ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ອີກຢ່າງໜຶ່ງ ເມື່ອພິກຂຸຢູ່ຢ່າງຜູ່ມິດງຽບ ແຕ່ບໍ່ປະພຶຕສັງລວມຢ່າງຕິດຕໍ່ ຄວາມປາຖນາລາບກໍເກີດຂຶ້ນ ເຂົາບໍ່ໝັ່ນພຽນພະຍາຍາມເພື່ອລາບຢູ່ ລາບບໍ່ເກີດຂຶ້ນ ເພາະບໍ່ໄດ້ລາບ ເຂົາກໍເສົ້າໂສກ ລໍາບາກໃຈ ຄໍ່າຄວນ ຕີເອິກ ຮ້ອງໄຫ້ ຫຼົງໄຫຼ. ພິກຂຸ ທ. ! ນີ້ເອີ້ນວ່າ ພິກຂຸຜູ່ປາຖນາລາບ ບໍ່ໝັ່ນພຽນພະຍາຍາມເພື່ອລາບຢູ່ ບໍ່ໄດ້ລາບ ເສົ້າໂສກ ຄໍ່າຄວນ ແລະ ເຄື່ອນຈາກສັດທັມ (ດ້ວຍຄືກັນ).

ພິກຂຸ ທ. ! ອີກຢ່າງໜຶ່ງ ເມື່ອພິກຂຸຢູ່ຢ່າງຜູ່ມິດງຽບ ແຕ່ບໍ່ປະພຶຕສັງລວມຢ່າງຕິດຕໍ່ ຄວາມປາຖນາລາບກໍເກີດຂຶ້ນ ເຂົາບໍ່ໝັ່ນພຽນພະຍາຍາມເພື່ອລາບຢູ່ ແຕ່ລາບກໍເກີດຂຶ້ນ ເພາະໄດ້ລາບ ເຂົາກໍມົວເມົາ ປະມາດ ເຖິງຄວາມປະມາດເຕັມທີ່. ພິກຂຸ ທ. ! ນີ້ເອີ້ນວ່າ ພິກຂຸຜູ່ປາຖນາລາບ ບໍ່ໝັ່ນພຽນພະຍາຍາມເພື່ອລາບຢູ່ ແຕ່ມີລາບ ມົວເມົາ ປະມາດ ແລະ ເຄື່ອນຈາກສັດທັມ (ດ້ວຍຄືກັນ).

(ຕໍ່ໄປນີ້ໄດ້ຕຣັດເຖິງພິກຂຸ ໔ ຈໍາພວກ ໂດຍປະຕິປັກຂະໄນ ເປັນຜູ່ຢູ່ໃນບ່ອນມິດງຽບ

ປາຖນາລາບ ໄດ້ລາບ ຫຼື ບໍ່ໄດ້ລາບ ກໍບໍ່ປະມາດມົວເມົາ ຫຼື ບໍ່ໂສກເສົ້າ ຄໍ່າຄວນເປັນທຸກຂ໌ ແລະ ບໍ່ເຄື່ອນຈາກສັດທັມທັງ ໔ ຈໍາພວກ).

ພິກຂຸ ທ. ! ເຫຼົ່ານີ້ແລບຸຄຄົນ ໘ ຈໍາພວກ ທີມີຢູ່ ຫາໄດ້ຢູ່ໃນໂລກ (ແມ່ນວ່າຢູ່ໃນບ່ອນມິດງຽບກໍຍັງປາຖນາລາບ).

- ອັຕຖກ. ອັງ. ໒໓/໓໐໒-໓໐໔/໑໕໑.

ໝວດ ຊ. ວ່າດ້ວຍ ປະກິນນະກະ

ລັກສະນະຂອງຜູ່ອາດ ແລະ ບໍ່ອາດຈະເຣີນສະຕິປັຕຖານສີ່

ພິກຂຸ ທ. ! ບຸຄຄົນບໍ່ອາດເພື່ອເປັນຜູ່ມີປົກກະຕິ ຕາມເຫັນກາຍໃນກາຍຢູ່ ເພາະເຂົາບໍ່ລະທັມ ໖ ຢ່າງ. ຫົກຢ່າງ ແນວໃດໜໍ ? ຫົກຢ່າງຄື ຄວາມເປັນຜູ່ຍິນດີໃນການງານ ຄວາມເປັນຜູ່ຍິນດີໃນການຝອຍໂມ້ ຄວາມເປັນຜູ່ຍິນດີໃນການຫຼັບ

໑໒໗໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ຄວາມເປັນຜູ່ຍິນດີໃນການຄຸກຄີກັນເປັນໝູ່ ຄວາມເປັນຜູ່ບໍ່ຄຸ້ມຄອງທະວາຣໃນອິນຊີທັງຫຼາຍ ຄວາມເປັນຜູ່ບໍ່ຮູ້ປະມານໃນການບໍຣິໂພຄ. ພິກຂຸ ທ. ! ເພາະບໍ່ລະທັມ ໖ ຢ່າງເຫຼົ່ານີ້ແລ ບຸຄຄົນຈຶ່ງເປັນຜູ່ບໍ່ອາດ ເພື່ອເປັນຜູ່ມີປົກກະຕິຕາມເຫັນກາຍໃນກາຍຢູ່.

(ໃນກໍລະນີທີ່ບໍ່ອາດເປັນຜູ່ ມີປົກກະຕິຕາມເຫັນກາຍໃນກາຍໃນພາຍໃນ - ໃນພາຍນອກ - ໃນພາຍໃນແລະພາຍນອກ ແລະເປັນຜູ່ບໍ່ອາດເປັນຜູ່ ມີປົກກະຕິຕາມເຫັນເວທະນາໃນເວທະນາ ຕາມເຫັນຈິຕໃນຈິຕ - ຕາມເຫັນທັມໃນທັມ ກໍດີ ລ້ວນແຕ່ມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ).

ພິກຂຸ ທ. ! ບຸຄຄົນອາດເພື່ອເປັນຜູ່ ມີປົກກະຕິຕາມເຫັນກາຍໃນກາຍ ຢູ່ ເພາະເຂົາລະທັມ ໖ ຢ່າງ. ຫົກຢ່າງ ເຫຼົ່າໃດໜໍ ? ຫົກຢ່າງຄື : ຄວາມເປັນຜູ່ຍິນດີໃນການງານ ຄວາມເປັນຜູ່ຍິນດີໃນການຝອຍໂມ້ ຄວາມເປັນຜູ່ຍິນດີໃນການຫຼັບ ຄວາມເປັນຜູ່ຍິນດີໃນການຄຸກຄີກັນເປັນໝູ່ ຄວາມເປັນຜູ່ບໍ່ຄຸ້ມຄອງທະວາຣໃນອິນຊີທັງຫຼາຍ ຄວາມເປັນຜູ່ບໍ່ຮູ້ປະມານໃນການບໍຣິໂພຄ. ພິກຂຸ ທ. ! ເພາະລະທັມ ໖ ຢ່າງເຫຼົ່ານີ້ແລ ບຸຄຄົນຈຶ່ງເປັນຜູ່ອາດ ເພື່ອເປັນຜູ່ມີປົກກະຕິຕາມເຫັນກາຍໃນກາຍຢູ່.

(ໃນກໍລະນີທີ່ອາດເປັນຜູ່ມີ ປົກກະຕິຕາມເຫັນກາຍໃນກາຍໃນພາຍໃນ - ໃນພາຍນອກ - ໃນພາຍໃນແລະພາຍນອກ ແລະເປັນຜູ່ອາດເປັນຜູ່ ມີປົກກະຕິຕາມເຫັນເວທະນາໃນເວທະນາ ຕາມເຫັນຈິຕໃນຈິຕ - ຕາມເຫັນທັມໃນທັມ ກໍດີ ລ້ວນແຕ່ມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ).

- ສັກກ. ອັງ. ໒໒/໔໙໙-໕໐໐/໓໘໘-໓໙໔.

ທັງນະວະກະ-ເສຂະ-ອະເສຂະ ກໍຄວນຈະເຣີນສະຕິປັຕຖານ

(ກ. ພວກນະວະກະ)

ພິກຂຸ ທ. ! ພິກຂຸເຫຼົ່າໃດ ເປັນຜູ່ບວດໃໝ່ ບວດແລ້ວບໍ່ດົນ ຫາກໍມາສູ່ທັມວິນັຍນີ້. ພິກຂຸເຫຼົ່ານັ້ນ ອັນເຈົ້າທັງຫຼາຍຈົ່ງຊັກຊວນ ຈົ່ງໃຫ້ເຂົ້າຢູ່ ຈົ່ງໃຫ້ຕັ້ງໝັ້ນໃນການ

ຈະເຣີນສະຕິປັຕຖານສີ່. ສີ່ຢ່າງແນວໃດໜໍ ? (ຈົ່ງຊັກຊວນວ່າ :-)

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໗໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ