ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸທັງຫຼາຍເຫຼົ່ານັ້ນ໑ ເປັນຜູ່ມີຈິຕຕັ້ງໄວ້ສະເພາະດ້ວຍດີ ໃນສະຕິປັຕຖານສີ່ ຢູ່. ສີ່ຢ່າງ ແນວໃດໜໍ ? ສີ່ຢ່າງຄື : ພິກຂຸໃນກໍລະນີນີ້ ເປັນຜູ່ມີປົກກະຕິຕາມເຫັນກາຍໃນກາຍ ... ມີປົກກະຕິຕາມເຫັນເວທະນາໃນເວທະນາທັງຫຼາຍ ... ມີປົກກະຕິຕາມເຫັນຈິຕໃນຈິຕ ... ມີປົກກະຕິຕາມເຫັນທັມໃນທັມທັງຫຼາຍ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ຊຶ່ງອະພິຊຊາ ແລະ ໂທມະນັສສະ ໃນໂລກຢູ່.

(ເມື່ອພຣະຜູ່ມີພຣະພາຄຕຣັດເຊັ່ນນີ້ ທ້າວເປສສະຫັດຖາໂຣຫະບຸຕ ຂາບທູນພຣະຜູ່ມີພຣະພາຄວ່າ :-)

“ໜ້າອັດສະຈັນ ຂ້ານ້ອຍ ! ບໍ່ເຄີຍມີ ຂ້ານ້ອຍ ! ຄືຂໍ້ທີ່ສະຕິປັຕຖານສີ່ເຫຼົ່ານີ້ ພຣະຜູ່ມີພຣະພາຄຊົງບັນຍັຕໄວ້ດີແລ້ວ ເພື່ອຄວາມສະອາດແຫ່ງສັຕທັງຫຼາຍ ເພື່ອກ້າວຂ້າມໂສກະປະຣິເທວະ ເພື່ອຄວາມດັບແຫ່ງທຸກຂະໂທມະນັສສະ ເພື່ອເຖິງທັບຊຶ່ງຍາຍະທັມ ເພື່ອການເຮັດໃຫ້ແຈ້ງຊຶ່ງນິບພານ. ຂ້າແຕ່ພຣະອົງຜູ່ຈະເຣີນ ! ມີພວກຂ້ານອ້ຍທັງຫຼາຍ ຜູ່ເປັນຄະລຶຫັດນຸ່ງຂາວ ກໍມີຈິຕຕັ້ງໄວ້ດີແລ້ວໃນສະຕິປັຕຖານສີ່ເຫຼົ່ານີ້ ຕະຫຼອດກາລອັນຄວນຢູ່ ; ຄືຂ້ານ້ອຍທັງຫຼາຍເປັນຜູ່ມີປົກກະຕິຕາມເຫັນກາຍໃນກາຍ ... ມີປົກກະຕິຕາມເຫັນເວທະນາໃນເວທະນາທັງຫຼາຍ ... ມີປົກກະຕິຕາມເຫັນຈິຕໃນຈິຕ ... ມີປົກກະຕິຕາມເຫັນທັມໃນທັມທັງຫຼາຍ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ຊຶ່ງອະພິຊຊາ ແລະ ໂທມະນັສສະ ໃນໂລກຢູ່. ໜ້າອັດສະຈັນ ຂ້ານ້ອຍ ! ບໍ່ເຄີຍມີ ຂ້ານ້ອຍ ! ຄືຂໍ້ທີ່ເມື່ອມະນຸສເປັນສັຕບໍ່ເປີດເຜີຍ ເມື່ອມະນຸສເປັນສັຕເດນກາກ ເມື່ອມະນຸສສ໌ເປັນສັຕໂອ້ອວດ ເປັນໄປຢູ່ ພຣະຜູ່ມີພຣະພາຄຊົງຊາບສິ່ງອັນເປັນປະໂຍຊນ໌ ແລະ ບໍ່ເປັນປະໂຍຊນ໌ແກ່ສັຕທັງຫຼາຍ (ທຸກຈໍາພວກ) ຂ້າແຕ່ພຣະອົງຜູ່ຈະເຣີນ ! ສັຕລຶກລັບຄື ພວກມະນຸສ ສັຕເປີດເຜີຍ ຄືປະສຸສັຕ ...

- ມ. ມ. ໑໓/໒-໓/໒-໓.

(ຂໍ້ນີ້ເປັນຫຼັກການທີ່ຍອມຮັບໄດ້ວ່າ ເຖິງຈັກເປັນຄາຣະວາສກໍສົມຄວນຈະເຣີນສະຕິປັຕຖານທັງສີ່ ດັ່ງທີ່ບັນພະບຸຣຸສຊາວເຮົາໄດ້ເຄີຍເຮັດກັນມາແຕ່ກ່ອນ).

໑. ນີ້ໝາຍຄວາມວ່າ ພິກຂຸທັງໝົດທັງທີ່ເປັນພຣະອໍຣະຫັນຕ໌ ແລະ ຍັງເປັນພຣະເສຂະ ລ້ວນແຕ່ຈະເຣີນ

ສະຕິປັຕຖານສີ່. ຄໍາຖາມອາດມີວ່າ ເປັນພຣະອໍຣະຫັນຕ໌ແລ້ວ ຈະເຣີນສະຕິປັຕຖານໄປເຮັດຫຍັງ ?

ຄໍາຕອບຄື ເພື່ອຄວາມຢູ່ເປັນຜາສຸກຂອງທ່ານ ເຊັ່ນນັ້ນເອງ.

໑໒໗໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ກອງອະກຸສົລ ແລະ ກອງກຸສົລທີ່ແທ້ຈິງ

ພິກຂຸ ທ. ! ຜູ່ທີ່ກ່າວຢູ່ວ່າ ນິວອຣທັງຫ້າ ຄືອະກຸສະລະຣາສີ (ກອງອະກຸສົລ) ນັ້ນແຫຼະຄື ຜູ່ທີ່ກ່າວຢູ່ຢ່າງຖືກຕ້ອງ. ພິກຂຸ ທ. ! ອະກຸສະລະຣາສີທັງກອງນີ້ ໄດ້ແກ່ ນິວອຣທັງຫ້າ. ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື : ກາມະສັນທະ ພະຍາບາດ ຖີນະມິດທະ

ອຸດທະຈະກຸກກຸຈຈະ ວິຈິກິຈສາ.

ພິກຂຸ ທ. ! ຜູ່ທີ່ກ່າວຢູ່ວ່າ ສະຕິປັຕຖານທັງສີ່ ຄືກຸສະລະຣາສີ (ກອງກຸສົລ) ນັ້ນແຫຼະຄື ຜູ່ທີ່ກ່າວຢູ່ໂດຍຖືກຕ້ອງ. ພິກຂຸ ທ. ! ກຸສະລະຣາສີທັງກອງນີ້ ໄດ້ແກ່ສະຕິປັຕຖານທັງສີ່. ສີ່ຢ່າງ ແນວໃດໜໍ ? ສີ່ຢ່າງໃນກໍລະນີນີ້ຄື ພິກຂຸເປັນຜູ່ມີປົກກະຕິຕາມເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກຊຶ່ງອະພິຊຊາ ແລະ ໂທມະນັສສະ ໃນໂລກຢູ່. (ໃນກໍລະນີແຫ່ງ ເວທະນາ ຈິຕ ແລະ ທັມ ກໍມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ).

- ມຫາວາຣ. ສັງ. ໑໙/໑໙໖/໖໙໖-໖໙໗.

(ຜູ່ສຶກສາຄວນສັງເກດໃຫ້ເຫັນວ່າ ເມື່ອກ່າວເຖິງກອງອະກຸສົລ ຄົນທົ່ວໄປກໍເລັງເຖິງການ

ຂ້າສັຕຕັດຊີວິຕ ສໍ້ໂກງ ເປັນຕົ້ນຕ່າງໆນາໆ ; ແລະ ເມື່ອກ່າວເຖິງກອງກຸສົລ ຄົນທົ່ວໄປກໍພາກັນເລັງໄປຍັງການທໍາບຸນຍ໌ສຸນທານ ທອດກະຖິນ ຜ້າປ່າ ເປັນຕົ້ນຕ່າງໆນາໆ. ສ່ວນໃນກໍລະນີນີ້ ຕຣັສລະບຸໃຫ້ເຫັນວ່າ ນິວອຣທີ່ລົບກວນຢູ່ໃນຈິຕ ຂອງແຕ່ລະຄົນ ແຕ່ລະວັນນັ້ນແຫຼະເປັນກອງອະກຸສົລ ; ແລະ ວ່າການຈະເຣີນສະຕິປັຕຖານສີ່ເປັນກອງກຸສົລ ແລະ ທີ່ໜ້າສົນໃຈໃນຫົວຂໍ້ທີ່ວ່າ ກອງກຸສົລຊະນິດນີ້ ບໍ່ຕ້ອງໃຊ້ແກ້ວແຫວນເງິນຄໍາ ແມ່ນແຕ່ຈັກສິ່ງດຽວ, ຂໍໃຫ້ຊ່ວຍກັນພິຈາ

ຣະນາດ້ວຍ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ