ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ເມດະກະຖາລິກະບຸຣຸສ ຊຶ່ງເປັນຜູ່ຊ່ວຍໄດ້ຟັງດັ່ງນັ້ນແລ້ວ ໄດ້ກ່າວກັບຈັນທານວັງສິກະບຸຣຸສ ຜູ່ເປັນຫົວໜ້າຂອງເຂົາວ່າ “ເຮັດແນວນັ້ນບໍ່ໄດ້ດອກທ່ານ

ອາຈາຣຍ໌ ! ທ່ານອາຈາຣຍ໌ຈົ່ງຮັກສາໂຕເອງ ເຮົາກໍຈັກຮັກສາໂຕເຮົາ ; ເມື່ອເຮົາຕ່າງຝ່າຍຕ່າງຄຸ້ມຄອງ ຮັກສາຕົນຂອງຕົນຢູ່ເຊັ່ນນີ້ ຈຶ່ງຈັກສະແດງສິລະປະໄດ້ດ້ວຍ ຈັກໄດ້ລາບດ້ວຍ ຈັກລົງຈາກໄມ້ຈັນທານວັງສະໄດ້ໂດຍສະຫວັດດີດ້ວຍ”.

ນີ້ຄື ເຄັດລັບອັນເປັນໃຈຄວາມສໍາຄັນຂອງເລື່ອງ ທີ່ເຮົາຈະຕ້ອງເຂົ້າໃຈ ຄື ພຣະຜູ່ມີພຣະພາຄ ໄດ້ກ່າວເຊັ່ນດຽວກັບທີ່ເມດະຖະກາລິກະ ຊຶ່ງເປັນຜູ່ຊ່ວຍໄດ້ກ່າວກັບອາຈາຣຍ໌ຂອງເຂົາ ; ຄືໄດ້ຕຣັດວ່າ :

ພິກຂຸ ທ. ! ເຈົ້ງຈົ່ງຈະເຣີນສະຕິປັຕຖານດ້ວຍຄິດວ່າ ‘ເຮົາຈັກຮັກສາຊຶ່ງຕົນ’ ; ເຈົ້າຈົ່ງຈະເຣີນສະຕິປັຕຖານດ້ວຍຄິດວ່າ ‘ເຮົາຈັກຮັກສາຊຶ່ງຜູ່ອື່ນ’. ພິກຂຸ ທ. ! ເມື່ອຮັກສາຕົນກໍຄືຮັກສາຜູ່ອື່ນ ; ເມື່ອຮັກສາຜູ່ອື່ນກໍຄືຮັກສາຕົນ໑.

ພິກຂຸ ທ. ! ເມື່ອຮັກສາຕົນກໍຄືຮັກສາຜູ່ອື່ນ ນັ້ນເປັນແນວໃດໜໍ ? ຂໍ້ນີ້ໝາຍຄວາມວ່າ ຮັກສາຕົນດ້ວຍການເສບທັມມະ ດ້ວຍການຈະເຣີນຊຶ່ງທັມມະ. ນີ້ແຫຼະຄື ເມື່ອຮັກສາຕົນຢູ່ ຈະມີຜົລເປັນການຮັກສາຜູ່ອື່ນ.

ພິກຂຸ ທ. ! ເມື່ອຮັກສາຜູ່ອື່ນກໍຄືຮັກສາຕົນ ນັ້ນເປັນແນວໃດໜໍ ? ຂໍ້ນີ້ໝາຍຄວາມວ່າ ຮັກສາຜູ່ອື່ນດ້ວຍການອົດທົນ ດ້ວຍການບໍ່ບຽດບຽນ ດ້ວຍເມຕຕາຈິຕ ດ້ວຍຄວາມຮັກໄຄ່ເອັນດູ. ນີ້ແຫຼະຄື ເມື່ອຮັກສາຜູ່ອື່ນຢູ່ ຈະມີຜົລເປັນການຮັກສາຕົນດ້ວຍ.

ພິກຂຸ ທ. ! ເມື່ອຄິດວ່າເຮົາຈັກຮັກສາຕົນ ກໍຈົ່ງຈະເຣີນສະຕິປັຕຖານເຖີ້ນ, ເມື່ອຄິດວ່າເຮົາຈັກຮັກສາຜູ່ອື່ນ ກໍຈົ່ງຈະເຣີນສະຕິປັຕຖານເຖີ້ນ ; ເພາະວ່າເມື່ອຈະເຣີນສະຕິປັຕຖານ ເພື່ອຮັກສາຕົນ ກໍເປັນການຮັກສາຜູ່ອື່ນ :

໑. ຄໍານີ້ໝາຍຄວາມວ່າ ເມື່ອຈະເຣີນສະຕິປັຕຖານເພື່ອປະໂຍຊນ໌ແກ່ຕົນ ກໍຈະມີປະໂຍຊນ໌ເຖິງຜູ່ອື່ນ

ເນື່ອງກັນໄປໃນໂຕດ້ວຍ ເໝືອນກັບທີ່ບຸຣຸສຜູ່ຮັກສາສົ້ນກົກໄມ້ກັບບຸຣຸສຜູ່ຢູ່ປາຍໄມ້ ຕ່າງຝ່າຍ

ຕ່າງຮັກສາຕົນດີແລ້ວ ກໍຈັກເປັນການຮັກສາຊຶ່ງກັນ ແລະ ກັນໃຫ້ບໍ່ພາດພັງລົງໄປ, ເຊັ່ນໃດກໍເຊັ່ນນັ້ນ.

໑໒໗໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ເມື່ອຈະເຣີນສະຕິປັຕຖານເພື່ອຮັກສາຜູ່ອື່ນ ກໍເປັນການຮັກສາຕົນດ້ວຍ ; ດັ່ງນີ້ແລ (ຂໍ້ນີ້ໝາຍຄວາມວ່າ ການເຮັດໃຫ້ເກີດສະຕິປັຕຖານ ຊື່ວ່າຮັກສາຕົນ. ໃນສະຕິປັຕຖານນັ້ນ ມີການລະນຶກດ້ວຍພຣົມມະວິຫາຣ ຈຶ່ງຖືວ່າມີການຮັກສາຜູ່ອື່ນດ້ວຍ).

- ມຫາວາຣ. ສັງ. ໑໙/໒໒໔-໒໒໕/໗໕໘-໗໖໒.

ໝວດ ສ. ວ່າດ້ວຍ ໂທດຂອງການຂາດສັມມາທິຕຖິ

ຈິຕທີ່ປາສະຈາກສະຕິ ຍ່ອມປາຖນາລາບໄດ້ທັງທີ່ມັກຢູ່ປ່າ

ພິກຂຸ ທ. ! ບຸຄຄົນ ໘ ຈໍາພວກເຫຼົ່ານີ້ມີຢູ່ ຫາໄດ້ຢູ່. ແປດຈໍາພວກ ແນວໃດໜໍ ? ແປດຈໍາພວກຄື :

ພິກຂຸ ທ. ! ໃນກໍລະນີນີ້ ເມື່ອພິກຂຸຢູ່ຢ່າງຜູ່ມິດງຽບ ແຕ່ບໍ່ປະພຶຕສັງລວມຢ່າງຕິດຕໍ່ ຄວາມປາຖນາລາບກໍເກີດຂຶ້ນ ເພາະບໍ່ໄດ້ລາບ ເຂົາກໍເສົ້າໂສກ ລໍາບາກໃຈ ຄໍ່າຄວນ ຕີເອິກ ຮ້ອງໄຫ້ ຫຼົງໄຫຼ. ພິກຂຸ ທ. ! ນີ້ເອີ້ນວ່າ ພິກຂຸຜູ່ປາຖນາລາບ ໝັ່ນພຽນພະຍາຍາມເພື່ອລາບຢູ່ ບໍ່ໄດ້ລາບ ເສົ້າໂສກ ຄໍ່າຄວນ ແລະເຄື່ອນຈາກສັດທັມ.

ພິກຂຸ ທ. ! ອີກຢ່າງໜຶ່ງ ເມື່ອພິກຂຸຢູ່ຢ່າງຜູ່ມິດງຽບ ແຕ່ບໍ່ປະພຶຕສັງລວມຢ່າງຕິດຕໍ່ ຄວາມປາຖນາລາບກໍເກີດຂຶ້ນ ເຂົາໝັ່ນພຽນພະຍາຍາມເພື່ອລາບຢູ່ ລາບກໍເກີດຂຶ້ນ ເພາະໄດ້ລາບ ເຂົາກໍມົວເມົາ ປະມາດ ເຖິງຄວາມປະມາດເຕັມທີ່. ພິກຂຸ ທ. ! ນີ້ເອີ້ນວ່າ ພິກຂຸຜູ່ປາຖນາລາບ ໝັ່ນພຽນພະຍາຍາມເພື່ອລາບຢູ່ ໄດ້ລາບ ມົວເມົາ ປະມາດ ແລະ ເຄື່ອນຈາກສັດທັມ (ດ້ວຍຄືກັນ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໗໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ