ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເມື່ອເຂົາກ່າວຢູ່ເຊັ່ນນັ້ນ ໃນກໍລະນີນັ້ນໆ ເຈົ້າຈົ່ງເຮັດການສໍານຶກດັ່ງນີ້ວ່າ “ຈິຕຂອງເຮົາຈັກບໍ່ປັ່ນປ່ວນ, ເຮົາຈັກບໍ່ກ່າວວາຈາອັນເປັນບາບ, ເຮົາຈັກເປັນຜູ່ມີຈິຕເອັນດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ຢູ່ ແລະ ຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ແຜ່ໄປຍັງບຸຄຄົນນັ້ນ ຢູ່ ແລະຈະມີຈິຕສະຫະຣະຄະຕະດ້ວຍເມຕຕາ ອັນເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກ ເຖິງທີ່ສຸດທຸກທິສທາງ ມີບຸຄຄົນນັ້ນເປັນອາຣົມ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ເຈົ້າຈົ່ງເຮັດການສໍານຶກ ດັ່ງນີ້ແລ.
(໑. ອຸປະມາທີໜຶ່ງ)
ພິກຂຸ ທ. ! ປຽບເໝືອນ ບຸຣຸສຖືຈົກແລະກະຕ່າ (ສະໄໝນີ້ແມ່ນປຸ້ງກີ່) ມາແລ້ວກ່າວວ່າ “ເຮົາຈັກເຮັດແຜ່ນດິນໃຫຍ່ນີ້ ໃຫ້ບໍ່ເປັນແຜ່ນດິນ” ດັ່ງນີ້ ; ເຂົາຂຸດໃນບ່ອນນັ້ນໆ ຂວັດເຂ່ຍໃນບ່ອນນັ້ນໆ ເກື່ອນຊະໃນບ່ອນນັ້ນໆ ຕີນທໍາຢູ່ໃນບ່ອນນັ້ນໆ ປາກເວົ້າຢູ່ວ່າ “ມຶງບໍ່ຕ້ອງເປັນແຜ່ນດິນອີກຕໍ່ໄປ ມຶງບໍ່ຕ້ອງເປັນແຜ່ນດິນອີກຕໍ່ໄປ” ດັ່ງນີ້. ພິກຂຸ ທ. ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າຈັ່ງໃດ : ບຸຣຸສນັ້ນຈັກເຮັດໃຫ້ແຜ່ນດິນໃຫຍ່ນີ້ ໃຫ້ບໍ່ເປັນແຜ່ນດິນໄດ້ຫຼືບໍ່ ? “ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !” ເພາະເຫຕໃດໜໍ ? “ຂ້າແຕ່ພຣະອົງຜູ່ຈະເຣີນ ! ແຜ່ນດິນໃຫຍ່ນີ້ເລິກ ຫາປະມານບໍ່ໄດ້ ບໍ່ເປັນການງ່າຍ ທີ່ໃຜໆຈັກເຮັດໃຫ້ບໍ່ເປັນແຜ່ນດິນ ຮອມແຕ່ບຸຣຸສນັ້ນ ຈະເປັນຜູ່ມີສ່ວນແຫ່ງຄວາມລໍາບາກ ຄັບແຄ້ນເສຍເປົ່າ ຂ້ານ້ອຍ !”
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໒໗
ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ : ໃນບັນດາທາງແຫ່ງຖ້ອຍຄໍາ ສໍາລັບການກ່າວຫາຫ້າປະການນັ້ນ ເມື່ອເຂົາກ່າວຫາເຈົ້າ ດ້ວຍທາງແຫ່ງຖ້ອຍຄໍາປະການໃດປະການໜຶ່ງຢູ່ ເຈົ້າຈົ່ງເຮັດການສໍານຶກໃນກໍລະນີນັ້ນແນວນີ້ວ່າ “ຈິຕຂອງເຮົາຈັກບໍ່ປັ່ນປ່ວນ, ເຮົາຈັກບໍ່ກ່າວວາຈາອັນເປັນບາບ, ເຮົາຈັກເປັນຜູ່ມີຈິຕເອັນດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ຢູ່, ຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ແຜ່ໄປຍັງບຸຄຄົນນັ້ນ ຢູ່ ແລະ ຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ອັນເປັນຈິຕໄພບູນໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດທຸກທິສທາງ ມີບຸຄຄົນນັ້ນເປັນອາຣົມ ແລ້ວແລຢູ່” ດັ່ງນີ້. (ຄືມີຈິຕດຸດດັ່ງແຜ່ນດິນໃຫຍ່ ອັນໃຜໆ ຈະບັງບຽດໃຫ້ປ່ຽນແປງບໍ່ໄດ້ ເຊັ່ນໃດກໍເຊັ່ນນັ້ນ). ພິກຂຸ ທ. ! ເຈົ້າຈົ່ງເຮັດການ
ສໍານຶກເຊັ່ນນີ້ແລ.
(໒. ອຸປະມາທີສອງ)
ພິກຂຸ ທ. ! ປຽບເໝືອນ ບຸຣຸສຖືເອົາສີມາ ເປັນສີຄັ່ງແດ່ ສີເຫຼືອງແດ່ ສີຂຽວແດ່ ສີແດງແດ່ ກ່າວຢູ່ວ່າ “ເຮົາຈັກຂຽນຮູບຕ່າງໆ ໃນອາກາສນີ້ ເຮັດໃຫ້ມີຮູບປາກົດຢູ່” ດັ່ງນີ້. ພິກຂຸ ທ. ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ບຸຣຸສນັ້ນຈະຂຽນຮູບຕ່າງໆ ໃນອາກາສນີ້ ເຮັດໃຫ້ມີຮູບປາກົດຢູ່ ໄດ້ຫຼືບໍ່? “ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !” ເພາະເຫຕໃດໜໍ ? “ຂ້າແຕ່ພຣະອົງຜູ່ຈະເຣີນ ! ເພາະເຫຕວ່າອາກາສນີ້ ເປັນສິ່ງທີ່ມີຮູບບໍ່ໄດ້ ສະແດງອອກຊຶ່ງຮູບ
ບໍ່ໄດ້. ໃນອາກາສນັ້ນ ບໍ່ເປັນການງ່າຍທີ່ໃຜໆຈະຂຽນຮູບ ເຮັດໃຫ້ມີຮູບປາກົດຢູ່ໄດ້ ຮອມແຕ່ບຸຣຸສນັ້ນ ຈັກເປັນຜູ່ມີສ່ວນແຫ່ງຄວາມລໍາບາກ ຄັບແຄ້ນເສຍເປົ່າ ຂ້ານ້ອຍ !”
ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ : ໃນບັນດາທາງແຫ່ງຖ້ອຍຄໍາ ສໍາລັບການກ່າວຫາຫ້າປະການນັ້ນ ເມື່ອເຂົາກ່າວຫາເຈົ້າ ດ້ວຍທາງແຫ່ງຖ້ອຍຄໍາປະການໃດປະການໜຶ່ງຢູ່ ເຈົ້າຈົ່ງເຮັດການສໍານຶກໃນກໍລະນີນັ້ນແນວນີ້ວ່າ “ຈິຕຂອງເຮົາຈັກບໍ່ປັ່ນປ່ວນ, ເຮົາຈັກບໍ່ກ່າວວາຈາອັນເປັນບາບ, ເຮົາຈັກເປັນຜູ່ມີຈິຕເອັນດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ຢູ່,
໑໓໒໘ ອະຣິຍະສັຈຈ໌ຈາກພຣະໂອຖະ








