ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ທັມທີ່ເຮັດຄວາມເປັນຜູ່ມີອໍານາດເໜືອຈິຕ
ພິກຂຸ ທ. ! ພິກຂຸ ປະກອບດ້ວຍທັມ ໗ ປະການ ແລ້ວ ຍ່ອມ ເຮັດຈິຕຢູ່ໃນອໍານາດ (ຂອງຕົນ) ໄດ້ ແລະພິກຂຸນັ້ນກໍ ບໍ່ຕົກຢູ່ໃນອໍານາດຂອງຈິຕ. ເຈັດປະການ ແນວໃດໜໍ ? ພິກຂຸ ທ. ! ເຈັດປະການ ໃນກໍລະນີນີ້ຄື :-
໑. ພິກຂຸເປັນຜູ່ ສະຫຼາດໃນສະມາທິ ;
໒. ພິກຂຸເປັນຜູ່ ສະຫຼາດໃນການເຂົ້າສູ່ສະມາທິ ;
໓. ພິກຂຸເປັນຜູ່ ສະຫຼາດໃນການດໍາຣົງຢູ່ໃນສະມາທິ ;
໔. ພິກຂຸເປັນຜູ່ ສະຫຼາດໃນການອອກຈາກສະມາທິ ;
໕. ພິກຂຸເປັນຜູ່ ສະຫຼາດໃນຄວາມເໝາະສົມແຫ່ງສະມາທິ ;
໖. ພິກຂຸເປັນຜູ່ ສະຫຼາດໃນທັມເປັນໂຄຈອຣແຫ່ງສະມາທິ ;
໗. ພິກຂຸເປັນຜູ່ ສະຫຼາດໃນອະພິນິຫານແຫ່ງສະມາທິ.
ພິກຂຸ ທ. ! ພິກຂຸປະກອບແລ້ວດ້ວຍທັມເຈັດປະການເຫຼົ່ານີ້ແລ ຍ່ອມເຮັດຈິຕຢູ່ໃນອໍານາດ (ຂອງຕົນ) ໄດ້ ແລະ ພິກຂຸນັ້ນ ກໍບໍ່ຕົກຢູ່ໃນອໍານາດຂອງຈິຕ.
- ສັຕຕກ. ອັງ. ໓໒/໓໕/໒໗.
(ໃນສູຕອື່ນ (ສັກກ. ອັງ. ໒໒/໓໔໘/໒໙໖) ຕຣັດວ່າ ການລະນຶກເຖິງ ຕະຖາຄົຕ ເຖິງ ພຣະທັມ ເຖິງ ພຣະສົງ ເຖິງ ສີລ ເຖິງ ຈາຄະ ເຖິງ ທັມເຮັດຄວາມເປັນເທວະດາ ໖ ປະການນີ້ ເຮັດໃຫ້ຈິຕບໍ່ຖືກປຸ້ມລຸມດ້ວຍຣາຄະ-ໂທສະ-ໂມຫະ ເປັນຈິຕໄປກົງ ກ້າວອອກ ຫຼຸດພົ້ນອອກຈາກຕັນຫາ ຊຶ່ງເປັນການປ່ອຍຈິຕອອກມາເສຍ ຈາກການຄອບງໍາຂອງກິເລສດ້ວຍຄືກັນ ; ຜູ່ສົນໃຈຄວນອ່ານເບິ່ງຈາກທີ່ມານັ້ນ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໔໗
ຊານລະງັບຄວາມຮັກ - ຊັງທີ່ມີຢູ່ຕາມທັມມະຊາຕ
ພິກຂຸ ທ. ! ທັມມາຣົມທັງຫຼາຍເຫຼົ່ານີ້ ຍ່ອມເກີດຢູ່ເປັນ ໔ ປະການ. ສີ່ປະການ ແນວໃດໜໍ ? ສີ່ປະການຄື ຄວາມຮັກເກີດຈາກຄວາມຮັກ ຄວາມຊັງເກີດຈາກຄວາມຮັກ ຄວາມຮັກເກີດຈາກຄວາມຊັງ ຄວາມຊັງເກີດຈາກຄວາມຊັງ.
ພິກຂຸ ທ. ! ແນວໃດໜໍ ຈຶ່ງເອີ້ນວ່າ ຄວາມຮັກເກີດຈາກຄວາມຮັກ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົນຊຶ່ງເປັນທີ່ປາຖນາ ຮັກໃຄ່ພໍໃຈຂອງບຸຄຄົນຄົນໜຶ່ງ, ມີບຸຄຄົນພວກອື່ນມາປະພຶຕ ເຮັດຕໍ່ບຸຄຄົນນັ້ນ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ; ບຸຄຄົນນັ້ນ ກໍຈະເກີດຄວາມພໍໃຈຂຶ້ນມາເຊັ່ນນີ້ວ່າ “ບຸຄຄົນເຫຼົ່ານັ້ນປະພຶຕ ເຮັດຕໍ່
ບຸຄຄົນທີ່ເຮົາປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ໜ້າພໍໃຈ” ດັ່ງນີ້ ; ບຸຄຄົນນັ້ນຊື່ວ່າ ຍ່ອມເຮັດຄວາມຮັກໃຫ້ເກີດຂຶ້ນໃນບຸຄຄົນເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຮັກເກີດຈາກຄວາມຮັກ.
ພິກຂຸ ທ. ! ແນວໃດໜໍ ທີ່ເອີ້ນວ່າ ຄວາມຊັງເກີດຈາກຄວາມຮັກ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົນທີ່ເປັນທີ່ປາຖນາ ຮັກໃຄ່ ພໍໃຈຂອງບຸຄຄົນຄົນໜຶ່ງ, ມີບຸຄຄົນພວກອື່ນມາປະພຶຕ ເຮັດຕໍ່ບຸຄຄົນນັ້ນ ດ້ວຍອາການທີ່ບໍ່ໜ້າປາຖນາ ໜ້າຮັກໃຄ່ພໍໃຈ ;
ບຸຄຄົນນັ້ນ ກໍຈະເກີດຄວາມບໍ່ພໍໃຈຂຶ້ນມາເຊັ່ນນີ້ວ່າ “ບຸຄຄົນເຫຼົ່ານັ້ນປະພຶຕ ເຮັດຕໍ່ບຸຄຄົນທີ່ເຮົາປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ” ດັ່ງນີ້ ; ບຸຄຄົນນັ້ນຊື່ວ່າ ຍ່ອມທໍເຮັດຄວາມຊັງໃຫ້ເກີດຂຶ້ນໃນບຸຄຄົນເຫຼົ່ານັ້ນ.
ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຊັງເກີດຈາກຄວາມຮັກ.
໑໓໔໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ແນວໃດໜໍ ທີ່ເອີ້ນວ່າ ຄວາມຮັກເກີດຈາກຄວາມຊັງ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົນຊຶ່ງບໍ່ເປັນທີ່ປາຖນາ ຮັກໃຄ່ພໍໃຈຂອງບຸຄຄົນຄົນໜຶ່ງ, ມີບຸຄຄົນພວກອື່ນມາປະພຶຕ ເຮັດຕໍ່ບຸຄຄົນນັ້ນ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ ; ບຸຄຄົນນັ້ນ ກໍຈະເກີດຄວາມພໍໃຈຂຶ້ນມາເຊັ່ນນີ້ວ່າ “ບຸຄຄົນເຫຼົ່ານັ້ນປະພຶຕ ເຮັດຕໍ່ບຸຄຄົນ ທີ່ເຮົາບໍ່ປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ” ດັ່ງນີ້ ; ບຸຄຄົນນັ້ນຊື່ວ່າ ຍ່ອມເຮັດຄວາມຮັກໃຫ້ເກີດຂຶ້ນໃນບຸຄຄົນເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຮັກເກີດຈາກຄວາມຊັງ.








