ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້ານ້ອຍມີຄວາມປະສົງ ຈະເສບເສນາສະນະອັນມິດງຽບ ຄື : ປ່າ ຫຼືປ່າປ່ຽວ”.

ອຸບາລີ ! ເສນາສະນະອັນມິດງຽບ ຄືປ່າ ຫຼືປ່າປ່ຽວ ຢູ່ໄດ້ຍາກ ປະວິເວກ ເຮັດໄດ້ຍາກ ຄວາມຢູ່ຄົນດຽວ ເປັນສິ່ງທີ່ຍິນດີຍາກ ປ່າມັກຈະດຶງໄປເສຍ ຊຶ່ງໃຈຂອງພິກຂຸຜູ່ບໍ່ໄດ້ສະມາທິຢູ່. ອຸບາລີ ! ຜູ່ໃດເວົ້າວ່າ “ເຮົາບໍ່ໄດ້ສະມາທິ ເຮົາຈະໄປຢູ່ໃນເສນາສະນະອັນມິດງຽບ ຄືປ່າ ຫຼືປ່າປ່ຽວ” ດັ່ງນີ້ ເຂົານັ້ນ ຍ່ອມຫວັງຜົລຂໍ້ນີ້ ຄື ຈິຕຈັັກຈົມລົງ ຫຼືຈິຕຈັກປິວໄປ.

ອຸບາລີ ! ປຽບດັ່ງວັງນໍ້າໃຫຍ່ ມີຢູ່. ຊ້າງພາຍສູງເຈັດຣັຕນ໌໑ ຫຼືເຈັດຣັຕນ໌ເຄິ່ງ ມາສູ່ບ່ອນນັ້ນແລ້ວຄິດວ່າ “ເຮົາຈະລົງສູ່ວັງນໍ້ານີ້ ແລ້ວຫຼິ້ນນໍ້າ ລ້າງຫູແດ່ ຫຼິ້ນນໍ້າ ລ້າງຫຼັງແດ່ ແລ້ວກໍອາບກໍດື່ມ ແລ້ວຂຶ້ນຈາກວັງນໍ້າ ແລ້ວຜ່າຍໄປຕາມປາຖນາ” ດັ່ງນີ້ ; ຊ້າງນັ້ນເຮັດໄດ້ດັ່ງນັ້ນ, ເພາະເຫຕໃດໜໍ ? ອຸບາລີ ! ເພາະເຫຕວ່າ ຊ້າງນັ້ນໂຕໃຫຍ່ ຈຶ່ງອາດຢັ່ງລົງໃນນໍ້າວັງເລິກໄດ້. ເມື່ອນັ້ນ ກະຕ່າຍ ຫຼືແມວປ່າມາເຫັນຊ້າງນັ້ນ ແລ້ວຄິດວ່າ “ຊ້າງຈະເປັນອັນໃດມາແຕ່ໃສ ເຮົາກໍຈະເປັນອັນໃດແຕ່ໃສມາ ດັ່ງນັ້ນ ເຮົາຈະລົງສູ່ວັງນໍ້ານີ້ ແລ້ວຫຼິ້ນນໍ້າ ລ້າງຫູແດ່ ຫຼິ້ນນໍ້າ ລ້າງຫຼັງແດ່ ແລ້ວກໍອາບກໍດື່ມ ແລ້ວຂຶ້ນຈາກວັງນໍ້າ ແລ້ວຜ່າຍໄປຕາມປາຖນາ” ດັ່ງນີ້ ; ກະຕ່າຍ ຫຼືແມວປ່ານັ້ນ ໂດດລົງສູ່ວັງນໍ້ານັ້ນໂດຍບໍ່ພິຈາຣະນາ ຜົລທີ່ມັນຫວັງໄດ້ຄື : ຈົມຈົມດິ່ງລົງໄປ ຫຼືປິວໄປຕາມກະແສນໍ້າ. ຂໍ້ນັ້ນ ເພາະເຫຕໃດໜໍ ? ເພາະວ່າກະຕ່າຍ ຫຼືແມວປ່ານັ້ນໂຕມັນນ້ອຍ ຈຶ່ງບໍ່ອາດຢັ່ງລົງໃນວັງນໍ້າເລິກ, ນີ້ເຊັ່ນໃດ ; ອຸບາລີ ! ຂໍ້ນີ້ກໍເຊັ່ນນັ້ນ ກ່າວຄື ຜູ່ໃດເວົ້າວ່າ “ເຮົາບໍ່ໄດ້ສະມາທິ ເຮົາຈະໄປຢູ່ໃນເສນາສະນະອັນມິດງຽບ ຄືປ່າ ຫຼືປ່າປ່ຽວ” ດັ່ງນີ້ ເຂົານັ້ນ ຍ່ແມຫວັງຜົລຂໍ້ນີ້ ຄື ຈິຕຈະຈົມລົງ ຫຼືຈິຕຈະປິວໄປ.

໑. ໜຶ່ງຣັຕນ໌ທໍ່ກັບ ໒ ວິທັດຖິ, ທໍ່ທີ່ທົດສອບກັນໃນປະເທດເຮົາແລ້ວ ປາກົດວ່າ ໜຶ່ງວິທັດຖິ

ປະມານທໍ່ກັບ ໑ ຟຸດ.

໑໓໖໒ ອະຣິຍະສັຈຈ໌ຈາກພຣະໂອຖະ

(ເນື້ອຄວາມຂໍ້ນີ້ ສະແດງວ່າ ການອອກໄປຢູ່ປ່າ ບໍ່ໄດ້ໝາະສົມສໍາລັບທຸກຄົນ. ຜູ່ໃດຄິດວ່າຈະບັນລຸປະຖົມມະຊານ ທຸຕິຢະຊານ ຈົນວ່າເຖິງສັນຍາເວທະຢິຕະນິໂຣດ ອັນບໍ່ມີອາສະວະ ດ້ວຍເຫຕພຽງວ່າຢູ່ປ່າຢ່າງດຽວນັ້ນ ບໍ່ອາດຈະສໍາເລັດໄດ້ ເພາະບໍ່ເວ່າ ເປັນຜູ່ຕາມເຖິງປະໂຍຊນ໌ຕົນ (ອະນຸປປັຕຕະສະທັຕຖະ) ໄດ້ດ້ວຍເຫຕວ່າຢູ່ແຕ່ປ່າ ; ດັ່ງນັ້ນພຣະອົງຈຶ່ງຕຣັດກັບພິກຂຸອຸບາລີວ່າ :-)

ອຸບາລີ ! ເຈົ້າຈົ່ງຢູ່ໃນໝູ່ສົງຄ໌ເຖີ້ນ ຄວາມຜາສຸກຈະມີແກ່ເຈົ້າ ຜູ່ຢູ່ໃນໝູ່ສົງຄ໌, ດັ່ງນີ້.

- ທສກ. ອັງ. ໒໔/໒໑໖/໙໙.

ລໍາດັບພຶດຕິຈິຕຂອງຜູ່ທີ່ຈະເປັນຢູ່ດ້ວຍຄວາມບໍ່ປະມາດ

ພິກຂຸ ທ. ! ບຸຄຄົນເປັນຜູ່ ມີປົກກະຕິຢູ່ດ້ວຍຄວາມບໍ່ປະມາດ ເປັນແນວໃດໜໍ ?

ພິກຂຸ ທ. ! ເມື່ອບຸຄຄົນສັງລວມ ຈັກຂຸນທຣີ ຢູ່ ຈິຕຍ່ອມບໍ່ເກືອກກົ້ວໃນຮູບທັງຫຼາຍ ທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸ ; ເມື່ອເຂົາມີຈິຕບໍ່ເກືອກກົ້ວ ປາໂມດຍ່ອມເກີດ ; ເມື່ອ

ປາໂມດເກີດແລ້ວ ປີຕິຍ່ອມເກີດ ; ເມື່ອມີໃຈປີຕິ ກາຍຍ່ອມສະງົບ ; ຜູ່ມີກາຍສະງົບ ຍ່ອມຢູ່ເປັນສຸຂ ; ຈິຕຂອງຜູ່ມີສຸຂ ຍ່ອມຕັ້ງໝັ້ນ ; ເມື່ອຈິຕຕັ້ງໝັ້ນແລ້ວ ທັມທັງຫຼາຍຍ່ອມປາກົດ ; ເພາະທັມທັງຫຼາຍປາກົດ ບຸຄຄົນນັ້ນຍ່ອມເຖິງຊຶ່ງການນັບວ່າ ເປັນຜູ່ມີປົກກະຕິ ຢູ່ດ້ວຍຄວາມບໍ່ປະມາດໂດຍແທ້.

(ໃນກໍລະນີແຫ່ງ ໂສຕະ ຄານະ ຊິວຫາ ກາຢະ ແລະ ມະນະ ກໍມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ).

ພິກຂຸ ທ. ! ແນວນີ້ແລ ຊື່ວ່າບຸຄຄົນຜູ່ມີປົກກະຕິ ຢູ່ດ້ວຍຄວາມບໍ່ປະມາດ.

(ໃນກໍລະນີແຫ່ງ ຜູ່ມີປົກກະຕິຢູ່ດ້ວຍຄວາມປະມາດ ກໍຕຣັດໄວ້ໂດຍໄນຍະກົງກັນຂ້າມ).

- ສລາ. ສັງ. ໑໘/໙໘/໑໔໔.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໖໓

ສັຈຈະສັນຍາອັນສຸຂຸມຍິ່ງຂຶ້ນໄປຕາມລະດັບໃນຮູບຊານສີ່

(ກໍລະນີຂອງປະຖົມມະຊານ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ