ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ແນວໃດໜໍ ທີ່ເອີ້ນວ່າ ຄວາມຊັງເກີດຈາກຄວາມຊັງ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົນ ຊຶ່ງບໍ່ເປັນທີ່ປາຖນາ ຮັກໃຄ່ ພໍໃຈຂອງບຸຄຄົນຄົນໜຶ່ງ, ມີບຸຄຄົນພວກອື່ນມາປະພຶຕ ເຮັດຕໍ່ບຸຄຄົນນັ້ນ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ໜ້າພໍໃຈ ; ບຸຄຄົນນັ້ນ ກໍຈະເກີດຄວາມບໍ່ພໍໃຈຂຶ້ນມາເຊັ່ນນີ້ວ່າ “ບຸຄຄົນເຫຼົ່ານັ້ນປະພຶຕ ເຮັດຕໍ່ບຸຄຄົນ ທີ່ເຮົາບໍ່ປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ໜ້າປາຖນາໜ້າຮັກໃຄ່

ໜ້າພໍໃຈ” ດັ່ງນີ້ ; ບຸຄຄົນນັ້ນຊື່ວ່າ ຍ່ອມເຮັດຄວາມຊັງໃຫ້ເກີດໃນບຸຄຄົນເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຊັງເກີດຈາກຄວາມຊັງ.

ພິກຂຸ ທ. ! ເຫຼົ່ານີ້ແລ ຄືທັມມາຣົມ ຍ່ອມເກີດຢູ່ເປັນ ໔ ປະການ.

ພິກຂຸ ທ. ! ສະໄໝໃດ ພິກຂຸ ສະຫງັດຈາກກາມ ສະຫງັດຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິ ແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່ ; ສະໄໝນັ້ນ ຄວາມຮັກໃດທີ່ເກີດຈາກຄວາມຮັກ ຄວາມຮັກນັ້ນກໍບໍ່ມີ, ຄວາມຊັງໃດທີ່ເກີດຈາກຄວາມຮັກ ຄວາມຊັງນັ້ນກໍບໍ່ມີ, ຄວາມຮັກໃດທີ່ເກີດຈາກຄວາມຊັງ ຄວາມຮັກນັ້ນກໍບໍ່ມີ, ຄວາມຊັງໃດທີ່ເກີດຈາກຄວາມຊັງ ຄວາມຊັງນັ້ນກໍບໍ່ມີ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໔໙

ພິກຂຸ ທ. ! ສະໄໝໃດ ພິກຂຸ ເຂົ້າເຖິງທຸຕິຢະຊານ ... ຕະຕິຢະຊານ ... ຈະຕຸຕຖະຊານ ... ແລ້ວແລຢູ່ ; ສະໄໝນັ້ນ ຄວາມຮັກໃດທີ່ເກີດຈາກຄວາມຮັກ ຄວາມຮັກນັ້ນກໍບໍ່ມີ, ຄວາມຊັງໃດທີ່ເກີດຈາກຄວາມຮັກ ຄວາມຊັງນັ້ນກໍບໍ່ມີ, ຄວາມຮັກໃດທີ່ເກີດຈາກຄວາມຊັງ ຄວາມຮັກນັ້ນກໍບໍ່ມີ, ຄວາມຊັງໃດທີ່ເກີດຈາກຄວາມຊັງ ຄວາມຊັງນັ້ນກໍບໍ່ມີ.

(ຂໍ້ຄວາມຕອນຕໍ່ໄປຈາກນີ້ ກ່າວເຖິງການບັນລຸວິມຸຕຕິ ຊຶ່ງລະງັບຄວາມຮັກ ແລະ ຄວາມຊັງ ຢ່າງຖອນຮາກ ສາມາດເບິ່ງລາຍລະອຽດຈາກຫົວຂໍ້ວ່າ “ຜູ່ຖອນຮາກແຫ່ງຄວາມຮັກ ແລະ ຄວາມຊັງໄດ້ແລ້ວ” ຢູ່ໜ້າ ໖໓໗ ໃນໜັງສືເຫຼັ້ມນີ້).

- ຈຕຸກກ. ອັງ. ໒໑/໒໙໐-໒໙໒/໒໐໐.

ຍານໃນຕະຖາຄົຕພະລະຍານ ມີໄດ້ສະເພາະແກ່

ຜູ່ມີຈິຕຕັ້ງໝັ້ນເປັນສະມາທິ

ພິກຂຸ ທ. ! ໃນບັນດາຕະຖາຄົຕພະລະຍານ ໖ ປະການເຫຼົ່ານັ້ນ ເຮົາກ່າວຢະຖາພູຕະຍານໃນສິ່ງ ຊຶ່ງເປັນຖານະ ໂດຍຄວາມເປັນຖານະ ແລະໃນສິ່ງຊຶ່ງເປັນອະຖານະ ໂດຍຄວາມເປັນອະຖານະ ວ່າຍານນັ້ນ ມີໄດ້ສໍາລັບຜູ່ມີຈິຕຕັ້ງໝັ້ນເປັນສະມາທິ ບໍ່ແມ່ນສໍາລັບຜູ່ມີຈິຕບໍ່ຕັ້ງໝັ້ນ.

ເຮົາກ່າວ ຢະຖາພູຕະຍານໃນສິ່ງຊຶ່ງເປັນວິບາກ ໂດຍເຫຕຂອງກັມມະສະມາທານ ອັນເປັນອະດີຕ ອະນາຄົຕ ແລະ ປັຈຈຸບັນ ວ່າຍານນັ້ນ ມີໄດ້ສໍາລັບຜູ່ມີຈິຕຕັ້ງໝັ້ນ ເປັນສະມາທິ ບໍ່ແມ່ນສໍາລັບຜູ່ມີຈິຕບໍ່ຕັ້ງໝັ້ນ.

ເຮົາກ່າວ ຢະຖາພູຕະຍານໃນຄວາມເສົ້າໝອງ ຄວາມຜ່ອງໃສ ຄວາມອອກແຫ່ງຊານ ວິໂມກຂ໌ ສະມາທິ ແລະສະມາບັຕ ວ່າຍານນັ້ນ ມີໄດ້ສໍາລັບຜູ່ມີຈິຕຕັ້ງໝັ້ນ ເປັນສະມາທິ ບໍ່ແມ່ນສໍາລັບຜູ່ມີຈິຕບໍ່ຕັ້ງໝັ້ນ.

໑໓໕໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ເຮົາກ່າວ ຢະຖາພູຕະຍານ ໃນປຸບພະນິວາສານຸສສະຕິ ວ່າຍານນັ້ນ ມີໄດ້ສໍາລັບຜູ່ມີຈິຕຕັ້ງໝັ້ນ ເປັນສະມາທິ ບໍ່ແມ່ນສໍາລັບຜູ່ມີຈິຕບໍ່ຕັ້ງໝັ້ນ.

ເຮົາກ່າວ ຢະຖາພູຕະຍານໃນການຈຸຕິແລະອຸບັຕ ຂອງສັຕທັງຫຼາຍ ວ່າຍານນັ້ນ ມີໄດ້ສໍາລັບຜູ່ມີຈິຕຕັ້ງໝັ້ນ ເປັນສະມາທິ ບໍ່ແມ່ນສໍາລັບຜູ່ມີຈິຕບໍ່ຕັ້ງໝັ້ນ.

ເຮົາກ່າວ ຢະຖາພູຕະຍານ ໃນຄວາມດັບສິ້ນໄປ ແຫ່ງອາສະວະທັງຫຼາຍ ວ່າຍານນັ້ນ ມີໄດ້ສໍາລັບຜູ່ມີຈິຕຕັ້ງໝັ້ນ ເປັນສະມາທິ ບໍ່ແມ່ນສໍາລັບຜູ່ມີຈິຕບໍ່ຕັ້ງໝັ້ນ.

ພິກຂຸ ທ. ! ດ້ວຍອາການເຊັ່ນນີ້ແລ ສະມາທິ ເປັນມັຄຄະ (ແທ້) ອະສະມາທິ ເປັນມັຄຄະຫຼອກ.

- ສັກກ. ອັງ. ໒໒/໔໖໙/໓໓໕.

ທັມມະສັນຍາໃນຖານະແຫ່ງທັມມະໂອສົດໂດຍທັມມະປີຕິ

(ການຮັກສາໂລກດ້ວຍອໍານາດສະມາທິ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ