ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸນັ້ນ ລະນິວອຣທັງຫ້າຢ່າງ ອັນເປັນເຄື່ອງເສົ້າໝອງຈິຕ ເຮັດໃຫ້ປັນຍາໃຫ້ຖອຍກໍາລັງເຫຼົ່ານີ້ໄດ້ແລ້ວ ສະຫງັດຈາກກາມ ສະຫງັດຈາອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ພິກຂຸນັ້ນ ບໍາບັດກິເລສເປັນເຄື່ອງກວນໃຈໄດ້ ຢ່າງເປັນທີ່ພໍໃຈຂອງຕົນ.
໑. ຄໍາວ່າ “ພິກຂຸ” ໃນບ່ອນນີ້ ມີຄວາມໝາຍກ້ວາງ ລວມທັງພຣະອົງເອງ ແລະ ຜູ່ປະຕິບັຕທັມຢູ່
ເພາະຄວາມເຫັນພັຍໃນວັຕຕະສົງສາຣທຸກທ່ານ, ໃນບ່ອນນີ້ແປຕາມບາລີ ຊຶ່ງມີຢູ່ພຽງຄໍາວ່າ ພິກຂຸຄໍາດຽວ.
໑໓໔໔ ອະຣິຍະສັຈຈ໌ຈາກພຣະໂອຖະ
(ໃນກໍລະນີແຫ່ງການບັນລຸ ທຸຕິຢະຊານ ຕະຕິຢະຊານ ຈະຕຸຕຖະຊານ ອາກາສານັນຈາ ຢະຕະນະ ຈົນເຖິງ ເນວະສັນຍານາສັນຍາຢະຕະນະ ກໍໄດ້ຕຣັດໄວ້ດ້ວຍຂໍ້ຄວາມແບບດຽວກັນກັບ ກໍລະນີແຫ່ງການບັນລຸປະຖົມມະຊານ ຂ້າງເທິງນີ້ທຸກໂຕອັກສອນ ຕ່າງກັນແຕ່ຊື່ຊານ. ສ່ວນໃນກໍລະນີແຫ່ງການບັນລຸ ສັນຍາເວທະຢິຕະນິໂຣດ ນັ້ນຕຣັດວ່າ :-)
ພິກຂຸນັ້ນ ເພາະກ້າວຂ້າມຊຶ່ງເນວະສັນຍານາສັນຍາຢະຕະນະ ເສຍໄດ້ໂດຍປະການທັງປວງ ຈຶ່ງເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່. ເພາະເຫັນດ້ວຍປັນຍາ ອາສະວະຂອງເຂົານັ້ນ ກໍສູນສິ້ນໄປ. ເຂົານັ້ນ ບໍາບັດກິເລສເປັນເຄື່ອງກວນໃຈໄດ້ ຢ່າງເປັນທີ່ພໍໃຈຂອງຕົນ ແລ.
- ນວກ. ອັງ. ໒໓/໔໕໓-໔໕໖/໒໔໔.
ເຈໂຕສະມາທິທີ່ສາມາດເພີ່ມຜາສຸກທາງກາຍ
ອານົນທ໌ ! ສະໄໝໃດ ຕະຖາຄົຕ ເຂົ້າເຖິງເຈໂຕສະມາທິ ອັນບໍ່ມີນິມິຕ ເພາະ
ບໍ່ເຮັດໃນໃຈຊຶ່ງນິມິຕທັງປວງ ແລະເພາະດັບເສຍຊຶ່ງເວທະນາບາງໝວດ ແລ້ວແລຢູ່ ; ສະໄໝນັ້ນ ກາຍຂອງຕະຖາຄົຕ ກໍເປັນກາຍທີ່ຜາສຸກກວ່າ.
ອານົນທ໌ ! ເພາະເຫຕນັ້ນ ເຈົ້າທັງຫຼາຍຈົ່ງມີຕົນເປັນທີ່ເພິ່ງ ມີຕົນເປັນສະຣະນະ ມີທັມເປັນທີ່ເພິ່ງ ມີທັມເປັນສະຣະນະ ຢ່າມີສິ່ງອື່ນເປັນສະຣະນະເລີຍ. (ຕໍ່ໄປນີ້ໄດ້ຕຣັດ ການປະຕິບັຕສະຕິປັຕຖານສີ່ ໃນຖານະເປັນການມີຕົນເປັນທີ່ເພິ່ງ ມີຕົນເປັນສະຣະນະ, ແລ້ວຕຣັດວ່າ :-)
ອານົນທ໌ ! ໃນກາລບັດນີ້ກໍຕາມ ໃນກາລທີ່ລ່ວງລັບໄປແລ້ວແຫ່ງເຮົາກໍຕາມ ພິກຂຸໃດ ມີຕົນເປັນທີ່ເພິ່ງ ມີຕົນເປັນສະຣະນະ ມີທັມເປັນທີ່ເພິ່ງ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະແລ້ວ, ພິກຂຸນັ້ນ ຊື່ວ່າເປັນຜູ່ເລີດທີ່ສຸດ ແຫ່ງພິກຂຸຜູ່ໃຝ່ໃນສິກຂາ.
- ມຫາ. ທີ. ໑໐/໑໑໘/໙໓.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໔໕
ບ່ອນນັ່ງ-ນອນ-ຢືນ-ຍ່າງ ອັນເປັນທິບ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ບ່ອນນັ່ງນອນສູງໃຫຍ່ອັນເປັນທິບ ຊຶ່ງໃນບັດນີ້ພຣະໂຄດົມຜູ່ຈະເຣີນໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລໍາບາກ ນັ້ນເປັນແນວໃດໜໍ ?”
ພຣາມ ! ໃນກໍລະນີນີ້ ເຮົາເຂົ້າອາໄສບ້ານ ຫຼືເຂຕໃດຢູ່ ເວລາເຊົ້າຄອງຈີວອຣ ທ່ຽວໄປບິນດະບາຕໃນບ້ານ ຫຼືເຂຕນັ້ນ. ເມື່ອເວລາຫຼັງອາຫາຣ ກັບຈາກບິນດະບາຕແລ້ວ ທ່ຽວໄປຕາມແນວປ່າ. ເຮົານັ້ນ, ວັຕຖຸໃດມີຢູ່ໃນບ່ອນນັ້ນໆ ຈະເປັນຫຍ້າ ຫຼື
ໃບໄມ້ກໍຕາມ, ດຶງມາແລ້ວ (ເຮັດເປັນບ່ອນຮອງນັ່ງ) ນັ່ງຄູ້ບັນລັງຕັ້ງກາຍກົງ ດໍາຣົງສະຕິໝັ້ນ, ເຮົານັ້ນສະຫງັດຈາກກາມ ແລະ ອະກຸສົລທັມທັງຫຼາຍ ຍ່ອມເຂົ້າເຖິງ ຊານທີ ໑ ...໑ ທີ ໒ ... ທີ ໓ ... ທີ ໔ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ສະຕິອັນບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່, ພຣາມ ! ເຮົາຂະນະທີ່ເປັນເຊັ່ນນີ້ ຖ້າຍ່າງຢູ່, ໃນສະໄໝນັ້ນ ສະຖານທີ່ບ່ອນນັ້ນ ກໍຊື່ວ່າບ່ອນຍ່າງອັນເປັນທິບ, ຖ້າຢືນຢູ່ ສະຖານທີ່ບ່ອນນັ້ນ ໃນສະໄໝນັ້ນ ກໍຊື່ວ່າບ່ອນຢືນອັນເປັນທິບ, ຖ້ານັ່ງຢູ່ສະຖານທີ່ບ່ອນນັ້ນ ໃນສະໄໝນັ້ນ ກໍຊື່ວ່າອາສະນະທິບ, ຖ້າສໍາເລັດການນອນຢູ່ ສະຖານທີ່ບ່ອນນັ້ນ ໃນສະໄໝນັ້ນ ກໍຊື່ວ່າບ່ອນນອນອັນເປັນທິບ. ພຣາມ ! ນີ້ແລ ບ່ອນນັ່ງນອນສູງໃຫຍ່ ອັນເປັນທິບ ຊຶ່ງໃນບັດນີ້ ເຮົາໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລໍາບາກເລີຍ.
- ຕິກ. ອັງ. ໒໐/໒໓໔/໕໐໓.
໑. ບ່ອນປະໄວ້ດ້ວຍຈຸດ ເບິ່ງຄໍາເຕັມເລື່ອງຮູບຊານທີສີ່ ເຊັ່ນໃນຫົວຂໍ້ວ່າ “ອາການທີ່ຢູ່ໃນຊານ ເອີ້ນວ່າ
ຕະຖາຄົຕໄສຢາ” ຢູ່ໜ້າ ໑໓໐໙ ໃນໜັງສືເຫຼັ້ມນີ້
໑໓໔໖ ອະຣິຍະສັຈຈ໌ຈາກພຣະໂອຖະ








