ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ມາເຖີ້ນທ່ານຜູ່ມີອາຍຸ ທ. ! ຈົ່ງເປັນຜູ່ ມີປົກກະຕິຕາມເຫັນກາຍໃນກາຍຢູ່ເຖີ້ນ ເປັນຜູ່ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ໃຫ້ສະມາທິເປັນທັມເອກ
ຜຸດຂຶ້ນ ມີຈິຕຜ່ອງໃສ ມີຈິຕຕັ້ງໝັ້ນ ເປັນຈິຕມີອາຣົມອັນດຽວ ເພື່ອຮູ້ຕາມເປັນຈິງຊຶ່ງກາຍ ; (ໃນກໍລະນີແຫ່ງ ເວທະນາ ຈິຕ ແລະ ທັມ ກໍມີຂໍ້ຄວາມທີ່ຕຣັດຢ່າງດຽວກັນ).
(ຂ. ສໍາລັບພຣະເສຂະ)
ພິກຂຸ ທ. ! ພິກຂຸເຫຼົ່າໃດ ເປັນເສຂະ ມີຄວາມປະສົງແຫ່ງໃຈອັນຍັງບໍ່ບັນລຸແລ້ວ ປາຖນາຢູ່ຊຶ່ງທັມອັນກະເສມຈາກໂຢຄະ ບໍ່ມີທັມອື່ນຍິ່ງກວ່າຢູ່ ; ເຖິງວ່າພິກຂຸເຫຼົ່ານັ້ນ ກໍຍັງຈັກເປັນຜູ່ ມີປົກກະຕິຕາມເຫັນກາຍໃນກາຍ ຢູ່ ເປັນຜູ່ມີຄວາມພຽນເຄື່ອງເຜົາ
ກິເລສ ມີສັມປະຊັນຍະ ໃຫ້ສະມາທິເປັນທັມເອກຜຸດຂຶ້ນ ມີຈິຕຜ່ອງໃສ ມີຈິຕຕັ້ງໝັ້ນ ເປັນຈິຕມີອາຣົມອັນດຽວ ເພື່ອຮອບຮູ້ຊຶ່ງກາຍ ; (ໃນກໍລະນີແຫ່ງ ເວທະນາ ຈິຕ ແລະ ທັມ ກໍມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ).
(ຄ. ສໍາລັບພຣະອະເສຂະ)
ພິກຂຸ ທ. ! ພິກຂຸເຫຼົ່າໃດ ເປັນອໍຣະຫັນຕ໌ຂີນາສົບ ຢູ່ຈົບພຣົມມະຈັນຣຍ໌ ມີກິຈຈ໌ທີ່ຄວນເຮັດເຮັດຈົບແລ້ວ ມີພາຣະປົງລົງແລ້ວ ມີປະໂຍຊນ໌ແຫ່ງຕົນອັນຕາມບັນລຸແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຖືກຕ້ອງ ; ເຖິງວ່າພິກຂຸເຫຼົ່ານັ້ນ ກໍຍັງຈັກເປັນຜູ່ ມີປົກກະຕິຕາມເຫັນກາຍໃນກາຍ ຢູ່ ເປັນຜູ່ຢູ່ຢ່າງມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ໃຫ້ສະມາທິເປັນທັມເອກຜຸດຂຶ້ນ ມີຈິຕຜ່ອງໃສ ມີຈິຕຕັ້ງໝັ້ນ ເປັນຈິຕມີອາຣົມອັນດຽວ (ເພື່ອຄວາມເປັນ) ຜູ່ບໍ່ກ່ຽວຂ້ອງຢູ່ດ້ວຍກາຍ ; (ໃນກໍລະນີແຫ່ງ ເວທະນາ ຈິຕ ແລະ ທັມ ກໍມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ).
- ມຫາວາຣ. ສັງ. ໑໙/໑໙໔-໑໙໕/໖໙໑-໖໙໔.
໑໒໗໔ ອະຣິຍະສັຈຈ໌ຈາກພຣະໂອຖະ
(ພຸດທະບໍຣິສັດ ຈົ່ງຮູ້ເຖິງຫຼັກການພິເສດທີ່ມີຢູ່ວ່າ ເຖິງຈັກເປັນພຣະອໍຣະຫັນຕ໌ແລ້ວ ກໍຍັງປະຕິບັຕທັມ ທີ່ເຮັດຄວາມເປັນພຣະອໍຣະຫັນຕ໌ ທີ່ຕົນເຄີຍປະຕິບັຕຢູ່ເພື່ອຄວາມເປັນພຣະ
ອໍຣະຫັນຕ໌ ກ່ອນການບັນລຸຄວາມເປັນພຣະອໍຣະຫັນຕ໌ ; ການເຮັດເຊັ່ນນັ້ນ ກໍເພື່ອເປັນໂຕຢ່າງ ຫຼືກໍາລັງໃຈແກ່ຜູ່ບໍ່ບັນລຸຄວາມເປັນພຣະອໍຣະຫັນຕ໌ແດ່ ເພື່ອການຢູ່ເປັນສຸຂຂອງຕົນເອງແດ່. ສ່ວນໃນກໍລະນີແຫ່ງສູຕນີ້ ເພື່ອມີຊີວິຕຢູ່ຢ່າງແຍກໂຕ ຫ່າງຈາກສິ່ງຊຶ່ງເຄີຍເປັນທີ່ຕັ້ງແຫ່ງຄວາມ ຢຶດໝັ້ນຖືໝັ້ນ ຫຼືແຫ່ງອະພິຊຊາ ແລະ ໂທມະນັສສະ ດັ່ງນີ້ແລ້ວ ນັບຫຍັງກັບຜູ່ທີ່ຍັງບໍ່ບັນລຸຄວາມເປັນພຣະອໍຣະຫັນຕ໌ ຈະບໍ່ຍອມກະຕືລືລົ້ນ ໃນການປະຕິບັຕເພື່ອຄວາມບັນລຸຄວາມເປັນພຣະອໍຣະຫັນຕ໌ດ້ວຍ. ແລະຄວນມອງເຫັນຄວາມໜ້າອັດສະຈັນແຫ່ງພຣະທັມທີ່ມີລັກສະນະເຊັ່ນນີ້).
ສະຕິປັຕຖານສີ່ເໝາະສົມທັງແກ່ອະເສຂະ-ເສຂະ-ຄະລຶຫັດ
ກັນທຣະກະ ! ຂໍ້ນັ້ນເປັນເຊັ່ນນັ້ນແທ້. ກັນທຣະກະ ! ຂໍ້ນັ້ນເປັນເຊັ່ນນັ້ນແທ້. ພຣະອໍຣະຫັນຕະສັມມາສັມພຸດທະເຈົ້າທັງຫຼາຍ ໄດ້ມີແລ້ວໃນອະດີຕຕະກາລນານໄກ ; ພຣະຜູ່ມີພຣະພາຄເຈົ້າເຫຼົ່ານັ້ນ ຊົງຍັງພິກຂຸສົງຄ໌ໃຫ້ດໍາເນີນໄປຖືກຕ້ອງຢ່າງຍິ່ງພຽງທໍ່ນັ້ນ ເໝືອນພິກຂຸສົງຄ໌ທີ່ເຮົາ ໃຫ້ດໍາເນີນໄປຖືກຕ້ອງໃນບັດນີ້. ກັນທຣະກະ ! ພຣະອໍຣະຫັນຕະສັມມາສັມພຸດທະເຈົ້າທັງຫຼາຍ ຈະມີຢູ່ໃນອະນາຄົຕຕະກາລນານໄກ ; ພຣະຜູ່ມີພຣະພາຄເຈົ້າເຫຼົ່ານັ້ນ ຊົງຍັງພິກຂຸສົງຄ໌ໃຫ້ດໍາເນີນໄປຖືກຕ້ອງຢ່າງຍິ່ງພຽງທໍ່ນັ້ນ ເໝືອນພິກຂຸສົງຄ໌ທີ່ເຮົາ ໃຫ້ດໍາເນີນໄປຖືກຕ້ອງໃນບັດນີ້.
ກັນທຣະກະ ! ໃນພິກຂຸສົງຄ໌ໝູ່ນີ້ ມີພິກຂຸທີ່ເປັນພຣະອໍຣະຫັນຕ໌ຂີນາສົບ ຢູ່ຈົບພຣົມມະຈັນຣຍ໌ ມີກິຈຈ໌ທີ່ຄວນເຮັດອັນເຮັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ແຫ່ງຕົນອັນຕາມເຖິງແລ້ວ ມີສັນໂຍຊນ໌ໃນພົບນີ້ດັບສິ້ນແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຖືກຕ້ອງ. ກັນທຣະກະ ! ອີກຢ່າງໜຶ່ງ ໃນພິກຂຸສົງຄ໌ໝູ່ນີ້ ມີພິກຂຸຜູ່ເປັນເສຂະ (ກໍາລັງປະຕິບັຕເພື່ອຄວາມເປັນພຣະອໍຣະຫັນຕ໌) ມີສີລບໍ່ຂາດສາຍ ມີຄວາມປະພຶຕບໍ່ຂາດສາຍ ມີປັນຍາເຄື່ອງຮັກສາຕົນ ມີຄວາມປະພຶຕເປັນໄປດ້ວຍປັນຍາເຄື່ອງຮັກສາຕົນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໗໕








