” ແດ່ ວ່າ “ເຄື່ອງຮ້ອຍຮັດ” ແດ່.

ວາເສຕຖະ ! ພຣາມໄຕຣເພດທັງຫຼາຍ ຖືກນິວອຣ ໕ ຢ່າງ ເຫຼົ່ານີ້ປິດແລ້ວ ກັ້ນແລ້ວ ຄຸມແລ້ວ ຮ້ອຍຮັດແລ້ວ. ວາເສຕຖະ ! ພຣາມໄຕຣເພດເຫຼົ່ານັ້ນ ລະທັມທີ່ເຮັດຄວາມເປັນພຣາມເສຍ ສະມາທານທັມທີ່ບໍ່ເຮັດຄວາມເປັນພຣາມ ດໍາຣົງຊີວິຕໃຫ້ເປັນຢູ່ ອັນນິວອຣ ໕ ທັງຢ່າງປິດແລ້ວ ກັ້ນແລ້ວ ຄຸມແລ້ວ ຮ້ອຍຮັດແລ້ວ ຈັກເປັນຜູ່ເຂົ້າເຖິງຄວາມເປັນສະຫາຍແຫ່ງພຣາມ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ດັ່ງນີ້ນັ້ນ : ນັ້ນບໍ່ເປັນຖານະທີ່ຈະເປັນໄປໄດ້.

- ສີ. ທີ. ໙/໓໐໖-໓໐໘/໓໗໘-໓໗໙.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໕໗

ນິວອຣເປັນເຄື່ອງເຮັດກະແສຈິຕບໍ່ໃຫ້ລວມກໍາລັງ

ພິກຂຸ ທ. ! ນິວອຣເປັນເຄື່ອງຂວາງກັ້ນ ໕ ຢ່າງເຫຼົ່ານີ້ ຖ້ວມທັບຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ ມີຢູ່. ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື :-

ນິວອຣເຄື່ອງຂວາງກັ້ນ ຄື ກາມະສັນທະ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ ;

ນິວອຣເຄື່ອງຂວາງກັ້ນ ຄື ພະຍາບາດ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ ;

ນິວອຣເຄື່ອງຂວາງກັ້ນ ຄື ຖີນະມິດທະ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ ;

ນິວອຣເຄື່ອງຂວາງກັ້ນ ຄື ອຸດທັຈຈະກຸກກຸຈຈະ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ ;

ນິວອຣເຄື່ອງຂວາງກັ້ນ ຄື ວິຈິກິຈສາ ຄອບງໍາຈິຕແລ້ວ ເຮັດປັນຍາໃຫ້ຖອຍກໍາລັງ.

ພິກຂຸ ທ. ! ພິກຂຸທີ່ບໍ່ລະນິວອຣ ອັນເປັນເຄື່ອງຂວາງກັ້ນຈິຕ ໕ ຢ່າງເຫຼົ່ານີ້ແລ້ວ ຈັກຮູ້ຊຶ່ງປະໂຍຊນ໌ຕົນ ຫຼືປະໂຍຊນ໌ຜູ່ອື່ນ ຫຼືປະໂຍຊນ໌ທັງສອງຝ່າຍ ຫຼືຈັກເຮັດໃຫ້ແຈ້ງຊຶ່ງຍານທັສສະນະອັນວິເສດ ອັນຄວນແກ່ຄວາມເປັນອະຣິຍະ ຍິ່ງກວ່າທັມມະດາແຫ່ງມະນຸສ ດ້ວຍປັນຍາອັນທຸບພະລະພາບ ໄຮ້ກໍາລັງ ດັ່ງນີ້ ນັ້ນບໍ່ເປັນຖານະທີ່ຈະມີໄດ້. ພິກຂຸ ທ. ! ປຽບດັ່ງແມ່ນໍ້າທີ່ໄຫຼລົງຈາກພູເຂົາ ໄຫຼໄປສູ່ບ່ອນໄກ ມີກະແສແຮງ

ໄຫຼພັດສິ່ງຕ່າງໆໄປໄດ້ ມີບຸຣຸສເປີດຊ່ອງທັງຫຼາຍທີ່ເຂົາຂຸດຂຶ້ນດ້ວຍເຄື່ອງໄຖທັງສອງຝັ່ງແມ່ນໍ້ານັ້ນ ເມື່ອເປັນເຊັ່ນນີ້ ກະແສກາງແມ່ນໍ້ານັ້ນ ກໍໄຂວ່ເຂວໄຫຼຜິດທາງ

ບໍ່ໄຫຼໄປສູ່ບ່ອນໄກ ບໍ່ມີກະແສແຮງ ບໍ່ໄຫຼພັດສິ່ງຕ່າງໆໄປໄດ້, ນີ້ເຊັ່ນໃດ ;

໑໓໕໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ : ພິກຂຸທີ່ບໍ່ລະນິວອຣ ອັນເປັນເຄື່ອງກີດກັ້ນຈິຕ ໕ ຢ່າງເຫຼົ່ານີ້ແລ້ວ ຈັກຮູ້ຊຶ່ງປະໂຍຊນ໌ຕົນ ຫຼືປະໂຍຊນ໌ຜູ່ອື່ນ ຫຼືປະໂຍຊນ໌ທັງສອງຝ່າຍ ຫຼືຈັກເຮັດໃຫ້ແຈ້ງຊຶ່ງຍານທັສສະນະອັນວິເສດ ອັນຄວນແກ່ຄວາມເປັນອະຣິຍະ

ຍິ່ງກວ່າທັມມະດາແຫ່ງມະນຸສ ດ້ວຍປັນຍາອັນທຸບພະລະພາບ ໄຮ້ກໍາລັງ ດັ່ງນີ້ ນັ້ນ

ບໍ່ແມ່ນຖານະທີ່ຈະມີໄດ້.

(ຕໍ່ໄປນີ້ ໄດ້ຕຣັດໂດຍປະຕິປັກຂະໄນ ຄື ພິກຂຸລະນິວອຣ ແລ້ວເຮັດຍານວິເສດໃຫ້ແຈ້ງໄດ້ດ້ວຍປັນຍາອັນມີກໍາລັງ ເໝືອນແມ່ນໍ້າທີ່ເຂົາອັດຮູຮົ່ວທັງສອງຝັ່ງເສຍແລ້ວ ມີກະແສແຮງຫຼາຍ ສະນັ້ນ).

- ປັນຈກ. ອັງ. ໒໒/໗໒/໕໑.

ຈິຕຂີ້ຖີ່ເປັນສິ່ງທີ່ຕໍ່າເກີນໄປ

ສໍາລັບການບັນລຸຊານ ແລະເຮັດໃຫ້ແຈ້ງມັຄຜົລ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ