ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ແຜ່ໄປຍັງບຸຄຄົນນັ້ນ ຢູ່ ແລະຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ອັນເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດທຸກທິສທາງ ມີບຸຄຄົນນັ້ນເປັນອາຣົມ ແລ້ວແລຢູ່” ດັ່ງນີ້. (ຄືມີຈິຕດຸດດັ່ງອາກາສ ອັນໃຜໆຈະຂຽນໃຫ້ເປັນຮູບປາກົດບໍ່ໄດ້ ເຊັ່ນໃດກໍເຊັ່ນນັ້ນ). ພິກຂຸ ທ. ! ເຈົ້າຈົ່ງເຮັດການສໍານຶກເຊັ່ນນີ້ແລ.
(໓. ອຸປະມາທີສາມ)
ພິກຂຸ ທ. ! ປຽບເໝືອນ ບຸຣຸສຖືທວນຫຍ້າ ທີ່ກໍາລັງລຸກໄໝ້ມາ ກ່າວຢູ່ວ່າ “ເຮົາຈະເຜົາແມ່ນໍ້າຄົງຄາໃຫ້ຮ້ອນເຮັ່ງ ໃຫ້ຝົດເດືອດ ດ້ວຍທວນຫຍ້າອັນລຸກໄໝ້ນີ້” ດັ່ງນີ້. ພິກຂຸ ທ. ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າຈັ່ງໃດ ບຸຣຸສນັ້ນ ຈະເຜົາແມ່ນໍ້າຄົງຄາ ໃຫ້ຮ້ອນເຮັ່ງ ໃຫ້ຝົດເດືອດ ດ້ວຍທວນຫຍ້າອັນລຸກໄໝ້ ໄດ້ຫຼືບໍ່? “ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !” ເພາະເຫຕໃດໜໍ ? “ຂ້າແຕ່ພຣະອົງຜູ່ຈະເຣີນ ! ເພາະເຫຕວ່າ ແມ່ນໍ້າຄົງຄາເລິກ ຫາປະມານ
ບໍ່ໄດ້ ບໍ່ເປັນການງ່າຍທີ່ໃຜໆຈະເຜົາໃຫ້ຮ້ອນເຮັ່ງ ໃຫ້ຝົດເດືອດ ດ້ວຍທວນຫຍ້າອັນລຸກໄໝ້ ຮອມແຕ່ບຸຣຸສນັ້ນ ຈັກເປັນຜູ່ມີສ່ວນແຫ່ງຄວາມລໍາບາກ ຄັບແຄ້ນເສຍເປົ່າ ດັ່ງນີ້”.
ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ : ໃນບັນດາທາງແຫ່ງຖ້ອຍຄໍາ ສໍາລັບການກ່າວຫາຫ້າປະການນັ້ນ ເມື່ອເຂົາກ່າວຫາເຈົ້າ ດ້ວຍທາງແຫ່ງຖ້ອຍຄໍາປະການໃດປະການໜຶ່ງຢູ່ ເຈົ້າຈົ່ງເຮັດການສໍານຶກໃນກໍລະນີນັ້ນແນວນີ້ວ່າ “ຈິຕຂອງເຮົາຈັກບໍ່ປັ່ນປວນ, ເຮົາຈັກບໍ່ກ່າວວາຈາອັນເປັນບາບ, ເຮົາຈັກເປັນຜູ່ມີຈິຕເອັນດູເກື້ອກູນ, ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ຢູ່, ຈະມີຈິຕສະຫະຣະຄະຕະດ້ວຍເມຕຕາແຜ່ໄປຍັງບຸຄຄົນນັ້ນ ຢູ່ ແລະ ຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາອັນເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດທຸກທິສທາງ ມີບຸຄຄົນນັ້ນເປັນອາຣົມ ແລ້ວແລຢູ່” ດັ່ງນີ້. (ຄືມີຈິຕດຸດດັ່ງແມ່ນໍ້າຄົງຄາ ອັນໃຜໆຈະເຜົາໃຫ້ຮ້ອນເດືອດ ດ້ວຍທວນຫຍ້າບໍ່ໄດ້ ເຊັ່ນໃດກໍເຊັ່ນນັ້ນ). ພິກຂຸ ທ. ! ເຈົ້າຈົ່ງເຮັດການສໍານຶກ ເຊັ່ນນີ້ແລ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໒໙
(໔. ອຸປະມາທີສີ່)
ພິກຂຸ ທ. ! ປຽບເໝືອນ ແຜ່ນໜັງແມວປ່າຂົນຟູ໑ ສາງນວດແລ້ວ ນວດທຸບຢ່າງດີ ນວດທຸບຢ່າງທົ່ວເຖິງ ອ່ອນນຸ້ມເໝືອນຍອງຝ້າຍ ບໍ່ສົ່ງສຽງ ບໍ່ສົ່ງກັງວານສຽງ. ລໍາດັບນັ້ນ ມີບຸຣຸສຖືທ່ອນໄມ້ ຫຼືໄມ້ຄ້ອນມາ ພ້ອມກັບເວົ້າວ່າ “ເຮົາຈັກເຮັດໃຫ້ໜັງແມວປ່າຂົນຟູແຜ່ນນີ້ ສົ່ງສຽງ ມີສຽງຫື່ມໆ ດ້ວຍທ່ອນໄມ້ ຫຼືໄມ້ຄ້ອນນີ້” ດັ່ງນີ້. ພິກຂຸ ທ. ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າຈັ່ງໃດ ບຸຣຸສນັ້ນຈະເຮັດໃຫ້ໜັງແມວປ່າຂົນຟູແຜ່ນນັ້ນໃຫ້ສົ່ງສຽງຫື່ມໆ ດ້ວຍທ່ອນໄມ້ ຫຼືໄມ້ຄ້ອນນັ້ນໄດ້ຫຼືບໍ່ ? “ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !” ເພາະເຫຕໃດໜໍ ? “ຂ້າແຕ່ພຣະອົງຜູ່ຈະເຣີນ ! ເພາະເຫຕວ່າ ໜັງແມວປ່າຂົນຟູແຜ່ນນັ້ນ ເປັນຂອງສາງນວດແລ້ວ ນວດທຸບຢ່າງດີ ນວດທຸບຢ່າງທົ່ວເຖິງ ອ່ອນນຸ້ມຄືດັ່ງຍອງຝ້າຍ ບໍ່ສົ່ງສຽງ ບໍ່ສົ່ງກັງວານສຽງ ບໍ່ເປັນການງ່າຍທີ່ໃຜໆ ຈັກເຮັດໃຫ້ມັນສົ່ງສຽງດັງ ຫື່ມໆ ດ້ວຍທ່ອນໄມ້ ຫຼືໄມ້ຄ້ອນ ຮອມແຕ່ບຸຣຸສນັ້ນ ຈັກເປັນຜູ່ມີສ່ວນແຫ່ງຄວາມລໍາບາກ ຄັບແຄ້ນເສຍເປົ່າ ດັ່ງນີ້”.








